ສສ ຫວຽດນາມ-ສະຫະພັນເສດຖະກິດອາຊີ-ເອີຣົບ ສະຫລອງ 10 ປີແຫ່ງວັນເຊັນສັນຍາການຄ້າເສລີ

30/05/2025 13:53
Email Print 403
KPL ພາຍຫລັງ10ປີ ແຫ່ງການລົງນາມ, ສັນຍາ ການຄ້າ ເສລີ ລະຫວ່າງ ສສ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ-ເອີຣົບ ໄດ້ກາຍເປັນກຳລັງແຮງ ຊຸກຍູ້ການເຕີບໂຕ ດ້ານການຄ້າ, ການລົງທຶນ ລະຫວ່າງ ສອງຝ່າຍໂດຍໄວ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ພາຍຫລັງ10ປີ ແຫ່ງການລົງນາມ, ສັນຍາ ການຄ້າ ເສລີ ລະຫວ່າງ ສສ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ-ເອີຣົບ ໄດ້ກາຍເປັນກຳລັງແຮງ ຊຸກຍູ້ການເຕີບໂຕ ດ້ານການຄ້າ, ການລົງທຶນ ລະຫວ່າງ ສອງຝ່າຍໂດຍໄວ. ນີ້ແມ່ນຂໍ້ສັງເກດລວມ ຂອງຜູ້ຕາງໜ້າ ບັນດາປະເທດ ໃນການຖະແຫລງຂ່າວ ສະເຫລີມ ສະຫລອງ 10 ປີແຫ່ງການລົງນາມ ໃນສັນຍາ ສະບັບ ດັ່ງກ່າວ (2015 – 2025), ໂດຍສະຖານທູດ ຣັດເຊຍ ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ຮ່າໂນ້ຍ.ໃນ 10 ປີຜ່ານມາ, ໂດຍບໍ່ຫົວຊາ ຕໍ່ບັນດາຄວາມຫຍຸ້ງຍາກ ຍ້ອນສະພາບ ພູສາດການເມືອງທີ່ສັບສົນ ໂດຍພະຍາດ ລະບາດໂຄວິດ-19 ກໍ່ຂຶ້ນ, ສັນຍາ ສະບັບນີ້ ຍັງສະແດງ ໃຫ້ເຫັນ ບົດບາດ ເປັນກຳລັງໜູນ ຢ່າງແຮງ ໃນການຊຸກຍູ້ ດ້ານການຄ້າ, ການລົງທຶນ ລະຫວ່າງ ສສ ຫວຽດນາມ ກັບບັນດາປະເທດ ສະຫະພັນ ເສດຖະກິດ ອາຊີ-ເອີຣົບ. ໃນນັ້ນ, ວົງເງິນການຄ້າຂອງ ສສ ຫວຽດນາມ ກັບ ຣັດເຊຍ ໄດ້ເພີ່ມຂຶ້ນ 1,3 ເທົ່າ, ກັບ ເບລາຣຸດ ເພີ່ມຂຶ້ນ 34%, ກັບ ກາຊັກສະຖານ ເພີ່ມຂຶ້ນທົບ 4,2 ເທົ່າ, ກັບ ກຽດກີສະຖານ ເພີ່ມຂຶ້ນທົບ 14,5 ເທົ່າ ແລະ ກັບ ອາກເມເນຍ ເພີ່ມຂຶ້ນເຖິງ 61 ເທົ່າ. ສະເພາະປີ 2024, ວົງເງິນການຄ້າ ສົ່ງອອກຂອງ ສສ ຫວຽດນາມ ໄປຍັງບັນດາ ປະເທດ ສະຫະພາບ ເສດຖະກິດ ອາຊີ-ເອີຣົບ ເພີ່ມຂຶ້ນ 30%, ແລະ ກົງກັນຂ້າມ ແມ່ນເພີ່ມຂຶ້ນ 20%./.  

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top