ສະຫະພາບເອີຣົບ ຍົກເລີກການລົງໂທດດ້ານເສດຖະກິດຕໍ່ຊີຣີ ຢ່າງເປັນທາງການ

30/05/2025 13:54
Email Print 415
KPL ສະຫະພາບ​ ເອີຣົບ ​ໄດ້​ຍົກ​ເລີກ ​ການ​ລົງ​ໂທດ ​ດ້ານ​ເສດຖະກິດ​ ທັງ​ໝົດ​ ທີ່​ມີ​ຕໍ່ ​ຊີຣີ, ມີ​ພຽ​ງ​ແຕ່ ຮັກສາ​ໄວ້ ​ການ​ລົງ​ໂທດ ​ດ້ານຄວາມ​ໝັ້ນ​ຄົງ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,  ວັນ​ທີ 28 ພຶດສະພາ​ນີ້, ສະຫະພາບ​ ເອີຣົບ ​ໄດ້​ຍົກ​ເລີກ ​ການ​ລົງ​ໂທດ ​ດ້ານ​ເສດຖະກິດ​ ທັງ​ໝົດ​ ທີ່​ມີ​ຕໍ່ ​ຊີຣີ, ມີ​ພຽ​ງ​ແຕ່ ຮັກສາ​ໄວ້ ​ການ​ລົງ​ໂທດ ​ດ້ານຄວາມ​ໝັ້ນ​ຄົງ. ຄະນະ​ກໍາ​ມາ​ທິການ ​ສະຫະພາບ ​​ເອີຣົບ ຍັງ​​ໄດ້​ຖອນ​​ວິ​ສາ​ຫະກິດ 24 ​ແຫ່ງ ອອກ​ຈາກ ​ບັນຊີ​ ລາຍ​ຊື່​ລົງ​ໂທດ ​ທີ່​ຖືກ ສະຫະພາບ ​​ເອີຣົບ ອາ​ຍັດ​ເງິນທຶນ ​ແລະ ​ຊັບພະຍາກອນ​ ທາງ​ດ້ານ​ເສດຖະກິດ. ວິ​ສາ​ຫະກິດ ​ເຫລົ່າ​ນີ້ ມີ​ທະນາຄານ ​ຫລາຍ​ແຫ່ງ ​ລວມ​ເຖິງທະນາຄານ​ກາງ​ຊີຣີ, ພ້ອມ​ດ້ວຍ ​ບໍລິສັດ ​ທີ່​ມີ​ຖານະ​ບົດບາດ​ ສໍາຄັນ​ ໃນ​ກາ​ນຟື້ນ​ຟູ ​ເສດຖະກິດ ​​ຂອງຊີຣີ ຄືນ​ໃໝ່ ​ເຊັ່ນ: ບໍລິສັດກ່ຽວ​ກັບ​ ການ​ຜະລິດ ​ແລະ ​​ກັ່ນ​​ຕອງ ນໍ້າມັນ​ ເຊື້ອ​ໄຟ, ​ອຸດ​ສາ​ຫະ​ກຳຝ້າຍ, ​ອຸດ​ສາ​ຫະ​ກຳ ໂທລະ​ຄົມ ​ແລະ ​ອື່ນໆ​./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top