KPL
ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 30 ດ້ວຍຫົວຂໍ້ “ສິ່ງທ້າທາຍ ຂອງອາຊີ ໃນໂລກກ ເຕັມໄປດ້ວຍ ການຜັນແປ” ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ໂຕກຽວ ຂອງ ຍີ່ປຸນ ໄດ້ດຶງດູດ ການເຂົ້າຮ່ວມ ຂອງການນຳ, ນັກເສດຖະກິດ, ນັກຮຽນຮູ້ ເປັນຈຳນວນຫລາຍ ທີ່ມາຈາກ ບັນດາ ປະເທດ ອາຊີ-ປາຊີຟິກ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ອະນາຄົດ ອາຊີ ຄັ້ງທີ 30 ດ້ວຍຫົວຂໍ້ “ສິ່ງທ້າທາຍ ຂອງອາຊີ ໃນໂລກກ ເຕັມໄປດ້ວຍ ການຜັນແປ” ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ໂຕກຽວ ຂອງ ຍີ່ປຸນ ໄດ້ດຶງດູດ ການເຂົ້າຮ່ວມ ຂອງການນຳ, ນັກເສດຖະກິດ, ນັກຮຽນຮູ້ ເປັນຈຳນວນຫລາຍ ທີ່ມາຈາກ ບັນດາ ປະເທດ ອາຊີ-ປາຊີຟິກ. ໃນໂອກາດນີ້ ທ່ານ ຫງວຽນຈີຢຸງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ແລະ ໄດ້ຮັບການເຊື້ອເຊີນ ໃຫ້ແກ່ 1 ໃນບັນດາ ນັກປະຖະກະຖາຫລັກ ດ້ວຍບົດກ່າວປາໄສ ສຳຄັນ ໃນວັນທີ 30 ພຶດສະພານີ້ ຊຶ່ງບັນດາຄຳເຫັນ ຈະສຸມໃສ່ ປຶກສາຫາລື ບັນດາບັນຫາພາກພື້ນ, ບົດບາດຂອງອາຊີ ໃນປະຊາຄົມສາກົນ, ບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ບັນດາ ມາດຕະການແກ້ໄຂ. ພິເສດ ແມ່ນການເພີ່ມທະວີ ຄວາມເຄັ່ງຕຶງ ດ້ານການຄ້າ ລະຫວ່າງ ສ.ອາເມລິກາ ແລະ ສປ ຈີນ ກໍ່ແມ່ນໜຶ່ງ ໃນບັນດາຫົວຂໍ້ຫລັກ ຂອງກອງປະຊຸມ ຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL