KPL
ທ່ານ ຟ້າມມິງຈິງ,ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກ ຕ້ອງສ້າງສູນ ຕະຫລາດນັດ ວາງສະແດງ ລະດັບໂລກ, ພາກພື້ນ ປະກອບສ່ວນ ຊຸກຍູ້ ອຸດສາຫະກຳ ວັດທະນະທຳ, ອຸດສາຫະກຳ ດ້ານການບັນເທີງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 19 ພຶດສະພາ, ເມື່ອລົງກວດກາ ຄວາມຄືບໜ້າ ໃນການກໍ່ ສ້າງສູນຕະຫລາດນັດ ວາງສະແດງແຫ່ງຊາດຢູ່ ຕາແສງໂກລວາ, ເມືອງດົງແອັງ, ນະຄອນ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ,ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກ ຕ້ອງສ້າງສູນ ຕະຫລາດນັດ ວາງສະແດງ ລະດັບໂລກ, ພາກພື້ນ ປະກອບສ່ວນ ຊຸກຍູ້ ອຸດສາຫະກຳ ວັດທະນະທຳ, ອຸດສາຫະກຳ ດ້ານການບັນເທີງ. ເມື່ອກວດກາ ຄວາມຄືບໜ້າ ຂອງໂຄງການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງ ບັນດາຫົວໜ່ວຍ ໄດ້ປະຕິບັດ ຕາມບັນດາ ຄວາມຮຽກຮ້ອງ ຕ້ອງການທີ່ໄດ້ວາງອອກ. ພ້ອມທັງ ເນັ້ນໜັກວ່າ: ສູນຕ້ອງປະຕິບັດ ສຳເລັດ ໂດຍໄວ ເພື່ອຮັບໃຊ້ “ງານວາງສະແດງ ຜົນງານ ຂອງປະເທດຊາດ ເນື່ອງໃນໂອກາດ ສະເຫລີມ ສະຫລອງ 80 ປີ ແຫ່ງວັນ ການປະຕິວັດ ເດືອນສິງຫາ (19/8/1945-19/8/2025) ແລະ ວັນຊາດ (2/9/1945 - 2/9/2025), ເພື່ອໃຫ້ປະຊາຊົນ ໄດ້ຊົມໃຊ້ ໝາກຜົນກ່ຽວກັບ ວັດທະນະທຳ, ສິລະປະ ຂອງປະເທດຊາດ ພາຍຫລັງ 80 ປີ ຍາດໄດ້ເອກະລາດ, ກໍ່ຄືສະແດງໃຫ້ເຫັນຖານະບົດບາດໃໝ່ ຂອງປະເທດຊາດ ພາຍຫລັງ ຫລາຍປີ ປະຕິບັດ ການປ່ຽນແປງໃໝ່. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ຕ້ອງສ້າງສູນ ຕະຫລາດນັດ ວາງສະແດງ ລະດັບໂລກ, ພາກພື້ນ. ສະແດງ ໃຫ້ເຫັນ ຂອບຂະໜາດ ແຫ່ງຊາດ, ການເຕີບໃຫຍ່ ເຂັ້ມແຂງ ຂອງປະເທດ ພາຍຫລັງ ການປ່ຽນແປງໃໝ່. ຢູ່ນັ້ນ ມີສະຖານທີ່ສົມກັບມູນເຊື້ອ ປະຕິວັດ ທີ່ອົງອາດ ກ້າຫານ ຂອງຊາດ ແລະ ຄວາມມານະ ພະຍາຍາມ ຜ່ານຜ່າ ຄວາມຫຍຸ້ງຍາກ ຂອງປະເທດຊາດ ພາຍຫລັງ 40 ປີ ແຫ່ງການປ່ຽນແປງໃໝ່, ປະກອບສ່ວນ ຊຸກຍູ້ ອຸດສາຫະກຳວັດທະນະທຳ, ອຸດສາຫະກຳ ດ້ານການບັນເທິງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL