KPL
ປະເທດເນປານ(Nepal) ຫລືຊື່ ທາງການວ່າ ສະຫະພັນ ສາທາລະນະລັດປະຊາທິປະໄຕ ເນປານ(Federal Democratic Republic of Nepal) ມີນະຄອນຫລວງຊື່ວ່າ: ກັດມັນດູ(Kathmandu). ເນປານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃນອາຊີຕາເວັນອອກສ່ຽງໃຕ້

ປະເທດເນປານ(Nepal) ຫລືຊື່ ທາງການວ່າ ສະຫະພັນ ສາທາລະນະລັດປະຊາທິປະໄຕ ເນປານ(Federal Democratic Republic of Nepal) ມີນະຄອນຫລວງຊື່ວ່າ: ກັດມັນດູ(Kathmandu). ເນປານ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ໃນອາຊີຕາເວັນອອກສ່ຽງໃຕ້, ມີເນື້ອທີ່ 147.181 ກິໂລຕາແມັດ ແລະ ປະຊາກອນປະມານ 29,69 ລ້ານຄົນ(ໃນປີ 2023), ຕັ້ງຢູ່ ພູຫິມະໄລ, ມີຊາຍແດນ ທິດເໜືອຕິດກັບ ຈີນ, ທິດໃຕ້ທາງພາກຕາເວັນອອກ ແລະ ຕາເວັນຕົກຕິດກັບ ອິນເດຍ. ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາ ຮິນດູ 86%, ພຸດ 7,8% ແລະ ອື່ນໆ 7%; ໃຊ້ພາສາ ເນປາລີ ເປັນພາສາທາງການ ແລະ ໃຊ້ສະກຸນເງິນ ເນປານຣູປີ. ສ່ວນວັນຊາດແມ່ນ ວັນທີ 28 ພຶດສະພາ 2008. ໂດຍເນປານ ແລະ ປະເທດສປປລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ເມື່ອວັນທີ 20.05 .1970 ເປັນຕົ້ນມາ, ຫລັງຈາກນັ້ນ ທັງສອງປະເທດ ກໍ່ໄດ້ຮ່ວມມືກັນ ພັດທະນາ ເສີມສ້າງສາຍພົວພັນ ໃຫ້ນັບມື້ແຕກດອກອອກຜົນຂື້ນເລື້ອຍໆ.

ເສດຖະກິດຂອງປະເທດນີ້ ປະກອບດ້ວຍ ພື້ນທີ່ກະສິກຳມີພຽງແຕ່ 17%, ພືດທີ່ສຳຄັນເຊັ່ນ: ເຂົ້າ, ສາລີ, ເຂົ້າບາເລ ແລະ ພື້ນທີ່ 2/3 ປົກຄຸມດ້ວຍປ່າໄມ້. ລວມຍອດຜະລິດຕະພັນພາຍໃນປະເທດ(GDP) ລວມມີ 40,91 ຕື້ໂດລາສະຫະລັດ(ໃນປີ 2023), ອັດຕາສະເລ່ຍ ຕໍ່ຫົວຄົນ 1.377 ກວ່າໂດລາ ສະຫະລັດຕໍ່ປີ, ອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດ 2,0% ຕໍ່ປີ. ມູນຄ່າການສົ່ງອອກສິນຄ້າ ລວມມີ 818,7 ລ້ານໂດລາສະຫະລັດ ເຊັ່ນ: ເສື້ອຜ້າສຳເລັດຮູບ, ຜະລິດຕະພັນຈາກໜັງສັດ, ທັນຍາພືດ, ນໍ້າໝາກໄມ້ ແລະ ແຜ່ນແພ; ມູນຄ່າການນຳເຂົ້າ 11.030 ລ້ານໂດລາສະຫະລັດ ເປັນຕົ້ນ ຜະລິດຕະພັນ ຈາກປິໂຕຣລ່ຽມ, ເຄື່ອງຈັກ ແລະ ສ່ວນປະກອບ, ຄຳ, ເຄື່ອງກົນຈັກ ແລະ ອື່ນໆ. ສ່ວນປະເທດ ຄູ່ການຄ້າ ທີ່ສຳຄັນຄື: ອິນເດຍ, ຈີນ ແລະ ສ.ອາເມລິກາ ຕາມລຳດັບ.
ນອກຈາກນັ້ນ ເນປານ ຍັງມີທຳມະຊາດ ອັນສວຍງາມ ຈົນກາຍເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຫລາຍແຫ່ງ ເປັນຕົ້ນແມ່ນ ນະຄອນຫລວງ ກັດມັນດູ ທີ່ເປັນຈຸດສູນລວມ ການຄ້າ, ຍອດພູ ເອເວີເຣສ, ວັດປະຄຸຖິນາດ, ວັດສວຍພູວະນາດ, ພະຣາຊະວັງກັດມັນດູ, ເມືອງໂພຄາຣາ, ເມືອງກັກຕະປູ ແລະ ອື່ນໆ/.
ໂດຍ:ດາວັນ
KPL