ມະຕິຍຸດທະສາດ 4 ສະບັບເພື່ອໃຫ້ ສສ ຫວຽດນາມ ບຸກບືນ

20/05/2025 21:45
Email Print 106
KPL ດ້ວຍຄວາມຕັດສິນໃຈ ແລະ ເຈດຈຳນົງ ຢ່າງສູງ,ສສ ຫວຽດນາມ ພວມກ້າວເຂົ້າສູ່ ສັງກາດໃໝ່, ສັງກາດ ແຫ່ງການພັດທະນາ ຢ່າງວັດທະນາຖາວອນ ແລະ ໝັ້ນຄົງເຂັ້ມແຂງ ຂອງຊາດ, ດ້ວຍ 2 ເປົ້າໝາຍ ພັດທະນາ ສະຫັດສະວັດແມ່ນ 2030 ແລະ 2045.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ20 ພຶດສະພານີ້, ດ້ວຍຄວາມຕັດສິນໃຈ ແລະ ເຈດຈຳນົງ ຢ່າງສູງ,ສສ ຫວຽດນາມ ພວມກ້າວເຂົ້າສູ່ ສັງກາດໃໝ່, ສັງກາດ ແຫ່ງການພັດທະນາ ຢ່າງວັດທະນາຖາວອນ ແລະ ໝັ້ນຄົງເຂັ້ມແຂງ ຂອງຊາດ, ດ້ວຍ 2 ເປົ້າໝາຍ ພັດທະນາ ສະຫັດສະວັດແມ່ນ 2030 ແລະ 2045. ເພື່ອຫັນເປົ້າໝາຍດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ໃນໄລຍະສັ້ນໆ, ສສ ຫວຽດນາມ ໄດ້ປະກາດ ມະຕິ 4 ສະບັບ ຢ່າງຕໍ່ເນື່ອງ ດ້ວຍບາດກ້າວ ບຸກທະລຸ ຍຸດທະສາດ ຫລາຍຢ່າງ, ປ່ຽນແປງ ດ້ານຈິນຕະນາການ, ຄວາມຮັບຮູ້ ແລະ ການກະທຳຢ່າງຮອບດ້ານ. ມະຕິ 4 ສະບັບ ດັ່ງກ່າວ ແມ່ນ “4 ມະຕິເສົາຄ້ຳໃນນະໂຍບາຍ ເພື່ອຊ່ວຍ ສສ ຫວຽດນາມ ບຸກບືນໃນໄລຍະ ຈະມາເຖິງ. ເຖິງວ່າ ມະຕິແຕ່ລະສະບັບ ແມ່ນສຸມໃສ່ ຂົງເຂດຈຸດສຸມໜຶ່ງກໍ່ຕາມ, ແຕ່ມະຕິທັງ 4 ສະບັບ, ລວມມີ: ມະຕິເລກທີ 57 ກຳນົດ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແມ່ນເສົາຄ້ຳຂອງການເຕີບໂຕໃໝ່. ມະຕິເລກທີ 59 ເປີດກວ້າງ ຂອບເຂດ ການພັດທະນາ ຜ່ານການເຊື່ອມໂຍງ ເຂົ້າກັບສາກົນ ເປັນເຈົ້າການ, ມີຄວາມຕັ້ງໜ້າ. ມະຕິເລກທີ 66 ຮຽກຮ້ອງ ການສ້າງລະບອບ ລະບຽບ ການດ້ານກົດໝາຍ ໃຫ້ໂປ່ງໄສ, ທັນສະໄໝ, ຮັບປະກັນ ສິດທິມະນຸດ ແລະ ສິດທິ ຂອງພົນລະເມືອງ. ມະຕິເລກທີ 68 ຊຸກຍູ້ ພາກພື້ນ ເສດຖະກິດເອກະຊົນ ໃຫ້ກາຍເປັນກຳລັງໜູນໃຈກາງ ໃຫ້ແກ່ ພື້ນຖານເສດຖະກິດ, ລ້ວນແຕ່ມີເປົ້າໝາຍໜຶ່ງທີ່ວ່າ: ສ້າງພື້ນຖານ ໃຫ້ມີຄວາມໝັ້ນຄົງ ໜັກແໜ້ນ ເພື່ອໃຫ້ ສສ ຫວຽດນາມ ພັດທະນາ ຢ່າງວ່ອງໄວ, ຍືນຍົງ ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ໃນປີ 2045.ສຳລັບ ຈຸດບຸກທະລຸລວມ ຂອງມະຕິທັງ 4 ສະບັບ ແມ່ນຈິນຕະນາການພັດທະນາ ທີ່ໃໝ່ອ່ຽມທີ່ສຸດ. ຕາມທ່ານ ປະລິນຍາເອກ ຫງວຽນຮົ່ງຫາຍ, ມະຫາວິທະຍາໄລ Vin, ນັກຮຽນຮູ້ Fulbright, ມະຫາວິທະຍາໄລ ອາເມລິກາ ແລ້ວ, ນີ້ແມ່ນບາດກ້າວຫັນ ປ່ຽນຈິນຕະນາການ ຢ່າງໃຫຍ່ຫລວງ ແລະ ຮອບດ້ານຂອງ ສສ ຫວຽດນາມ, ສືບທອດຜົນງານ 40 ປີ ແຫ່ງການປ່ຽນແປງໃໝ່ ທີ່ຜ່ານມາ ແລະ ສອດຄ່ອງກັບທ່າອ່ຽງທົ່ວໂລກ.ການປ່ຽນແປງຈິນຕະນາການໃນຄັ້ງນີ້ ແມ່ນບາດກ້າວຫັນ ປ່ຽນຢ່າງແຮງ, ຂ້ຽວຂາດ. ການຫັນປ່ຽນນີ້ເລີ່ມມາຈາກຄວາມຕ້ອງການ ຂອງປະເທດຊາດ. ເມື່ອ ສສ ຫວຽດນາມ ບັນລຸໄດ້ຂັ້ນໃດໜຶ່ງ ກໍ່ຮຽກຮ້ອງໃຫ້ມີການປ່ຽນແປງ ເພື່ອພັດທະນາ ຫລາຍກວ່າ, ຖ້າບໍ່ປ່ຽນແປງ ຈະຢູ່ກັບທີ່ ຫລື ມີຄວາມສ່ຽງຫລ້າຫລັງ ຄືດັ່ງ ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ເຕື້ອງເຖິງ ເປັນຫລາຍຄັ້ງ. ທີ 2, ແມ່ນເລີ່ມມາຈາກ ບັນດາ ການຫັນປ່ຽນ ຂອງພາກພື້ນ ແລະ ໃນໂລກ, ດຳເນີນໄປ ທັງຢູ່ແງ່ມູມ ການເມືອງ, ການທູດ, ວິທະຍາສາດ ແລະ ເຕັກໂນໂລຊີ”. ພາຍຫລັງ ມະຕິເລກ 68 ໄດ້ປະກາດໃຊ້ນັ້ນ, ມີນັກຊ່ຽວຊານ ຫລາຍທ່ານ ໄດ້ຖືວ່າ ນີ້ແມ່ນການປະຕິຮູບຢ່າງແຮງທີ່ສຸດ, ສະຫງວນ ໃຫ້ແກ່ ເສດຖະກິດ ພາກເອກະຊົນ, ນັບແຕ່ເມື່ອ ຫວຽດນາມ ດຳເນີນພາລະກິດ ແຫ່ງການປ່ຽນແປງໃໝ່ ມາຮອດປະຈຸບັນ. ມະຕິເລກທີ 68 ຮຽກຮ້ອງ ການແກ້ໄຂຮົ້ວກີດຂວາງ ດ້ານລະບອບລະບຽບ ການໃຫ້ບໍ່ວ່າຜູ້ໃດ,ຈາກວິສາຫະກິດ ຂະ ໜາດໜ້ອຍ ຕະຫລອດຮອດກຸ່ມ ບໍລິສັດໃຫຍ່, ລ້ວນແຕ່ມີສິດແກ່ງແຍ້ງ ສະເໝີພາບ. ສຳລັບ ວິສາຫະກິດ ພາກເອກະຊົນ, ນີ້ແມ່ນສັນຍານ ແລະ ຄຳໝັ້ນສັນຍາແກ້ໄຂດ້ານລະບອບ ລະບຽບການຢ່າງແຮງ.ມະຕິເລກທີ 68 ໄດ້ນຳມາເຊິ່ງຄວາມພາກພູນໃຈໃໝ່ ຂອງຄວາມຫວັງ ທີ່ໃຫຍ່ຫລວງ ທີ່ສຸດໃຫ້ແກ່ຖັນແຖວ ບັນດາວິສາຫະກິດຜະລິດ ເພື່ອແກ້ໄຂຈຸດອຸດຕັນຊ່ວຍ ໃຫ້ວິສາຫະກິດ ພັດທະນາ”.“ການອອກມະຕິ ເລກທີ 68 ນັ້ນໄດ້ຊ່ວຍໃຫ້ ປະຊາຄົມ ວິສາຫະກິດມີຄວາມເຊື່ອໝັ້ນ, ເພື່ອຈາກນັ້ນ ມີຄວາມຕັດສິນໃຈ ຫລາຍກວ່າ ໃນການເປີດກວ້າງ ການເຄື່ອນໄຫວ ລົງທຶນ ຂອງຕົນ, ບໍ່ລັງເລໃຈ ຫາກຍົກອອກ ບັນດາແນວຄິດ ຫລື ໝູນໃຊ້ ບັນດາໂຄງການໃໝ່”.“ມະຕິເລກທີ 68 ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງນັບແຕ່ກ່ອນມາຮອດປະຈຸບັນຢ່າງເຖິງທອງ ແລະ ປ່ຽນແປງທັງລະບົບຈິນຕະນາການ, ມາດຕະການແກ້ໄຂ. ມະຕິເລກທີ 68 ປະກາດໃຊ້ແມ່ນຖືກຕ້ອງ, ທັນການ. ນີ້ຈຶ່ງແມ່ນ ການພັດທະນາ”. ດ້ວຍຄວາມຮັບຮູ້ ບໍ່ປະໃຫ້ຈິນຕະນາການເກົ່າ ກີດຂວາງ ວິວັດການພັດທະນາ, ມະຕິເລກທີ 57 ກໍ່ເປີດຊ່ອງທາງ ໃຫ້ແກ່ ຖັນແຖວ ນັກປັນຍາຊົນ, ນັກຊ່ຽວຊານຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ປະກອບສ່ວນ ໃຫ້ແກ່ ສສ ຫວຽດນາມ ຫລາຍກວ່າ, ດ້ວຍບັນດາກົນໄກ, ນະໂຍບາຍ ບຸກທະລຸ, ບໍ່ເຄີຍມີມາກ່ອນ. ທ່ານ ປະລິນຍາເອກ ຫງວຽນຮົ່ງຫາຍ, ຍົກອອກ ທັດສະນະທີ່ວ່າ: ກຳລັງແຮງ ດ້ານພູມປັນຍາ ແລະ ແຫລ່ງກຳລັງ ດ້ານເສດຖະກິດ ພາກເອກະຊົນຂອງ ສສ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບ ກຳລັງດ້ານພູມປັນຍາ ແລະ ແຫລ່ງກຳລັງ ຢູ່ພາຍໃນປະເທດ, ຈະສ້າງກຳລັງແຮງຢ່າງໃຫຍ່ຫລວງໃຫ້ແກ່ ສສ ຫວຽດນາມ ແລະ ເພື່ອໃຫ້ຊາດພັດທະນາ. ເສັ້ນທາງ ແລະ ພື້ນຖານທີ່ປະເທດ ແລະ ຊາດ ຫວຽດນາມ ກ້າວໄປເຖິງ ຄວາມເຂັ້ມແຂງ ຈະໄດ້ສັ້ນລົງ ແລະ ຍືນຍົງ ຫລາຍຂຶ້ນ”. ໃນບົດກ່າວປາໄສ ທີ່ກອງປະຊຸມທົ່ວປະເທດຊາບຊຶມ ແລະ ຜັນຂະຫຍາຍ ມະຕິເລກທີ 66 ແລະ ມະຕິເລກທີ 68 ໃນວັນທີ 18 ພຶດສະພາ ຜ່ານມາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ, ປີ 2025 ແມ່ນປີບານພັບ ເພື່ອເປີດສັງກາດໃໝ່.  ຄວາມຮັບຮູ້, ຈິນຕະນາການ ແລະ ວິໄສທັດໄດ້ມີຢູ່ແລ້ວ, ສສ ຫວຽດນາມ ຕ້ອງເດັດດຽວ ມີການກະທຳ ເພື່ອປະຕິບັດ ໃນຕົວຈິງ. ມະຕິ 4 ສະບັບ ໄດ້ປະກາດໃຊ້ນັ້ນ ແມ່ນບາດກ້າວທຳອິດ ແລະ ສູງທີ່ສຸດເພື່ອຫັນຄວາມຮັບຮູ້ ແລະ ວິໄສທັດດັ່ງກ່າວໃຫ້ປະກົດຜົນເປັນຈິງ.ມະຕິ 4 ສະບັບ ບໍ່ພຽງແຕ່ມີລັກສະນະ ກຳນົດທິດລວມ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນ ຢ່າງຈະແຈ້ງ ຄວາມຕ້ອງເອື່ອຍອີງກັນ ໃນຕົວຈິງ. ສະນັ້ນ, ມະຕິ 4 ສະບັບນັ້ນ ແມ່ນ 4 ເສົາຄ້ຳເພື່ອຫັນຄວາມຄາດຫວັງ ພັດທະນາ ຢ່າງວັດທະນະຖາວອນ ແລະ ໝັ້ນຄົງເຂັ້ມແຂງ ຂອງຊາດ ຫວຽດນາມ ໃນສັງກາດໃໝ່ ໃຫ້ປະກົດຜົນເປັນຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top