KPL
ຂປລ. ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ຮາກຖານກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນສະຫວັດດີການ ແລະ ແຜນເຄື່ອນໄຫວຂະບວນການ ຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານກົມຊົນລະປະທານ

ຂປລ. ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ຮາກຖານກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນສະຫວັດດີການ ແລະ ແຜນເຄື່ອນໄຫວຂະບວນການ ຂອງຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານກົມຊົນລະປະທານ ໃນວັນທີ 19 ພິດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາພະຈັນ ວົງຊະນະ ເລຂາຄະນະພັກຮາກຖານ ກົມຊົນລະປະທານ, ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້, ມີສະຫາຍ ສັດທາເທບ ທໍາມະຈັກ ເລຂາຄະນະບໍລິຫານງານ ຊປປລ ຮາກຖານກົມຊົນລະປະທານ, ສະຫາຍຮອງເລຂາ, ຄະນະຮາກຖານ, ເລຂາ, ຮອງເລຂາ ແລະ ຄະນະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ພາຍໃນກົມຊົນລະປະທານ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນສະຫວັດດີການ, ຜ່ານແຜນເຄື່ອນໄຫວ ຂະບວນການຂອງຄະນະບໍລິຫານງານ ຊປປລ ກົມຊົນ ລະປະທານ. ພ້ອມນີ້, ຜູ້ແທນກອງປະຊຸມ ຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ລະບຽບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນສະຫວັດດີການ ເພື່ອເຮັດໃຫ້ ຮ່າງຂໍ້ຕົກລົງດັ່ງກ່າວ, ມີເນື້ອໃນຄົບຖ້ວນ ແລະ ສົມບູນ.
ໂອກາດນີ້, ສະຫາຍ ຄໍາພະຈັນ ວົງຊະນະສະຫາຍ ຄໍາພະຈັນ ວົງຊະນະ ໄດ້ມີຄຳເຫັນວ່າ: ສຳລັບ ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນສະຫວັດດີການ ຂອງຄະນະບໍລິຫານງານ ຊປປລ ຮາກຖານກົມຊົນລະປະທານ ໃຫ້ບັນດາສະຫາຍທີ່ກ່ຽວຂ້ອງ ກໍຄື ຄະນະຮັບຜິດຊອບ ເບິ່ງຄືນຕື່ມກ່ຽວກັບບັນດາແຫລ່ງລາຍຮັບຕ່າງໆ ເພາະມັນຈະ ພົວພັນເຖິງພາກລາຍຈ່າຍ ໃນເວລາປະຕິບັດນະໂຍບາຍ; ຊອກແຫລ່ງລາຍຮັບເພີ່ມເຕີມ ນອກຈາກໄດ້ຮັບຈາກເງິນສະຕິໃນແຕ່ລະເດືອນ ເປັນຕົ້ນ ແມ່ນຕິດພັນກັບວຽກງານ ວິຊາສະເພາະ ທີ່ເຫັນວ່າມີຄວາມເໝາະສົມ ໃຫ້ແກ່ການສ້າງຄັງ ແລະ ໃຫ້ຄົ້ນຄວ້າຄືນກ່ຽວກັບ ກໍລະນີທີ່ເຫັນວ່າມີຄວາມຈຳເປັນ ທີ່ສະມາຊິກຊາວໜຸ່ມສົມຄວາມ ທີ່ຈະໄດ້ຮັບອຸດໜູນ. ສຳລັບ ແຜນເຄື່ອນໄຫວຂະບວນການ ຂອງຄະນະບໍລິຫານງານ ຊປປລ ຮາກຖານກົມຊົນລະປະທານ ໃຫ້ເບິ່ງຄືນກ່ຽວກັບຂະບວນການທີ່ຕິດພັນກັບ ວຽກງານວິຊາສະເພາະ ຂະແໜງການຊົນ ລະປະທານເປັນຫລັກ. ນອກຈາກນັ້ນ, ກໍໃຫ້ຕິດພັນກັບວຽກງານການປູກ, ການລ້ຽງຕື່ມເພື່ອຮຽນຮູ້ ແລະ ນໍາໃຊ້ເຂົ້າໃນການສ້າງອາຊີບສຳຮອງ ໃນຊີວິດປະຈຳວັນຂອງ ບັນດາສະມາຊິກ ຊາວໜຸ່ມຕື່ມອີກ, ພ້ອມທັງໃຫ້ມີຄວາມບຸກບືນ ຊອກຮູ້ຮໍ່າຮຽນທາງດ້ານ ວິຊາສະເພາະທີ່ຕົນເອງຮັບຜິດຊອບ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ໃຫ້ສາມາດ ນໍາໄປພັດທະນາການ ຈັດຕັ້ງໄດ້ຢ່າງມີປະສິດທິພາບ.
ຂໍ້ມູນ-ພາບ: ຂ່າວສານກະສິກຳປ່າໄມ້
KPL