KPL
ໃນໂອກາດລະນຶກວັນປະຫວັດສາດກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູ ຄົບຮອບ 66 ປີ (18/5/1959-18/5/2025) ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວໃນການຕ່ໍສູ້ປົດປ່ອຍປະເທດຊາດ..
*ໃນໂອກາດລະນຶກວັນປະຫວັດສາດກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູ ຄົບຮອບ 66 ປີ (18/5/1959-18/5/2025) ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວໃນການຕ່ໍສູ້ປົດປ່ອຍປະເທດຊາດ. ແມ່ນໄຊຊະນະອັນຍ່ິງໃຫຍ່ແຫ່ງການຕ່ໍສູ້ປົດປ່ອຍປະເທດຊາດ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຖືເປັນການເປີດສັງກາດໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກ ຈັກກະພັດ ແລະ ກ້າວສູ່ການປົດປ່ອຍປະເທດຊາດໄດ້ຢ່າງມີໄຊໃນ ວັນທີ 2 ທັນວາ 1975. ການຜ່າວົງປິດລ້ອມຢ່າງມີໄຊ ຂອງກອງພັນທີ 2 ມີຄວາມໝາຍສຳຄັນຍິ່ງເພື່ອສ່ອງແສງໃຫ້ເຫັນວ່າການນຳພາຂອງພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ຂອງພວກເຮົາແມ່ນເປັນທຳ. ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢ້ັງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: “ສິນທຳຍາມໃດກໍຊະນະອະທຳ”. ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊ ຊະນະອັນໃຫຍ່ຫລວງຂອງກຳລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ. ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກຕະຫລອດນັກຮົບທຸກຄົນໃນກອງພັນທີ 2 ໄດ້ເສີມຂະຫຍາຍມູນເຊ້ືອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫລ້ງຕີນມືຂອງພວກເຂົາທີ່ຫວັງດັບມອດກຳລັງປະຕິວັດ, ໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດ ນ້ັນພັງທະລາຍລົງ. ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜ່ຶງໃຈດຽວ, ຄວາມອົດທົນໝັ້ນໜຽວບ່ຄອນແຄນຕໍ່ການນາບຂູ່, ຫລອກຫລວງຂອງສັດຕູ. ນ້ຳໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫລ້ງຕີນມື. ພ້ອມດຽວກັນນັ້ນກໍເຮັດໃຫ້ກຳລັງປະຕິວັດ, ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ເຮັດໃຫ້ຊື່ສຽງອິດທິພົນຂອງກຳລັງຝ່າຍປະເທດລາວ (ແນວລາວຮັກຊາດ) ນັບມື້ພົ້ນເດັ່ນຂຶ້ນໃນເວທີສາກົນ.

ສັງລວມແລ້ວການຕໍ່ສູ້ພິລະອາດຫານ ແລະ ບໍ່ຍອມຈຳນົນດ່ັງກ່າວ ໄດ້ສະແດງໃຫ້ເຫັນຄວາມຈົງຮັກພັກດີ, ຄວາມອົດທົນ, ຄວາມມີໄຫວພິບຂອງນັກຮົບກອງພັນທີ 2, ຄວາມສາມັກຄີເປັນເອກະພາບ, ມີນໍ້າໃຈສູ້ຮົບເດັດດ່ຽວອາດຫານ, ປະຕິບັດກົດລະບຽບວິໄນ ແລະ ຄຳສ່ັງເຂ້ັມງວດ, ຮັກສາຄວາມລັບຢ່າງເດັດຂາດ. ຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານລົງກ່ໍສ້າງຮາກຖານເມືອງ, ປຸກລະດົມຂົນຂວາຍປະຊາຊົນກໍຄືຂົນຂວາຍກຳລັງຂອງຝ່າຍກົງກັນຂ້າມ, ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວເດັດຂາດ, ລວມທັງໄດ້ ຮັບການສະໜັບສະໜູນຊ່ວຍເຫລືອຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ໄຊຊະນະງນີ້, ໄດ້ສ່ອງແສງໃຫ້ເຫັນວ່າການນໍາພາຂອງພັກ ຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ຂອງພວກເຮົາແມ່ນເປັນທຳ, ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າສິນທໍາຍາມໃດກໍຊະນະອະທໍາ, ທັງເປັນໄຊຊະນະອັນໃຫຍ່ຫລວງຂອງກຳລັງປະກອບອາວຸດເຮົາຢ່ ພາຍໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ.
KPL