ປະທານໂຮ່ຈີ່ມິງ ຜູ້ນຳທີ່ຍິງໃຫຍນັກວັດທະນາທຳຍອດຍິງ

19/05/2025 11:59
Email Print 192
KPL ຕະຫລອດເສັ້ນທາງການປະຕິວັດອັນຍາວນານເກືອບແປດສິບປີຂອງທ່ານ ໂຮ່ຈີ່ມິງ ໄດ້ອຸທິດຕົນຕໍ່ສູ້ກັບຄວາມບໍ່ຍຸຕິທໍາ ແລະ ການກົດຂີ່, ເພື່ອກອບກູ້ ແລະ ນຳມຊີວິດທີ່ມີຢູ່ມີກິນໃຫ້ແກ່ປະຊາຊົນ ແລະ ປະເທດຊາດບ້ານເມືອງ, ສະແຫວງຫາຄວາມສຸກໃຫ້ແກ່ ມະນຸດຊາດ.

   *ຕະຫລອດເສັ້ນທາງການປະຕິວັດອັນຍາວນານເກືອບແປດສິບປີຂອງທ່ານ ໂຮ່ຈີ່ມິງ ໄດ້ອຸທິດຕົນຕໍ່ສູ້ກັບຄວາມບໍ່ຍຸຕິທໍາ ແລະ ການກົດຂີ່, ເພື່ອກອບກູ້ ແລະ ນຳມຊີວິດທີ່ມີຢູ່ມີກິນໃຫ້ແກ່ປະຊາຊົນ ແລະ ປະເທດຊາດບ້ານເມືອງ, ສະແຫວງຫາຄວາມສຸກໃຫ້ແກ່ ມະນຸດຊາດ. ທ່ານອຸທິດທັງຊີວິດ ໃຫ້ແກ່ປະເທດຊາດຫວຽດນາມ, ຂະບວນການກອມມູນິດ ແລະ ກໍາມະກອນສາກົນ. ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ເປັນນັກຄິດຜູ້ໂດດເດັ່ນເທົ່ານັ້ນ ທ່ານຍັງເປັນນັກປະຕິບັດເກັ່ງກ້າ, ບໍ່ພຽງແຕ່ເປັນນັກກາເມືອງຜູ້ຍ່ິງໃຫຍ່ ທ່ານຍັງເປັນນັກວັດທະນະທໍາຜູ້ພົ້ົ້ນເດັ່ນຍອດຍິ່ງ. (ເມື່ອວັນທີ 9 ມັງກອນ 2008, ທ່ານ ດີ. ທີ. ໂນວິຄອຟ ເລຂາທິການພັກກອມມູນິດແຫ່ງສະຫະພັນຣັດເຊຍ ໄດ້ເດີນທາງມາຢ້ຽມຢາມສະຖານທີ່ພັກຂອງປະທານ ໂຮ່ຈີ່ມິງ ແລະ ໄດ້ມີຄຳເຫັນໃນປຶ້ມຢ້ຽມຢາມທີ່ເຂດບຮານສະຖານໂຮ່ຈີ່ມິງ, ພາຍໃນທໍານຽບປະທານປະເທດຫວຽດນາມ).

    ໃນໄລຍະແຫ່ງການເຄື່ອນໄຫວປະຕິວັດຢູ່ຕ່າງປະເທດ, ທ່ານ ໂຮ່ຈີ່ມິງ ໄດ້ສຶກສາຄົ້ນຄວ້າ ແລະ ຮຽນຮູ້ເອົາສິ່ງຍອດຢ້ຽມຂອງວັດທະນະທໍາຕາເວັນຕົກ. ທ່ານຂຽນໜັງສື ແລະ ບົດຄວາມໃນພາສາຝຣັ່ງ, ພາສາອັງກິດ, ພາສາຣັດເຊຍ… ໂດຍສະເພາະແມ່ນໄດ້ເຂົ້າເຖິງ ແລະ ຮັບເອົາລັດທິມາກ- ເລນິນ, ເຊິ່ງ ເປັນຍອດແຫ່ງແນວຄິດມະນຸດນິຍົມຂອງມະນຸດຊາດ. ທ່ານແຕ່ງກອນພາສາຈີນ ທ່ີບັນລຸລະດັບປັນຍາຊົນທາງອັກສອນສາດຂອງຈີນ, ໄດ້ສືບທອດປະເພນີວັດທະນະທໍາຕາເວັນອອກ, ຮຽນຮູ້ເອົາລັດທິຂົງຈ້ື, ພຸດ ທະສາສະໜາ ແລະ ອື່ນໆ. ປະທານ ໂຮ່ຈີ່ມິງ ໄດ້ນໍາລັດທິມາກ-ເລນິນມາປະຍຸກໃຊ້, ພັດທະນາ ແລະ ເຮັດໃຫ້ຫລາກຫລາຍຍິ່ງຂຶ້ນ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການປະຕິວັດຫວຽດນາມ.

    ປະທານ ໂຮ່ຈີ່ມິງ ຮັບຮູ້ຢ່າງເລິກເຊິ່ງເຖິງຄວາມໝາຍອັນຍິ່ງໃຫຍ່ ແລະ ບົດບາດສໍາຄັນຂອງວັດທະນະທໍາ, ໂດຍທ່ານຊີ້ໃຫ້ເຫັນວ່າ: “ວັດທະນະທໍາຕ້ອງເປັນຜູ້ນໍາທາງໃຫ້ແກ່ຊາດ”. ທ່ານຄືຜູ້ນໍາແນວໜ້າແຫ່ງວັນນະກໍາ-ສິລະປະ ແລະ ສື່ສານມວນຊົນປະຕິວັດ. ທ່ານຕໍ່ສູ້ໂດຍບໍ່ອິດເມື່ອຍ ເພື່ອເອກະລາດຂອງຊາດ ແລະ ລັດທິສັງຄົມນິຍົມ, ເພື່ອຄວາມຍຸຕິທໍາ ແລະ ຄວາມຍຸຕິທຳໃນໂລກນີ້. ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງທ່ານ ການປະຕິວັດເດືອນສິງຫາ ປີ 1945 ຂອງປະຊາຊົນຫວຽດນາມໄດ້ຮັບໄຊຊະນະ, ນໍາເອກະລາດສູ່ປະເທດຊາດ ແລະ ນຳຄວາມເປັນວັດທະນະທໍາຫວຽດນາມ ໄດ້ຢືນຢັນບົດບາດຄວາມສຳຄັນຂອງຕົນ ແລະ ເປີດຍຸກສະໄໝໃໝ່ໃຫ້ກັບວັດທະນະທໍາຂອງຊາດ. ການປະກອບສ່ວນຂອງປະທານ ໂຮ່ຈີ່ມິງ ໃນດ້ານວັດທະນະທໍາບໍ່ພຽງແຕ່ໃນເຊີງທິດສະດີເທົ່ານັ້ນ ຍັງເຊື່ອມຊຶມເຂ້ົາໃນຕະຫລອດຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງທ່ານ ໂດຍເປັ່ງປະກາຍໃນທຸກການກະທໍາ, ທຸກທ່າທີ, ທຸກຄວາມສໍາພັນກັບປະຊາຊົນ, ສະຫາຍ ແລະ ເພື່ອນມິດນານາຊາດ.ເຖິງແມ່ນໃນໂລກປັດຈຸບັນທ່ີປ່ຽນແປງ ແລະ ຜັນຜວນຢ່າງວ່ອງໄວ, ແຕ່ຍັງຄົງມີຄຸນຄ່າທີ່ບ່ໍເຄີຍປ່ຽນແປງ. ໃນບັນດາຄຸນຄ່າທ່ີຍືນຍົງນັ້ນ ມີຢູ່ໜຶ່ງຄືມໍລະດົກທາງແນວຄິດ ແລະ ຄຸນນະທໍາຂອງໂຮ່ຈີ່ມິງ.

      ນັ້ນຄື ຄວາມເປັນມະນຸດສະທໍາ ແລະ ສັນຕິພາບ; ປະເທດຊາດ ແລະ ມະນຸດຊາດ; ປະຊາທິປະໄຕ ແລະ ຄວາມເປັນມະນຸດ; ເສລີພາບ ແລະ ຄວາມສຸກ; ຈິດໃຈຮັກຊາດ ແລະ ລັດທິຊາດນິຍົມແທ້ຈິງ; ຄຸນນະທໍາປະຕິວັດຄື ຄວາມຂະຫຍັນ, ປະຢັດ, ຊື່ສັດ, ຍຸຕິທໍາ, ອຸທິດຕົນເພື່ອສ່ວນລວມ.

KPL

ຂ່າວອື່ນໆ


Top