KPL
ໃນອາທິດຜ່ານມານີ້ “ຄໍລຳຊີວິດ-ກົດໝາຍ” ໜັງສືພິມປະເທດລາວ ກໍ່ໄດ້ສະເໜີກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະປັບປຸງ) ພາກທີ II, ໝວດທີ 1 ໃນມາດຕາ 9 ຫາ ມາດຕາ 12 ໃຫ້ທ່ານຜູ້ອ່ານມາແລ້ວ ເຊິ່ງມາສະບັບນີ້ ຂໍສະເໜີຕໍ່ໝວດທີ 2 “ການຂັບຂີ່ຍານພາຫະນະ” ແຕ່ມາດຕາ 13 ຫາ ມາດຕາ 20 ຕື່ມ.
*ໃນອາທິດຜ່ານມານີ້ “ຄໍລຳຊີວິດ-ກົດໝາຍ” ໜັງສືພິມປະເທດລາວ ກໍ່ໄດ້ສະເໜີກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະປັບປຸງ) ພາກທີ II, ໝວດທີ 1 ໃນມາດຕາ 9 ຫາ ມາດຕາ 12 ໃຫ້ທ່ານຜູ້ອ່ານມາແລ້ວ ເຊິ່ງມາສະບັບນີ້ ຂໍສະເໜີຕໍ່ໝວດທີ 2 “ການຂັບຂີ່ຍານພາຫະນະ” ແຕ່ມາດຕາ 13 ຫາ ມາດຕາ 20 ຕື່ມ. ຢູ່ໃນມາດຕາ 13 (ໃໝ່) ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່. ການສອບເສັງເອົາໃບຂັບຂີ່ຕ້ອງມີເງື່ອນໄຂດັ່ງນີ້:
- ມີໃບຢັ້ງຢືນຈົບຫລັກສູດການຮຽນຂັບລົດ; ມີໃບຢັ້ງຢືນສຸຂະພາບ; ມີອາຍຸຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 14 ຂອງກົດໝາຍສະບັບນີ້. ການສອບເສັງ ແລະ ການອອກໃບຂັບຂີ່ ຕ້ອງປະຕິບັດຕາມລະບຽບການຂອງກະຊວງໂຍທາທິການ ແລະ ຂົນສົ່ງຢ່າງເຂັ້ມງວດ. ເງ່ືອນໄຂຂອງການສອບເສັງເອົາໃບຂັບຂີ່ສຳລັບຄົນພິການ ແລະ ເສຍອົງຄະໄດ້ກໍານົດໄວ້ໃນລະບຽບການສະເພາະ. ມາດຕາ 14 (ປັບປຸງ) ອາຍຸຂອງຜູ້ສອບເສັງເອົາໃບຂັບຂ່ີຜູ້ສອບເສັງເອົາໃບຂັບຂ່ີລົດແຕ່ລະປະເພດຕ້ອງມີປະສົບການ ແລະ ມີອາຍຸດັ່ງນີ້:
- ແຕ່ສິບຫ້າປີຂ້ຶນໄປສໍາລັບລົດຈັກ ຄວາມແຮງບ່ໍເກີນ 125 cc; ແຕ່ສິບແປດປີຂຶ້ນໄປສໍາລັບລົດຈັກ ຄວາມແຮງແຕ່ 125 cc ຂຶ້ນໄປ, ລົດສາມລໍ້, ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວ ແລະ ລົດຂົນສົ່ງສະເພາະບໍ່ເກີນເກ້ົາບ່ອນນ່ັງ ລວມທັງຜູ້ຂັບຂ່ີ ຫລື ນ້ຳໜັກລວມບໍ່ເກີນ 3.500 ກິໂລກຣາມ, ລົດຂົນສົ່ງໂດຍສານບໍ່ເກີນເກົ້າບ່ອນນັ່ງລວມທັງຜູ້ຂັບຂີ່; ແຕ່ຊາວເອັດປີຂ້ຶນໄປສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງທີ່ມີນ້ຳໜັກ ລວມແຕ່ 3.500 ກິໂລກຣາມເຖິງ 7.000 ກິໂລກຣາມ, ລົດໄຖນາໃຫຍ່, ລົດຂົນສົ່ງໂດຍສານບໍ່ເກີນສິບຫ້າບ່ອນນັ່ງລວມທັງຜູ້ຂັບຂີ່, ລົດຫົວລາກທີ່ແກ່ເຄິ່ງຫາງລາກ; ແຕ່ຊາວຫ້າປີຂຶ້ນໄປສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງທີ່ມີນ້ຳໜັກລວມບໍ່ເກີນ 15.000 ກິໂລກຣາມ, ລົດຫົວລາກທ່ີແກ່ເຄ່ິງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກນໍ້າໜັກລວມບໍ່ເກີນ 750 ກິໂລກຣາມ, ລົດຂົນສົ່ງໂດຍສານບໍ່ເກີນສາມສິບຫ້າບ່ອນນັ່ງ; ແຕ່ຊາວແປດປີຂຶ້ນໄປສໍາລັບລົດຂົນສົ່ງສິນຄ້ານໍ້າໜັກບັນທຸກເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກນໍ້າໜັກລວມ ເກີນ 750 ກິໂລກຣາມຂຶ້ນໄປ ແລະ ລົດຂົນສົ່ງໂດຍສານແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປ.
ມາດຕາ 15 (ໃໝ່) ໃບຂັບຂ່ີຍານພາຫະນະທີ່ ສປປ ລາວ ອອກໃຫ້ມີໃບຂັບຂີ່ພາຍໃນ ແລະ ໃບຂັບຂີ່ສາກົນ.ໃບຂັບຂີ່ພາຍໃນແມ່ນອອກໃຫ້ແກ່ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບ່ໍມີສັນຊາດ, ຄົນຕ່າງປະເທດ ທີ່ໄດ້ຜ່ານການສອບເສັງຢູ່ ສປປ ລາວ ເພື່ອນຳໃຊ້ຢູ່ພາຍໃນປະເທດ ແລະ ຢູ່ບັນດາປະເທດທີ່ມີການຮັບຮູ້ໃບຂັບຂີ່ຊຶ່ງກັນ ແລະ ກັນ, ມີອາຍຸການນຳໃຊ້ຫ້າປີ ແລະ ສາມາດຕໍ່ໄດ້ຄັ້ງລະຫ້າປີ.ໃບຂັບຂີ່ສາກົນແມ່ນອອກໃຫ້ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດທີ່ມີໃບຂັບຂີ່ພາຍໃນມາແລ້ວເພື່ອນຳໃຊ້ຢູ່ຕ່າງປະເທດ. ຂະໜາດ, ລັກສະນະ ແລະ ມາດຕະຖານຂອງໃບຂັບຂີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.
ມາດຕາ 16 (ປັບປຸງ) ປະເພດໃບຂັບຂີ່ຕາມຊະນິດຍານພາຫະນະໃບຂັບຂີ່ພາຍໃນຈັດຕາມຊະນິດຍານພາຫະນະດ້ວຍຕົວອັກສອນລາເເຕງດັ່ງນີ້:
- A : ລົດຈັກສອງລໍ້ ຄວາມແຮງ ບໍ່ເກີນ 125 cc; A1: ລົດຈັກສອງ ລໍ້ ຄວາມແຮງແຕ່ 125 cc ຂຶ້ນໄປ; A2: ລົດຈັກສາມລໍ້ສ່ວນຕົວ ແລະ ລົດສອງລໍ້, ສາມລໍ້ ໂດຍສານ; A3: ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ; B: ລົດເບົາ ນ້ຳໜັກລວມຕໍ່າກວ່າ 3.500 ກິໂລກຣາມ, ບໍ່ເກີນເກົ້າບ່ອນນັ່ງ ລວມທັງຜູ້ຂັບຂີ່; C: ລົດຂົນສົ່ງສິນຄ້າ ນ້ຳໜັກລວມແຕ່ 3.500 ກິໂລກຣາມ ຫາ 7.500 ກິໂລກຣາມ; C1: ລົດ ຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ; C2: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ; D: ລົດຂົນສ່ົງໂດຍສານ ປະເພດ 4 ລໍ້ ຂຶ້ນໄປ, ບໍ່ເກີນສິບຫ້າ ບ່ອນນັ່ງ; D1: ລົດຂົນສົ່ງໂດຍສານ ແຕ່ສິບຫົກ ຫາ ສາມສິບຫ້າບ່ອນນັ່ງ; D2: ລົດຂົນສົ່ງໂດຍສານແຕ່ສາມ ສິບຫົກບ່ອນນັ່ງຂຶ້ນໄປ; E: ລົດເບົາ (B), ລົດຂົນສົ່ງສິນຄ້າ (C) ແລະ ລົດຂົນສົ່ງໂດຍສານ (D) ທີ່ແກ່ ຫາງລາກນ້ຳໜັກລວມບໍ່ເກີນ 750 ກິໂລກຣາມ; E1: ລົດຂົນສົ່ງສິນ ຄ້າ (C2) ແກ່ຫາງລາກນ້ຳໜັກ ລວມເກີນກວ່າ 750 ກິໂລກຣາມ. ຂ້າງເທິງ
ມາດຕາ 17 (ປັບປຸງ) ໃບຂັບຂີ່ຕ່າງປະເທດແມ່ນໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ຊຶ່ງອອກຢູ່ຕ່າງປະເທດ.ສປປ ລາວ ຮັບຮູ້ໃບຂັບຂີ່ຕ່າງປະເທດຂອງບຸກຄົນທີ່ມີໃບຂັບຂ່ີສາກົນ ຫລື ມີໃບຂັບຂີ່ຂອງປະເທດທີ່ມີການຮັບຮູ້ຊຶ່ງກັນ ແລະ ກັນ.
ມາດຕາ 18 (ປັບປຸງ) ການຂັບຂີ່ ແລະ ການບັນທຸກການຂັບຂີ່ ແລະ ການບັນທຸກຂອງລົດຂົນສ່ົງຄົນ ແລະ ຜູ້ໂດຍສານໃຫ້ປະຕິບັດດັ່ງນີ້:
- ລົດຖີບ ໃຫ້ຊ້ອນໄດ້ໜຶ່ງຄົນ; ລົດຈັກ ອະນຸຍາດໃຫ້ຜູ້ໃຫຍ່ຊ້ອນໄດ້ ໜຶ່ງຄົນ ແລະ ເດັກນ້ອຍອາຍຸບໍ່ເກີນ ສິບເອັດປີ ອີກໜຶ່ງຄົນ; ຜູ້ຂັບຂີ່ ແລະ ຜູ້ຊ້ອນຕ້ອງໃສ່ໝວກກັນກະທົບທີ່ໄດ້ ມາດຕະຖານ; ລົດຖີບສາມລໍ້, ລົດຈັກ ສາມລໍ້ຕິດຂ້າງໃຫ້ຂີ່ໄດ້ສາມຄົນລວມ ທັງຜູ້ຂັບຂີ່; ລົດສາມລໍ້ຊະນິດຈຳໂບ້ ໃຫ້ຂີ່ໄດ້ບໍ່ເກີນຫ້າຄົນ ຫລື ບັນທຸກ ສິນຄ້າ, ເຄື່ອງຂອງບໍ່ເກີນ 300 ກິ ໂລກຣາມ; ລົດສາມລໍ້ຊະນິດຕຸກໆ, ສະກາຍແລັບ ອະນຸຍາດໃຫ້ຂີ່ໄດ້ ບໍ່ເກີນເກົ້າຄົນ ຫລື ບັນທຸກສິນຄ້າ, ເຄື່ອງຂອງບໍ່ເກີນ 550 ກິໂລກຣາມ; ລົດເກງ, ລົດຈິບ, ລົດຕູ້, ລົດກະບະ ໃຫ້ບັນທຸກຕາມມາດຕະຖານຂອງ ໂຮງງານຜະລິດ. ຜູ້ຂັບຂີ່ລົດສີ່ລ້ໍ ຂຶ້ນໄປລວມທັງຜູ້ນັ່ງທາງໜ້າຕ້ອງ ໃສ່ສາຍຮັດນິລະໄພ, ເດັກນ້ອຍທີ່ບ່ ສາມາດໃສ່ສາຍຮັດນິລະໄພປົກກະຕິ ໄດ້ໃຫ້ນຳໃຊ້ເບາະນັ່ງສະເພາະ.
ມາດຕາ 19 (ໃໝ່) ຂໍ້ຈໍາກັດຄວາມໄວ ແລະ ໄລຍະຫ່າງລະຫວ່າງລົດຄວາມໄວສູງສຸດທີ່ອະນຸຍາດໃຫ້ລົດແຕ່ລະປະເພດແລ່ນຕາມເສັ້ນທາງໃນ ສປປ ລາວ ໄດ້ກຳນົດໄວ້ດັ່ງນີ້:
- ບໍ່ໃຫ້ເກີນສີ່ສິບ ກິໂລແມັດຕ່ໍ ຊົ່ວໂມງ ສໍາລັບການສັນຈອນໜາ ແໜ້ນຕາມເສັ້ນທາງໃນຕົວເມືອງ, ເທສະບານ, ເຂດຊຸມຊົນ; ບໍ່ໃຫ້ເກີນ ເກົ້າສິບກິໂລແມັດຕໍ່ຊົ່ວໂມງ ສໍາ ລັບການສັນຈອນຂອງລົດເບົາທຸກ ປະເພດ ແລະ ລົດຈັກ ແຕ່ 125 cc ຂຶ້ນໄປ ຕາມເສັ້ນທາງຫລວງ ນອກເຂດຕົວເມືອງ; ບໍ່ໃຫ້ເກີນ ເຈັດ ສິບກິໂລແມັດຕໍ່ຊົ່ວໂມງ ສຳລັບ ລົດບັນທຸກສິນຄ້າ, ລົດໂດຍສານ ແລະ ລົດຈັກ ບໍ່ເກີນ 125 cc ຕາມ ເສັ້ນທາງຫລວງນອກເຂດຕົວເມືອງ. ນອກຈາກນີ້, ຄວາມໄວສູງສຸດທ່ ອະນຸຍາດໃຫ້ແລ່ນໃນແຕ່ລະຕອນ ທາງແມ່ນໃຫ້ປະຕິບັດຕາມປ້າຍກໍາ ນົດຄວາມໄວ. ເມື່ອລົດສອງຄັນ ແລ່ນໃນຊ່ອງຈະລາຈອນດຽວກັນ, ລົດຄັນແລ່ນຕາມຫລັງຕ້ອງຮັກສາ ໄລຍະຫ່າງທີ່ເໝາະສົມກັບສະພາບ ເສັ້ນທາງ, ດິນຟ້າອາກາດ, ຂະໜາດ ແລະ ນໍ້າໜັກບັນທຸກຂອງລົດ ເພື່ອຮັບປະກັນຄວາມປອດໄພໃນກໍລະນລົດຄັນແລ່ນທາງໜ້າຢຸດກະທັນຫັນ. ລົດທ່ີແລ່ນເປັນຂະບວນແຕ່ສອງ ຂະບວນຂຶ້ນໄປຕ້ອງຮັກສາໄລຍະ ຫ່າງລະຫວ່າງຂະບວນຢ່າງໜ້ອຍ 150 ແມັດ ແລະ ໄລຍະຫ່າງລະ ຫວ່າງລົດໃນຂະບວນຢ່າງໜ້ອຍ 25 ແມັດ. ຄວາມໄວສູງສຸດທີ່ໄດ້ກຳນົດ ໄວ້ໃນມາດຕານີ້ ບໍ່ກວມເອົາຄວາມ ໄວຂອງລົດສັນຈອນພິເສດ ແລະ ລົດ ທີ່ປະຕິບັດວຽກງານໃນກໍລະນີເກີດ ເຫດສຸກເສີນເຊັ່ນ: ອຸບັດເຫດ, ຄົນ ເຈັບ, ໄຟໄໝ້, ນ້ຳຖ້ວມ ແລະ ເຫດ ສຸກເສີນອື່ນ.
ມາດຕາ 20 (ໃໝ່) ທາດເຫລົ້າໃນຮ່າງກາຍຂອງຜູ້ຂັບຂີ່ຄວາມເຂັ້ມຂຸ້ນຂອງທາດເຫລົ້າໃນຮ່າງກາຍຂອງຜູ້ຂັບຂີ່ຍານພາຫະນະທຸກຊະນິດທີ່ອະນຸຍາດສູງສຸດບໍ່ໃຫ້ເກີນດັ່ງນີ້:
1,ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລ້ໍທຸກຊະນິດ.
- ໃນລົມຫາຍໃຈ: 0,24 ມີລີ ກຣາມຕໍ່ລິດ (BrAC); ໃນເລືອດ: 50 ມີລີກຣາມຕໍ່ 100 ມີລີລິດ (BAC); ໃນປັດສະວະ: 66,5 ມີ ລີກຣາມຕໍ່ 100 ມີລີລິດ (Urine).
2,ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບຈ້າງທຸກຊະນິດ.
- ໃນລົມຫາຍໃຈ: 0 ມີລີກຣາມ ຕໍ່ລິດ (BrAC); ໃນເລືອດ: 0 ມີລີ ກຣາມຕໍ່ 100 ມີລີລິດ (BAC); ໃນປັດສະວະ: 0 ມີລີກຣາມຕໍ່ 100 ມີລີລິດ(Urine).
3,ສໍາລັບຜູ້ຂັບຂີ່ລົດຈັກສອງລ້ໍແລະ ສາມລໍ້.
- ໃນລົມຫາຍໃຈ: 0,14 ມີລີ ກຣາມຕໍ່ລິດ (BrAC); ໃນເລືອດ: 30 ມີລີກຣາມຕໍ່ 100 ມີລີລິດ (BAC); ໃນປັດສະວະ: 39,9 ມີລີ ກຣາມຕໍ່ 100 ມີລີລິດ (Urine).
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ມີສິດກວດກາຄວາມເຂັ້ມຂຸ້ນຂອງທາດເຫລົ້າໃນລົມຫາຍໃຈຂອງຜູ້ຂັບຂີ່. ໃນກໍລະນີເກີດອຸບັດເຫດທີ່ເຮັດໃຫ້ຄົນບາດເຈັບ, ເສຍຊີວິດ, ຊັບສິນເສຍຫາຍນັ້ນແພດມີໜ້າທີ່ກວດຫາຄວາມເຂັ້ມຂຸ້ນຂອງທາດເຫລົ້າໃນເລືອດ ແລະ ປັດສະວະຂອງຜູ້ຂັບຂີ່ ແລະ ຂອງຄູ່ກໍລະນີທ່ເກີດອຸບັດເຫດ ເພື່ອໃຊ້ເປັນຂໍ້ມູນໃຫ້ແກ່ການດໍາເນີນຄະດີ.
KPL