ສປ ຈີນ ເລັ່ງລັດສ້າງນະຄອນຊຽງໄຮ້ໃຫ້ເປັນສູນກາງແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ

30/04/2025 16:05
Email Print 196
KPL ນະ​ຄອນ​ຊຽງ​ໄຮ້​ ໄດ້​ແບກ​ຫາບ​ ໜ້າ​ທີ່​ ແຫ່ງ​ການ​ສ້າງ​ ໃຫ້​ເປັນ​ ສູນ​ກາງ​ ປະ​ດິດ ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ສາ​ກົນ, ຕ້ອງ​ກຳ​ແໜ້ນ​ ໂອ​ກາດ, ​ຖື​ການ​ຮັບ​ໃຊ້​ ຍຸດ​ທະ​ສາດ ​ແຫ່ງ​ຊາດ​ ເປັນ​ທິດ​ຊີ້​ນຳ, ເພີ່ມ​​ທະ​ວີ ​ບົດ​ບາດ ​ທີ່​ເປັນ​ແຫລ່ງ​ ນຳສະ​ເໜີ​ ນະ​ໂຍ​ບາຍ ​ແຫ່ງ​ການ​ປະ​ດິດ ​ສ້າງ​ໃໝ່ ​​ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 29 ເມ​ສາ​ນີ້, ໃນ​ເວ​ລາ ສຳ​ຫລວດ ຢູ່​ນະ​ຄອນ​ ຊຽງ​ໄຮ້, ທ່ານ ​ສີ ​ຈິ້ນ​ຜິງ, ເລ​ຂາ​ ທິ​ການ​ໃຫຍ່​ ຄະ​ນະ​ ກຳ​ມະ​ການ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ປະ​ທານ​ ປະ​ເທດ​ຈີນ, ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ ​ສູນ​ກາງ​ຈີນ ກ່າວ​ເນັ້ນ​​ໜັກວ່າ: ນະ​ຄອນ​ຊຽງ​ໄຮ້​ ໄດ້​ແບກ​ຫາບ​ ໜ້າ​ທີ່​ ແຫ່ງ​ການ​ສ້າງ​ ໃຫ້​ເປັນ​ ສູນ​ກາງ​ ປະ​ດິດ ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ສາ​ກົນ, ຕ້ອງ​ກຳ​ແໜ້ນ​ ໂອ​ກາດ, ​ຖື​ການ​ຮັບ​ໃຊ້​ ຍຸດ​ທະ​ສາດ ​ແຫ່ງ​ຊາດ​ ເປັນ​ທິດ​ຊີ້​ນຳ, ເພີ່ມ​​ທະ​ວີ ​ບົດ​ບາດ ​ທີ່​ເປັນ​ແຫລ່ງ​ ນຳສະ​ເໜີ​ ນະ​ໂຍ​ບາຍ ​ແຫ່ງ​ການ​ປະ​ດິດ ​ສ້າງ​ໃໝ່ ​​ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​ ແລະ ​ບົດ​ບາດ​ນຳ​ໜ້າ ​ຂະ​ແໜງ​ ອຸດ​ສາ​ຫະ​ກຳ ລະ​ດັບ​ສູງ ​ຢ່າງ​ບໍ່​ຢຸ​ດ​ຢັ້ງ, ເລັ່ງ​ລັດ​ສ້າງ ​ເປັນ​ສູນ​ກາງ ແຫ່ງ​ການ​ປະ​ດິດ ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ທີ່​ມີ​ບົດ​ບາດ ໃນ​ທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top