ສຳມະນາວິທະຍາສາດ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກສາທາລະນະສຸກ

30/04/2025 16:52
Email Print 183
KPL ຂປລ. ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ຈັດສຳມະນາວິທະຍາສາດ ລະດັບກະຊວງ ພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ” ໃນວັນທີ 30 ເມສາ 2025

ຂປລ. ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ຈັດສຳມະນາວິທະຍາສາດ ລະດັບກະຊວງ ພາຍໃຕ້ຫົວຂໍ້: ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກໃນວັນທີ 30 ເມສາ 2025 ໂດຍການເປັນປະທານຊີ້ນໍາກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີ ທ່ານ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈໍາການຄະນະຮັບຜິດຊອບຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ, ພ້ອມ​ດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທັງ​ນີ້, ກໍເພື່ອສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທັງເປັນການສະເຫລີມສະຫລອງ 3 ວັນປະຫວັດສາດຂອງພັກ ຂອງຊາດ.ໃນນັ້ນ, ກໍ​ແມ່ນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກວ່າ: ພັກເຮົາຖືວ່າວຽກງານສາ ທາລະນະສຸກ ແມ່ນມີບົດບາດສໍາຄັນທີ່ສຸດ ແລະ ກໍແມ່ນປັດໄຈທີ່ຂາດບໍ່ໄດ້ ກ່ຽວກັບການປະຕິບັດທຸກໆໜ້າທີ່ ການເມືອງຂອງພັກ ໃນໄລຍະໃໝ່ຂອງການປະຕິວັດ, ພາລະກິດປ້ອງກັນຊາດ, ຂະຫຍາຍເສດຖະກິດ, ຂະຫຍາຍວັດທະນະທໍາ, ສຶກສາ ແລະ ອື່ນໆ ຈະບັນລຸຜົນສໍາເລັດໄດ້ຢ່າງດີ ຫລື ບໍ່ນັ້ນ ມັນຂຶ້ນກັບສະພາວະກ່ຽວກັບພາລະກໍາລັງຂອງພົນລະເມືອງ ເວົ້າລວມ ຊຶ່ງອັນນີ້ແມ່ນພາລະໜ້າທີ່ ຂອງຂະແໜງການສາທາລະນະສຸກ ເປັນຜູ້ຮັບຜິດຊອບໂດຍກົງ.

ຈາກນັ້ນ, ສະຫາຍ ບຸນແຝງ ພູມມະໄລສິດ ໄດ້ຍົກໃຫ້ເຫັນວ່າ: ຕະຫລອດໄລຍະທີ່ຜ່ານມາ ຂົງເຂດວຽກງານສາທາລະນະສຸກ ມີບົດບາດສໍາຄັນໃນການຮັກສາອະນາໄມ ແລະ ເບິ່ງແຍງສຸຂະພາບຂອງປະຊາຊົນບັນດາເຜົ່າ ເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ດີ, ມີພາລະກໍາລັງກາຍທີ່ແຂງແຮງ ເພາະວ່າສາທາລະນະສຸກ ມີໜ້າທີ່ເຮັດໃຫ້ປະຊາຊົນ ມີສຸຂະພາບແຂງແຮງ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເມື່ອປະຊາຊົນມີສຸຂະພາບດີ ເຂົາເຈົ້າກໍສາມາດທໍາມາຫາກິນ ຕາມແນວທາງຂອງພັກ, ສ້າງເສດຖະກິດຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ, ປະເທດຊາດ ຈຶ່ງຈະສາມາດຫັນປ່ຽນຈາກເສດຖະກິດທໍາມະຊາດ ເປັນເສດຖະກິດສິນຄ້າ, ເມື່ອປະຊາຊົນມີຢູ່ມີກິນ ມີຄວາມຮັ່ງມີຜາສຸກ ປະເທດຊາດ ຈຶ່ງມັ່ງຄັ່ງເຂັ້ມແຂງໄດ້.

ການ​ສໍາ​ມະ​ນາຄັ້ງນີ້, ໄດ້ນຳສະເໜີ 6 ຫົວຂໍ້ຍ່ອຍ ຄື: ແນວຄິດ ໄກສອນ ພົມວິຫານ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງວຽກງານສາທາລະນະສຸກ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການຄຸ້ມຄອງຂະແໜງສາທາລະນະສຸກ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງ ແລະ ພັດທະນະບຸກຄະລາກອນສາທາລະນະສຸກ; ແນວຄິດ ໄກສອນ ພົມວິຫານ ຕໍ່ວຽກງານການກັນພະຍາດ ແລະ ສົ່ງເສີມສຸຂະພາບ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບຄວາມໝາຍຄວາມສຳຄັນ ຂອງສຸຂະ ພາບ ແມ່ ແລະ ເດັກ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການແພດ ແລະ ການຢາພື້ນເມືອງລາວ. ແຕ່ລະຫົວຂໍ້ ໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ ຂອງແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ, ການຄົ້ນຄວ້າ ແລະ ປະກອບຄວາມເຫັນໃນແຕ່ລະບັນຫາ, ອະທິບາຍ, ຢືນ ຢັນໃຫ້ເຫັນເຖິງແນວຄິດຊີ້ນຳຂອງ ປະທານ ໄກສອນ ພົມວິຫານ ທີ່ສອດຫ້ອຍ ແລະ ຊີ້ນຳການເຄື່ອນ ໄຫວຕົວຈິງ, ພ້ອມທັງຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວຽກງານສາທາລະນະສຸກ ທີ່ໄດ້ປະກອບ ສ່ວນເຂົ້າໃນທຸກຂົງເຂດວຽກງານ ຊຶ່ງທຸກຂົງເຂດວຽກງານຈະປະສົບຜົນສຳເລັດ ກໍລ້ວນແລ້ວແຕ່ແມ່ນຄົນເປັນຜູ້ສ້າງ ໃນການອອກແຮງຜະລິດທັງດ້ານຫົວຄິດປະດິດສ້າງ ແລະ ດ້ານກຳລັງແຮງງານ. ສະນັ້ນ, ໃນການເອົາໃຈໃສ່ວຽກງານການເບິ່ງແຍງ ສຸຂະພາບຂອງປະຊາຊົນ ແມ່ນເປັນຈຸດເລີ່ມຕົ້ນໃນການສ້າງສາ ແລະ ພັດທະນາປະເທດຊາດ.


ຂ່າວ: ສມປຊ

ພາບ: ສໍານານ

KPL

ຂ່າວອື່ນໆ


Top