ໄຊຊະນະວັນທີ 30 ເມສາ 1975 ແມ່ນໝາກຜົນອັນຍິ່ງໃຫຍ່ທີ່ສຸດຂອງພາລະກິດແຫ່ງການປົດປ່ອຍຊາດ

30/04/2025 17:02
Email Print 152
KPL ໄຊຊະນະ ປະຫວັດສາດ ໃນວັນທີ 30 ເມສາ 1975 ຂອງປະຊາຊົນ ຫວຽດນາມ ມີການປະກອບສ່ວນ ຢ່າງໃຫຍ່ຫລວງ ຂອງປະຊາຊົນ ຜູ້ກ້າວໜ້າ ແລະ ເພື່ອນມິດ ຜູ້ຮັກຫອມ ສັນຕິພາບໃນໂລກ, ໃນນັ້ນ ມີບັນດາ ພັກການເມືອງ ຂອງບັນດາປະເທດ ເຂົ້າຮ່ວມ ພິທີ ສະເຫລີມ ສະຫລອງຢູ່ ນະຄອນໂຮ່ຈີມິນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ: ໄຊຊະນະ ປະຫວັດສາດ ໃນວັນທີ 30 ເມສາ 1975 ຂອງປະຊາຊົນ ຫວຽດນາມ ມີການປະກອບສ່ວນ ຢ່າງໃຫຍ່ຫລວງ ຂອງປະຊາຊົນ ຜູ້ກ້າວໜ້າ ແລະ ເພື່ອນມິດ ຜູ້ຮັກຫອມ ສັນຕິພາບໃນໂລກ, ໃນນັ້ນ ມີບັນດາ ພັກການເມືອງ ຂອງບັນດາປະເທດ ເຂົ້າຮ່ວມ ພິທີ ສະເຫລີມ ສະຫລອງຢູ່ ນະຄອນໂຮ່ຈີມິນ. ໄຊຊະນະວັນທີ 30 ເມສາ 1975 ແມ່ນຂີດໝາຍອັນພົ້ນເດັ່ນປະກາຍແຈ້ງ ໃນປະຫວັດສາດຂອງຊາດ ຫວຽດນາມ, ໝາກຜົນ ອັນຍິ່ງໃຫຍ່ທີ່ສຸດ ຂອງພາລະກິດ ແຫ່ງການປົດປ່ອຍຊາດ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ຂອງປະຊາຊົນ ຫວຽດນາມ. ທ່ານ ເລຂາທິການໃຫຍ່ ໂຕເລິມ ນີ້ໄດ້ຢັ້ງຢືນຄືດັ່ງກ່າວ ທີ່ການຕ້ອນຮັບ ຄະນະການນຳ, ຜູ້ຕາງໜ້າ ບັນດາພັກການເມືອງ ບັນດາປະເທດ ມາເຂົ້າຮ່ວມ ພິທີສະເຫລີມ ສະຫລອງ, ເດີນຂະບວນ, ສວນສະໜາມຢູ່ ຫວຽດນາມ ໃນໂອກາດ ສະເຫລີມ ສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ (30/04/1975 - 30/04/2025). ຂະນະທີ່ ໃນການຕໍ່ສູ້ ເພື່ອເປົ້າໝາຍລວມ ຂອງຍຸກສະໄໝ, ທ່ານ ເລຂາທິການໃຫຍ່ ປາດຖະໜາ ຢາກເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມື ລະຫວ່າງ ບັນດາພັກການເມືອງ ເລິກເຊິ່ງກວ່າອີກ, ເພີ່ມທະວີຄວາມຮູ້, ນ້ຳໃຈມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະຊາຊົນ ຫວຽດນາມ ກັບປະຊາຊົນ ບັນດາປະເທດໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top