ພິທີສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ

30/04/2025 21:23
Email Print 135
KPL ພິທີສະເຫລີມ ສະຫລອງ, ເດີນຂະບວນ ສວນສະໜາມ ສະເຫລີມ ສະຫລອງ 50 ປີ ແຫ່ງວັນປົດປ່ອຍ ພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຈັດຂຶ້ນໃນວັນທີ 30 ເມສາ, ຢູ່ນະຄອນ ໂຮ່ຈີມິນ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ພິທີສະເຫລີມ ສະຫລອງ, ເດີນຂະບວນ ສວນສະໜາມ ສະເຫລີມ ສະຫລອງ 50 ປີ ແຫ່ງວັນປົດປ່ອຍ ພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ຈັດຂຶ້ນໃນວັນທີ 30 ເມສາ, ຢູ່ນະຄອນ ໂຮ່ຈີມິນ ໂດຍມີ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ; ສະພາແຫ່ງຊາດ, ປະທານ ປະເທດ; ລັດຖະບານແຫ່ງ ສສ.ຫວຽດນາມ; ຄະນະກຳມະການ ສູນກາງ ແນວໂຮມ ປະເທດຊາດ ຫວຽດນາມ ແລະ ຄະນະ ກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ຈັດຂຶ້ນ ຢ່າງສົມກຽດ. ໂດຍມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ, ປະທານປະເທດ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານ ສະພາແຫ່ງຊາດ; ບັນດາ ອະດີດ ການນຳພັກ, ລັດ; ບັນດານັກອາວຸໂສປະຕິວັດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດ, ນັກວິລະຊົນແຮງງານ, ບັນດານາຍທະຫານ, ຜູ້ຕາງໜ້າ ບັນດາ ອົງການ ຈັດຕັ້ງການເມືອງ, ໝູ່ຄະນະ, ບັນດາຜູ້ທີ່ມີຄຸນງາມ ຄວາມດີ ຕໍ່ການປະຕິວັດ ລວມທັງ ແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ຢ່າງຟົດຟື້ນ.ກ່ອນຈັດພິທີສະເຫລີມ ສະຫລອງ ແມ່ນມີບັນດາ ລາຍການສະແດງ ສິລະປະພິເສດ. ລາຍການສະແດງ ຕີກອງງານບຸນ ດ້ວຍຫົວຂໍ້ “ບົດເພງ ແຫ່ງໄຊຊະນະ ຢ່າງສົມບູນ” ຂອງວິທະຍາຄານ ຕຳຫລວດປະຊາຊົນ ຫວຽດນາມ ດ້ວຍກອງ 800 ຊະນິດ; ລາຍການໄດ້ສະແດງພ້ອມ ກັບການສະແດງ ສິລະປະປືນ ດ້ວຍຫົວຂໍ້ປະເທດຊາດ ເຕັມໄປດ້ວຍຄວາມປິຕິຊົມຊື່ນ”, ການຈັດແຖວເປັນພາບສິລະປະ ໂດຍຄະນະ ພິທີກອງທັບ ປະຕິບັດ ແລະ ລາຍການສະແດງ ສິລະປະ ໂດຍບັນດາ ນັກສິລະປິນ ນະຄອນ ໂຮ່ຈີມິນ ສະແດງ.ຕໍ່ຈາກນັ້ນ, ທ່ານ ເລຂາທິການໃຫຍ່ ໂຕເລິມ ອ່ານສູນທອນພົດ ສະເຫລີມສະຫລອງ 50 ປີ ແຫ່ງວັນປົດປ່ອຍ ພາກໃຕ້ ຫວຽດນາມ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ໂດຍໄດ້ຢືນຢັນວ່າ: ການປົດປ່ອຍ ພາກໃຕ້ ຫວຽດນາມ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ແມ່ນບັນດາຂີດໝາຍ ອັນສະຫງ່າ ລາສີທີ່ສຸດ ໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ, ເປັນຂີດໝາຍ ສິ້ນສຸດ ການຕໍ່ສູ້ ອົງອາດກ້າແກ່ນ, ພິລະອາດຫານ ເປັນເວລາ 30 ປີ ແຫ່ງການຍາດເອົາ ເອກະລາດ, ເສລີພາບ, ທ້ອນໂຮມ ປະເທດຊາດ ເປັນເອກະພາບ, ຢຸດຕິແອກປົກຄອງ ເປັນເວລາກວ່າເຄິ່ງ ສະຕະວັດ  ຂອງລັດທິ ລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່. ທ່ານ ເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະທານ ໂຮ່ຈີມິນ, ຈົດຈຳ ແລະ ຮູ້ບຸນຄຸນຕໍ່ບັນດາການນຳ ປະຕິວັດ ລຸ່ນກ່ອນ, ບັນດານັກຮົບວິລະຊົນ ເສຍສະຫລະ ຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງ ປະກອບອາວຸດ, ບັນດາທະຫານ ເຈັບປ່ວຍ, ຄອບຄົວ ຜູ້ມີຄຸນງາມ ຄວາມດີ ຕໍ່ການປະຕິວັດ, ກໍຄືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທີ່ໄດ້ອຸທິດສ່ວນ, ເສຍສະຫລະຊີວິດ ເພື່ອພາລະກິດ ປົດປ່ອຍ ພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດ ເປັນເອກະລາດ. ທ່ານ ເລຂາທິການໃຫຍ່ ກໍ່ຂອບໃຈ ຢ່າງຈິງໃຈຕໍ່ການສະໜັບ ສະໜູນ, ການຊ່ວຍເຫລືອອັນໃຫຍ່ຫລວງ ຈາກເພື່ອນມິດສາກົນ, ບັນດາກຳລັງກ້າວໜ້າ ແລະ ປະຊາຊົນຜູ້ຮັກຫອມ ສັນຕິພາບໃນໂລກ ທີ່ມີຕໍ່ພາລະກິດຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບຂອງປະຊາຊົນ ຫວຽດນາມ. ທ່ານ ເລຂາທິການໃຫຍ່ ໂຕເລິມ,ຢືນຢັນວ່າ: ຊຸມເດືອນປີ ຈະຜ່ານພົ້ນໄປ, ແຕ່ໄຊຊະນະຂອງປະຊາຊົນ ຫວຽດນາມ ຈະໄດ້ຈົດເຂົ້າໃນປະຫວັດສາດຂອງຊາດ ຫວຽດນາມຕະຫລອດໄປ ຄືດັ່ງສັນຍາລັກອັນໃສແຈ້ງ ຂອງລັດທິວິລະຊົນປະຕິວັດ, ແມ່ນໄຊຊະນະ ຂອງຄວາມຊອບທຳ, ໄຊຊະນະຂອງ ຄຸນນະທາດ, ພູມປັນຍາ ຫວຽດນາມ, ຂອງນ້ຳໃຈຮັກຊາດ ອັນເຕັມປ່ຽມ; ຄວາມຄາດຫວັງ ມີເອກກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບ ດ້ວຍສັດຈະທຳ ປະເທດ ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ, ເປັນຂີດໝາຍ ຢັ້ງຢືນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ປະຕິບັດຄວາມປາດຖະໜາ ແລະ ຄຳບອກເຕືອນ ອັນຈິງໃຈທີ່ສຸດຂອງປະທານ ໂຮ່ຈີມິນ ທີ່ສັ່ງໄວ້ວ່າ: ປະຕິບັດສຳເລັດ ພາລະກິດປົດປ່ອຍພາກໃຕ້ ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດພາກໃຕ້ - ພາກເໜືອ ເປັນຄອບຄົວໜຶ່ງ”.ພາຍຫລັງ ທ້ອນໂຮມປະເທດຊາດ ເປັນເອກະພາບ ເປັນເວລາ 50 ປີ, ເກືອບ 40 ປີ ແຫ່ງການປະຕິບັດ ພາລະກິດ ປ່ຽນແປງໃໝ່, ປະເທດ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່ ມີຄວາມໝາຍ ປະຫວັດສາດ, ສ້າງສາພາລະກິດ ອັນໃຫຍ່ຫລວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນ ຄືທຸກວັນນີ້.ໂດຍມີ ຄວາມເອກອ້າງທະນົງໃຈ ຕໍ່ປະຫວັດສາດທີ່ສະຫງ່າລາສີຂອງຊາດ, ດ້ວຍຄວາມຮູ້ບຸນຄຸນ ຢ່າງລົ້ນເຫລືອ ຕໍ່ບັນດາການອຸທິດສ່ວນ ເສຍສະຫລະຊີວິດ ຂອງນັກຮົບ, ພໍ່ແມ່ປະຊາຊົນ ໃນທົ່ວປະເທດ.ພ້ອມທັງ ຮັບຮູ້ກຳລັງແຮງ ອັນຍິ່ງໃຫຍ່ ຂອງປະຊາຊົນ ແລະ ກຸ່ມກ້ອນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ ຢ່າງເລິກເຊິ່ງນັ້ນ, ຫວຽດນາມ ໄດ້ມີການເຊື່ອມຊືມ ຢ່າງເລິກເຊິ່ງ, ປະຕິບັດທັດສະນະປະຊາຊົນເປັນກົກ, ມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປັນເປົ້າໝາຍ ຂອງພາລະກິດ ແຫ່ງການສ້າງສາ ພັດທະນາ ປະເທດຊາດ ແລະ ປົກປັກຮັກສາປະເທດຊາດ ຢ່າງສະເໝີຕົ້ນ ສະເໝີປາຍ; ຜັນຂະຫຍາຍ ນະໂຍບາຍ ກົມກຽວ, ປອງດອງຊາດຢ່າງເຂັ້ມແຂງ ດ້ວຍຈິດໃຈ ພວກເຮົາ ລ້ວນແຕ່ ມີສາຍເລືອດລູກຫລານ ຫວຽດນາມ, ລ້ວນແຕ່ແມ່ນອ້າຍນ້ອງ ໃນຄອບຄົວດຽວກັນ. ຊາດ ຫວຽດນາມ ແມ່ນຊົນຊາດ ທີ່ຜ່ານຜ່າ ຄວາມເຈັດປວດ ແລະ ຄວາມເສຍຫາຍນາໆປະການ ຂອງສົງຄາມໃນອະດີດຕະການ ແລະ ກໍ່ຄືແມ່ນຊົນຊາດ ທີ່ໄດ້ຮັບຜົນອັນຍິ່ງໃຫຍ່ ຈາກສັນຕິພາບ, ການຮ່ວມມື ມິດຕະພາບ ໃນຊຸມ ທົດສະວັດ ທີ່ຜ່ານມາ. ຫວຽດນາມມີຄວາມປາດຖະໜາ ຢາກພ້ອມກັບ ປະຊາຄົມສາກົນ ສ້າງອະນາຄົດແຫ່ງ ສັນຕິພາບ, ວັດທະນາຖາວອນ, ສາມັກຄີ, ພັດທະນາ. ພວກເຮົາຈະສືບຕໍ່ ເຮັດໃຫ້ການພົວພັນ ມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ ເລິກເຊິ່ງກວ່າອີກ, ຍູ້ແຮງການປະຕິບັດທິດນຳທີ່ວ່າຫວຽດນາມແມ່ນເພື່ອນມິດ, ແມ່ນຄູ່ຮ່ວມ ມືທີ່ມີຄວາມໄວ້ເນື້ອ ເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ”, ປ່ຽນແປງໃໝ່ກົນໄກ, ນະໂຍບາຍ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຜູ້ທີ່ຖືສີສັນ ວັດທະນະທຳ ຫວຽດນາມໃນຕົວ, ເຕີບໂຫຍ່ ຢູ່ບັນດາປະເທດ ພັດທະນາ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິຊາການ ແລະ ການຄຸ້ມຄອງ, ມີການເຊື່ອມໂຍງ ກັບສາກົນ ຢ່າງເລິກເຊິ່ງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ຊຸກຍູ້ການພັດທະນາ ເສດຖະກິດ- ສັງຄົມຢູ່ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top