ລັດຖະມົນຕີຕ່າງປະເທດບຣິກສ໌ ເນັ້ນການຮ່ວມມືປະເທດເຂດໂລກໃຕ້

30/04/2025 16:31
Email Print 168
KPL ກອ​ງ​ປະ​ຊຸມ ​ພົບ​ປະ​ລະ​ຫວ່າງ ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ ບ​ຣິກ​ສ໌ ​ທີ່​ດຳ​ເນີນ ​ເປັນ​ເວ​ລາ 2 ມື້​ໄດ້ອັດ​ລົງ ​ຢູ່​ນະ​ຄອນ ​ຣີ​ໂອ​ເດີ​ຈາ​ເນ​ໂຣ​ ຂອງບ​ຣາ​ຊິນ​ ໃນ​ວັນ​ທີ 29 ເມ​ສານີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອ​ງ​ປະ​ຊຸມ ​ພົບ​ປະ​ລະ​ຫວ່າງ ​ລັດ​ຖະ​ມົນ​ຕີ ​ຕ່າງ​ປະ​ເທດ ບ​ຣິກ​ສ໌ ​ທີ່​ດຳ​ເນີນ ​ເປັນ​ເວ​ລາ 2 ມື້​ໄດ້ອັດ​ລົງ ​ຢູ່​ນະ​ຄອນ ​ຣີ​ໂອ​ເດີ​ຈາ​ເນ​ໂຣ​ ຂອງບ​ຣາ​ຊິນ​ ໃນ​ວັນ​ທີ 29 ເມ​ສານີ້.ຫລັງຈາກນັ້ນ ໄດ້​ອອ​ກ​ ຖະ​ແຫລງ​ການ​ ປະ​ທານ ໂດຍ​ກ່າວ​ຢ້ຳ​ວ່າ​: ຈະ​ສຸມ​ກຳ​ລັງ ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ ​ຂອບ​ການ​ພົວ​ພັນ ​ຄູ່​ຮ່ວມ ​ຍຸດ​ທະ​ສາດ​ ລະ​ຫວ່າງ ​ປະ​ເທດບ​ຣິກ​ສ໌, ດຳ​ເນີນ​ການ​ຮ່ວມ​ມື ​ພາຍ​ໃຕ້ 3 ເສົາ​ຄ້ຳ​ໃຫຍ່ ​ແຫ່ງ​ການ​ຮ່ວມ​ມື ຄື: ຄວາມ​ໝັ້ນ​ຄົງ ​ດ້ານ​ນະ​ໂຍ​ບາຍ ເສດ​ຖະ​ກິດ​ການ​ເງິນ ແລະ ການ​ແລກ​ປ່ຽນ ​ດ້ານ​ວັດ​ທະ​ນະ​ທຳ. ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຂອງ​ບັນ​ດາ​ປະ​ເທດ​ໄດ້​ກ່າວ​ຢ້ຳ​ວ່າ ​ຈະ​ສຸມ​ກຳ​ລັງ​ ເຂົ້າ​ໃນ​ການຍຶດໝັ້ນ​ ປະ​ຕິ​ບັດ​ຕາມ​ຈິດ​ໃຈ ​ປະ​ເທດບ​ຣິ​ກ​ສ໌, ເພີ່ມ​ທະ​ວີ​ ການ​ຮ່ວມ​ມື​ ປະ​ເທດ ​ເຂດ​ໂລກ​ໃຕ້, ບັນ​ລຸ​ ການ​ບໍ​ລິ​ຫານ ​ທີ່​ໂອບ​ເອື້ອ​ອາ​ລີ ແລະ ແບບ​ຍືນ​ຍົງ​ ກວ່າ​ເກົ່າ.ຖະ​ແຫລງ​ການ ​ໄດ້​ສະ​ແດງ​ ຄວາມ​ຊົມ​ເຊີຍຕໍ່ ​ອິນ​ໂດ​ເນ​ເຊຍ ​ທີ່​ເຂົ້າ​ເປັນປະ​ເທດ​ ສະ​ມາ​ຊິກ ບ​ຣິກ​ສ໌ ພ້ອມ​ທັງ ຊົມ​ເຊີຍ​ເບ​ຣາ​ລຸດ​ຊີ, ໂບ​ລີ​ວີ, ກາ​ຊັກ​ສະ​ຖານ, ກູ​ບາ, ນີ​ເຊ​ຣີ, ມາ​ເລ​ເຊຍ, ໄທ ,ອູ​ກັນ​ດາ ແລະ ອຸດ​ສະ​ເບ​ກິດ​ສະ​ຖານ​ ໄດ້​ກາຍ​ເປັນ​ປະ​ເທດ ​ຄູ່​ຮ່ວມ​ ຂອງບ​ຣິກ​ສ໌ ​ນັບ​ແຕ່ ​ຕົ້ນ​ປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top