ຖວທ ປະດັບຫລຽນກາລະນຶກ 70 ປີ ພັກປະຊາຊົນປະຕິວັດລາວ

30/04/2025 13:49
Email Print 369
KPL ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ​ປະຕິວັດ​ລາວ ໃນວັນທີ 29 ເມສາ 2025 ຢູ່ຫໍວັດທະນະ ທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີສະມາຊິກພັກປະຈຳການ ແລະ ບຳນານ ເຂົ້າຮ່ວມຮັບຫລຽນກາລະນຶກ ຈຳນວນ 79 ສະຫາຍ.



ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ​ປະຕິວັດ​ລາວ ໃນວັນທີ 29 ເມສາ 2025 ຢູ່ຫໍວັດທະນະ ທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີສະມາຊິກພັກປະຈຳການ ແລະ ບຳນານ ເຂົ້າຮ່ວມຮັບຫລຽນກາລະນຶກ ຈຳນວນ 79 ສະຫາຍ.




ຫລຽນກາລະນຶກ
70 ປີ ວັນສ້າງຕັ້ງພັກ  ເປັນຫລຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນ ປະຕິວັດລາວ ມອບໃຫ້ແກ່ ບັນດາສະຫາຍສະມາຊິກພັກປະຈໍາການ ແລະ ບໍານານ ທີ່ມີຜົນງານອັນໃຫຍ່ຫລວງ, ມີວິລະກໍາອັນລ້ຳເລີດ, ເປັນແບບຢ່າງອັນປະເສີດ ໃຫ້ແກ່ຮຸ່ນຄົນສືບທອດ ໂດຍໄດ້ປະກອບ ສ່ວນອຸທິດເຫື່ອແຮງ ສະຕິປັນຍາໃຫ້ແກ່ພັກ-ລັດ, ການປະຕິວັດ ແລະ ປະເທດຊາດ.



ສະຫາຍ ນາງ ສວນສະຫວັນ ວິຍະເກດ ​ໄດ້ມີຄຳເຫັນວ່າ: ການຈັດຕັ້ງພິທີປະດັບຫລຽນກາລະນຶກ
70 ປີ ໃຫ້ສະມາຊິກພັກປະຈຳການ ແລະ ບຳນານ ເປັນການສະແດງໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫລວງ ຂອງບັນດາສະຫາຍ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍ. ຜົນງານຄຸນງາມຄວາມ ດີ ແລະ ວິລະກໍາອັນລໍ້າເລີດຂອງບັນດາສະຫາຍ ຍັງສະຫວ່າງສະໄຫວຢູ່ໃນດວງໃຈ ຂອງພະນັກງານທົ່ວກະຊວງຖະຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຈະຖືກຈາລຶກໄວ້ໃນປະຫວັດ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ໃນໜ້າປະຫວັດສາດຄໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ປະຫວັດສາດຂອງຊາດລາວຕະຫລອດໄປ. ພວກເຮົາຜູ້ທີ່ເປັນຄົນຮຸ່ນສືບທອດ ຈະຮ່ຳຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະລະເຫື່ອແຮງ ແລະ ທຸ້ມເທຈິດໃຈເຂົ້າໃນ ການປະຕິບັດໜ້າທີ່ວຽກງານຂອງບັນດາສະຫາຍ; ຄວາມຊື່ສັດບໍລິສຸດຈົງຮັກພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ການນໍາພາຂອງພັກ ຂອງບັນດາສະຫາຍໄວ້ເປັນແວ່ນແຍງ ບົນເສັ້ນທາງແຫ່ງການກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມນີ້ຕະຫລອດໄປ. ພວກເຮົາຈະພ້ອມກັນຍຶດໝັ້ນໃນອຸດົມການ, ຮັກສາທາດແທ້, ລັກສະນະຊົນຊັ້ນຂອງພັກ; ສ້າງຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກໃຫ້ ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ


Top