ກຳປູເຈຍ ເປີດແຜນການບິນແຫ່ງຊາດເປົ້າໝາຍຜູ້ໂດຍສານ 25 ລ້ານຄົນພາຍໃນ 10 ປີ

08/04/2025 07:44
Email Print 127
KPL ກຳປູເຈຍ ຕັ້ງເປົ້າໝາຍ ນະໂຍບາຍ ການບິນ ຂົນສົ່ງ ຜູ້ໂດຍສານ 25 ລ້ານຄົນ ແລະ ສິນຄ້າ 205.000ໂຕນ ພາຍໃນ ປີ2035 ຫລັງຈາກ ຄະນະ ລັດຖະມົນຕີ ກຳປູເຈຍ ໄດ້ປຶກສາຫາລື ເຖິງນະໂຍບາຍ ການບິນແຫ່ງຊາດ 2025-2035.

ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ 7ເມສານີ້, ກຳປູເຈຍ ຕັ້ງເປົ້າໝາຍ ນະໂຍບາຍ ການບິນ ຂົນສົ່ງ ຜູ້ໂດຍສານ 25 ລ້ານຄົນ ແລະ ສິນຄ້າ 205.000ໂຕນ ພາຍໃນ ປີ2035 ຫລັງຈາກ ຄະນະ ລັດຖະມົນຕີ ກຳປູເຈຍ ໄດ້ປຶກສາຫາລື ເຖິງນະໂຍບາຍ ການບິນແຫ່ງຊາດ 2025-2035.ເປົ້າ​ໝາຍ ​ດັ່ງກ່າວ ​ຮຽກຮ້ອງ​ໃຫ້​ມີ ​ນະ​ໂຍບາຍ​ ລະດັບ​ຊາດ​ເຊັ່ນ: ​ການ​ເປີດ​ ເສລີ​ ດ້ານ​ສິດທິ​ ການ​ສັນຈອນ ​ທາງ​ອາກາດ. ເປົ້າໝາຍ ເສັ້ນທາງ ແລະ ຄວາມອາດສາມາດ ໃນການຂົນສົ່ງ ພ້ອມທັງ ຄວາມເປັນເຈົ້າຂອງ ແລະ ການຄວບຄຸມ ສາຍການບິນ.ນອກນີ້ ນັກລົງທຶນ ຕ່າງປະເທດ ໄດ້ຮັບອະນຸຍາດ ໃຫ້ຖືກຫຸ້ນ ແລະ ບໍລິຫານຈັດການ ສາຍການບິນ ໂດຍກົງ ໄດ້ເຖິງ 100%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top