KPL
ໜ່ວຍກູ້ໄພ ສາກົນຈີນ ຮ່ວມກັບ ໜ່ວຍກູ້ໄພຈີນ ແລະ ໜ່ວຍກູ້ໄພ ເຂດຮົງກົງ ຂອງ ສປ ຈີນ ສືບຕໍ່ ດຳເນີນການປິ່ນປົວ ໂດຍບໍ່ເກັບຄ່າ ໃຫ້ແກ່ ປະຊາຊົນ ມຽນມາ ຜູ້ປະສົບເຄາະຮ້າຍ ຢູ່ເມືອງມັນດາເລ ເຊິ່ງປະກອບມີຜູ້ຊ່ຽວຊານ ແລະ ພະຍາບານ 20 ກວ່າຄົນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ໜ່ວຍກູ້ໄພ ສາກົນຈີນ ຮ່ວມກັບ ໜ່ວຍກູ້ໄພຈີນ ແລະ ໜ່ວຍກູ້ໄພ ເຂດຮົງກົງ ຂອງ ສປ ຈີນ ສືບຕໍ່ ດຳເນີນການປິ່ນປົວ ໂດຍບໍ່ເກັບຄ່າ ໃຫ້ແກ່ ປະຊາຊົນ ມຽນມາ ຜູ້ປະສົບເຄາະຮ້າຍ ຢູ່ເມືອງມັນດາເລ ເຊິ່ງປະກອບມີຜູ້ຊ່ຽວຊານ ແລະ ພະຍາບານ 20 ກວ່າຄົນ ເພື່ອໃຫ້ບໍລິການ ປະຊາຊົນ ທີ່ມາຮັບການປິ່ນປົວ ໂດຍບໍ່ເກັບຄ່າ, ທັງແຈກຢາ ປິ່ນປົວພະຍາດ ໂດຍບໍ່ເກັບຄ່າ ໃຫ້ເຂົາເຈົ້າ, ຊຶ່ງມີປະຊາຊົນ ເຂົ້າມາໃຊ້ ບໍລິການ ຫລາຍກວ່າ 180 ເທື່ອຄົນ. ນອກຈາກນີ້, ຍັງສົ່ງຜູ້ຊ່ຽວຊານ ດ້ານໂຍທາທິການ ໂຄງສ້າງ 8 ຄົນ ໄປດຳເນີນ ການປະເມີນ ສຸກເສີນຕໍ່ ຄວາມປອດໄພ ຫລັງຈາກ ແຜ່ນດິນໄຫວ ສຳລັບ ອາຄານ ທີ່ພັກອາໄສ ແລະ ພື້ນຖານໂຄງລ່າງ ໃນທ້ອງຖິ່ນ 800 ກວ່າແຫ່ງ, ເພື່ອໃຫ້ຄຳແນະນຳ ກ່ຽວກັບ ການສ້ອມແປງ ໃຫ້ໝັ້ນຄົງ ກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL