ຂປລ. ກອງປະຊຸມສະຫລຸບ ວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນ ໄຫວປີ 2025 ຂອງກະຊວງການ ຕ່າງປະເທດ ຈັດຂຶ້ນໃນວັນທີ 4 ເມສາ 2025 ຜ່ານມາໂດຍການ ເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ມີບັນດາຄະນະພັກຄະນະນໍາ, ສະມາຊິກພັກ, ພະນັກງານ ຫລັກແຫລ່ງຂອງກະຊວງການຕ່າງ ປະເທດ ເຂົ້າຮ່ວມ. ;k'lu ]k]b d37'dkod+ lh k'3I'w22h k rt]a ''ko7;k,Ih vo4j kosu og-dv' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 08.04.2025 ປີທີ 24 ສະບັບທີ 6.160 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK g]0kmy dko.spj xtmkoxtgmf]k; 8h voIa [okpq d]a f4t,q o8u s;Pfok, okpq d]a f4t,q o8u s;Pfok, g0Q k;k'r;',k]k w;h vkw]ltskp rq ogvd 7ew8 lu ra ofvo ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 Iv'okpq d]a f4t,q o8u 8h voIa [ Iv'okpq d]a f4t,q o8u ik-tvkok9a dwm lkoltcf'7;k,glQ klts]q f.9 9kd l oy dkikdq ; ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ດານຽວ ອໍເຕກາ ຊາ ເວດຣາ ເລຂາທິການໃຫຍ່ພັກແນວໂຮມປົດປ່ອຍຊາດ ຊັງດິນິດສະຕາ, ປະທານາທິບໍດີ ແຫ່ງ ສ ນິກາຣາກົວ ແລະ ສະຫາຍ ນາງ ໂຣຊາຣິໂອ ມູຣິໂລ ຮອງປະທານາທິບໍດີ ສ ນິກາຣາກົວ ໄດ້ສົ່ງສານສະແດງຄວາມ ເສົ້າສະຫລົດໃຈເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກ, ອະດີດປະທານເທດ ແຫ່ງ ສປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ໃນນາມພັກ, ລັດຖະບານ ແລະ ປະຊາຊົນ ນິກາຣາກົວ ຂອງພວກຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ ການຈາກໄປຂອງ 'ko-kxtotdy flq []tfa [-kf ltskp rq ogvd 7ew8 lu ra ofvo 9a f0B o1j k'lq ,dPf dt-;'dko8j k'xtgmf lts]5 [;Pd'kod;fdkxu 2024 ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ຟ້າມ ມິງຈິງ ນາຍົກ ລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດ ເດີນທາງມາວາງພວງມາລາໄວ້ອາ ອ່ານຕໍ່ໜ້າ 4 xtg,u o]tfa [rklk]k;0A orN o4ko xa [x5 'dkolb dlkIPoIj ;,16j ]k; ຂປລ. ໃນວັນທີ7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/04/2025 xtgmf]k; ສານສະແດງຄວາມເສົ້າ... ນາຍົກລັດຖະມົນຕີຫວຽດນາມ... ງານຊາປະນະກິດສົບ... ເລຂາທິການໃຫຍ່... ສະຫາຍພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ພວກຂ້າພະເຈົ້າຂໍສົ່ງຄວາມ ອາໄລອາວອນມາຍັງຄອບຄົວໂດຍ ສະເພາະສະຫາຍສອນໄຊສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມ ໂສກເສົ້ານີ້ ໃນໄລຍະເວລາແຫ່ງ ຄວາມໂສກເສົ້າເສຍໃຈເພື່ອບັນເທົາ ຄວາມໂສກເສົ້າຂອງພວກສະຫາຍ ແລະ ຈົດຈໍາການຕໍ່ສູ້ປະຕິວັດຂອງ ອະດີດປະທານ ຄໍາໄຕ ສີພັນດອນ. ຂປລ. ໃນວັນທີ 7 ເມສາ 2025 ນີ້, ສະຫາຍ ຟ້າມ ມິງ ຈິງ ກໍາມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ນາຍົກລັດ ຖະມົນຕີແຫ່ງ ສສຫວຽດນາມ ພ້ອມ ດ້ວຍຄະນະໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລຕໍ່ການຈາກ ໄປບໍ່ມີວັນຫວນກັບມາຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດ ປະທານຄະນະບໍລິຫານງານສູນກາງ ພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ການເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລຂອງສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະໃນ ຄັ້ງນີ້, ເພື່ອສະແດງຄວາມໂສກເສົ້າ, ເສຍໃຈ ແລະ ອາໄລອາວອນ ຢ່າງ ສຸດຊຶ້ງຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງແມ່ນ ການສູນເສຍທີ່ໃຫຍ່ຫລວງສຳລັບ ພັກ, ລັດ, ປະຊາຊົນລາວ, ການນໍາ ແລະ ປະຊາຊົນຫວຽດນາມ ສູນ ເສຍເພື່ອນຜູ້ໃຫຍ່, ສະຫາຍທີ່ໃກ້ຊິດ, ຂປລ. ງານຊາປະນະກິດສົບ ລະດັບຊາດ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 2 ເມສາ 2025 ຈັດຂຶ້ນ ຢ່າງສົມກຽດໃນວັນທີ 7 ເມສາ 2025 ນີ້, ຢູ່ເດີ່ນພະທາດຫລວງ ວຽງຈັນ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສຸຣິ ຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະ ອານາຈັກໄທ, ມີບັນດາການນຳ ຂັ້ນສູງພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນພາຍໃນນະ ຄອນ ຫລວງວຽງຈັນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນອ່ານບົດ ສະດຸດີເຖິງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງມີເນື້ອໃນບາງຕອນ ວ່າ: ຜ່ານການເຄື່ອນໄຫວປະຕິວັດ ຕະຫລອດເວລາເກືອບ 8 ທົດສະ ວັດທີ່ຜ່ານມາໄດ້ຢືນຢັນຢ່າງໜັກ ແໜ້ນວ່າສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິ ວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນ ຂອງພັກເຮົາ ເຊິ່ງຕະຫລອດໄລຍະ ແຫ່ງຊີວິດປະຕິວັດຂອງເພິ່ນຍາມໃດ ກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມ ມຸ່ງໝັ້ນໃນອຸດົມການ, ກຳແໜ້ນແນວ ທາງນະໂຍບາຍຂອງພັກ ແລະ ມີ ວິໄສທັດແຫລມຄົມ; ເພິ່ນໄດ້ປະກອບ ສ່ວນອັນໃຫຍ່ຫລວງເຂົ້າໃນການ ຈັດຕັ້ງນໍາພາ ພາລະກິດປະຕິວັດ ຂອງພັກ ນັບແຕ່ພັກເຮົາໄດ້ຮັບການ ສ້າງຕັ້ງຂຶ້ນໃຫ້ຂະຫຍາຍຕົວເປັນ ກ້າວໆຈົນກ້າວສູ່ໄຊຊະນະຢ່າງ ສົມບູນ. ສະຫາຍ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ ມີວິໄສທັດອັນກວ້າງໄກທາງການ ເມືອງ ແລະ ນັກຍຸດທະສາດການ ທະຫານທີ່ໂດດເດັ່ນ, ເປັນນັກບັນ ຊາການກອງກໍາລັງສູ້ຮົບທີ່ເດັດ ດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກ ສາອົບຮົມກໍ່ສ້າງກໍາລັງປະກອບ ອາວຸດໃຫ້ມີຄວາມສາມາດຕ້ານ ທານສັດຕູຜູ້ຮຸກຮານທີ່ມີກຳລັງ ເໜືອກວ່າເປັນຫລາຍຮ້ອຍເທົ່າ ໃຫ້ປະລາໄຊລົງ. ສະຫາຍເປັນຜູ້ ມີຄວາມສາມາດຄາດຄະເນການ ຜັນແປຂອງສະຖານະການຢ່າງ ຖືກຕ້ອງເພື່ອເປັນເຈົ້າການໃນການ ແກ້ໄຂໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍໄດ້ເປັນເພື່ອນຮ່ວມຮົບທີ່ ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າ ກໍານົດແນວທາງແຜນນະໂຍບາຍ ໄລສະແດງຄວາມເສົ້າສະຫລົດໃຈ ແລະ ຮ່ວມພິທີຊາປະນະກິດສົບ ລະດັບຊາດຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສຂອງພັກ ປະຊາຊົນປະຕິວັດລາວທີ່ໄດ້ມໍລະນະ ກໍາໃນວັນທີ 2 ເມສາ 2025. ສະຫາຍເລຂາທິການໃຫຍ່ ປະ ທານປະເທດ ທອງລຸນ ສີສຸລິດ ໄດ້ ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງພັກ, ສະພາແຫ່ງຊາດ, ລັດ ຖະບານ ແຫ່ງ ສປປ ລາວ, ສູນກາງ ແນວລາວສ້າງຊາດ ແລະ ຄອບຄົວ ສີພັນດອນ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ສະຫາຍ ນາຍົກ ລັດຖະມົນຕີ ຟ້າມ ມິງຈິງ ທີ່ໄດ້ນໍາ ພາຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດທີ່ຖືກຕ້ອງ, ສອດ ຄ່ອງໃຫ້ແກ່ການປະຕິວັດລາວ ໃນ ແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນ ດາຜູ້ນໍາຂອງພັກເຮົາທີ່ກໍາຄັນທຸງ ແຫ່ງຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນພັກ ແລະ ໃນຖັນແຖວກໍາ ລັງປະຕິວັດ ກໍຄື ປວງຊົນລາວທັງ ຊາດ, ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມ ເຄົາລົບນັບຖືແລະ ເຊື່ອໝັ້ນຈາກການ ຈັດຕັ້ງ ແລະ ເພື່ອນສະຫາຍຮ່ວມ ອຸດົມການ ແລະ ເພື່ອນຮ່ວມງານ ຕະຫລອດມາ, ທັງໄດ້ຮັບຄວາມເຄົາ ລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງ ສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ ຂອງປະເທດເຮົາ. ຄຸນສົມບັດສິນທຳປະຕິວັດອັນ ໂດດເດັ່ນ ແລະ ໜັກແໜ້ນຂອງ ສະຫາຍປະທານ ຄໍາໄຕ ສີພັນດອນ ນັ້ນ ແມ່ນລວມຍອດຢູ່ທີ່ຄວາມຈົງ ຮັກພັກດີ, ຄວາມບໍລິສຸດຜຸດຜ່ອງ ຕໍ່ພັກຕໍ່ປະເທດຊາດ; ເວລາໃດ ສະຫາຍກໍຖືຜົນປະໂຫຍດຂອງພັກ ແລະ ຂອງຊາດເໜືອກວ່າສິ່ງອື່ນໃດ, ນໍ້າໃຈຮັກຊາດອັນດູດດື່ມ, ນໍ້າໃຈ ຮັບໃຊ້ປະຊາຊົນຢ່າງບໍ່ມີຂອບເຂດ ຂອງສະຫາຍ ປະທານ ຄຳໄຕ ສີພັນດອນ ແມ່ນສະແດງອອກເຖິງ ຄວາມກ້າຫານເດັດດ່ຽວຕໍ່ສູ້ຕ້ານ ກັບສັດຕູຂອງປະເທດຊາດ ແລະ ຂອງປະຊາຊົນໃຫ້ປະລາໄຊລົງ. ອີກ ອັນໜຶ່ງທີ່ສະແດງອອກເຖິງຄວາມ ໂດດເດັ່ນຂອງຄຸນສົມບັດສິນທຳ ປະຕິວັດຂອງສະຫາຍ ປະທານ ຄຳໄຕ ສີພັນດອນ ກໍຄື ການອຸທິດ ຕົນໃຫ້ພາລະກິດປະຕິວັດ, ໃຫ້ ຄວາມເປັນເອກະລາດແຫ່ງຊາດ, ໃຫ້ແກ່ການພັດທະນາປະເທດຊາດ ແລະ ສ້າງຄວາມຢູ່ດີກິນດີໃຫ້ແກ່ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍໃນ ຕະຫລອດຊີວິດຂອງເພິ່ນ; ຄວາມ ເປັນແບບຢ່າງໃນການດຳລົງຊີວິດ ທີ່ປອດໄສຂາວສະອາດ, ລຽບງ່າຍ, ປະຢັດມັດທະຍັດ, ໃກ້ຊິດມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອ ເຜື່ອແຜ່ຕໍ່ເພື່ອນຮ່ວມງານ, ແຕ່ເຂັ້ມ ງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ ລະບຽບວິໄນ, ເຮັດວຽກມີປະຊາທິ ປະໄຕ ແລະ ຕົກລົງເປັນໝູ່ຄະນະ ຂອງປະທານ ຄຳໄຕ ສີພັນດອນ ນັ້ນ ຖືວ່າເປັນບົດຮຽນອັນລໍ້າຄ່າໃຫ້ຄົນ ຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປຂອງພັກ ແລະ ຂອງຊາດເຮົາ. ດ້ວຍຜົນງານຄຸນງາມຄວາມດີ ຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດເຫື່ອແຮງ ສະຕິປັນຍາ ແລະ ກຳລັງວັງຊາ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອປົດປ່ອຍ ຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດຊີວິດຂອງສະຫາຍ. ສະນັ້ນ, ສະຫາຍຈຶ່ງໄດ້ຮັບການ ຍ້ອງຍໍສັນລະເສີນຈາກການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ເປັນ ຈໍານວນຫລວງຫລາຍເຊັ່ນ: ຫລຽນ ຄໍາແຫ່ງຊາດ ຈໍານວນ 2 ຫລຽນ; ຫລຽນໄຊອິດສະຫລະ ຊັ້ນ I ແລະ ຊັ້ນ II ຈໍານວນ 4 ຫລຽນ; ຫລຽນໄຊ ປະຕິວັດຊະນະເລີດ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 3 ຫລຽນ; ຫລຽນໄຊ ແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ຈໍານວນ 19 ຫລຽນ; ຫລຽນກາ ຕໍ່ຕ້ານຝຣັ່ງ 1 ຫລຽນ; ຫລຽນກາ ຕໍ່ຕ້ານອາເມລິກາ 1 ຫລຽນ; ຫລຽນ ກາລະນຶກ 5 ປີ ແຫ່ງ ສປປ ລາວ 1 ຫລຽນ; ຫລຽນກາລະນຶກ 50 ປີ ຂອງພັກ 1 ຫລຽນ ແລະ ຫລຽນ ກາລະນຶກ 70 ປີຂອງພັກ 1 ຫລຽນ. ນອກຈາກນັ້ນ, ຍັງໄດ້ຮັບຫລຽນ ກຽດຕິຍົດລະດັບສູງ ຈາກປະເທດ ເພື່ອນມິດເປັນຈໍານວນຫລາຍ. ການຈາກໄປຂອງສະຫາຍ ປະທານ ຄໍາໄຕ ສີພັນດອນ ເປັນ ການສູນເສຍຜູ້ເປັນການນຳຍຸດທະ ສາດ, ສູນເສຍນັກການເມືອງຜູ້ປີ ຊາສາມາດ, ນັກຍຸດທະສາດການ ທະຫານຜູ້ອົງອາດກ້າແກ່ນ ແລະ ນັກພັດທະນາເສດຖະກິດ-ສັງຄົມ ຜູ້ມີຄວາມສາມາດໂດດເດັ່ນ, ນັກ ການທູດ ແລະ ການເມືອງຕ່າງປະ ເທດທີ່ແຫລມຄົມ ຂອງພັກ ແລະ ຂອງຊາດເຮົາໄປຢ່າງບໍ່ມີວັນກັບ ມາ, ແຕ່ເພິ່ນໄດ້ປະ ມູນມໍລະດົກຕົກ ທອດອັນລໍ້າຄ່າ, ຄຸນງາມຄວາມດີ ແລະ ບົດຮຽນອັນປະເສີດໄວ້ນໍາ ພວກເຮົານັ້ນ ຄື : ນໍ້າໃຈຮັກຊາດ ອັນດູດດື່ມ ແລະ ສູງສົ່ງ, ຄວາມ ຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາ ຊົນລາວບັນດາເຜົ່າ ແລະ ຕໍ່ລະບອບ ປະຊາທິປະໄຕປະຊາຊົນ; ຄວາມ ເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນຂອງ ປະເທດຊາດ; ນໍ້າໃຈພິລະອາດຫານ ແລະ ຄວາມເສຍສະລະອັນສູງ ສົ່ງ, ຖືເອົາຜົນປະໂຫຍດລວມຂອງ ຊາດ, ຂອງປະຊາຊົນເໜືອກວ່າ ສິ່ງໃດໝົດ; ອຸທິດເຫື່ອແຮງ, ສະຕິ ປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍ ຊາດ ແລະ ພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ເພື່ອຄວາມຢູ່ດີມີສຸກຂອງປະຊາຊົນ ແລະ ຄວາມຈະເລີນວັດທະນາຂອງ ປະເທດຊາດ; ບົດຮຽນພຶດຕິກໍາໃນ ການນໍາພາກໍ່ສ້າງ, ປັບປຸງກໍາລັງ ປະກອບອາວຸດປະຊາຊົນມີໄຫວພິບ, ສະຫລາດຄ່ອງແຄ້ວໃນການບັນຊາ ສູ້ຮົບ ແລະ ສູ້ຮົບມີໄຊ; ບົດຮຽນພຶດ ຕິກໍາໃນການກໍ່ສ້າງຮາກຖານການ ເມືອງ, ສ້າງບ້ານປ້ອມໝັ້ນ ແລະ ກຸ່ມ ບ້ານສູ້ຮົບຕິດລຽນ ກໍຄື ການສ້າງ ທ່າສະໜາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ສາມຂັ້ນ; ຄວາມ ເອົາໃຈໃສ່ ແລະ ຖືສໍາຄັນຢ່າງສະເໝີ ຕົ້ນສະເໝີປາຍຕໍ່ວຽກງານກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ; ຄວາມເປັນ ຫລັກແຫລ່ງ ແລະ ຄັນທຸງແຫ່ງ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນຂອງປະຊາຊົນລາວບັນດາ ເຜົ່າ ແລະ ຊັ້ນຄົນຕ່າງໆຂອງຊາດ ລາວ; ເດັດດ່ຽວຕ້ານທຸກປະກົດການ ທີ່ຝືນກັບຫລັກການ ແລະ ລະບຽບ ວິໄນ ເພື່ອປົກປ້ອງຄວາມປອດໃສ ຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍ ໃຫ້ມີການປະພຶດປະຕິບັດທີ່ເປັນແບບ ຢ່າງນໍາໜ້າ; ການສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ ກວ້າງຂວາງ, ເລິກເຊິ່ງກັບປະເທດ ເພື່ອນມິດໃນພາກພື້ນ ແລະ ສາກົນ ດ້ວຍວິໄສທັດອັນກວ້າງໄກ ແລະ ໜັກແໜ້ນ. ສະຫາຍ ທອງລຸນ ສີສຸລິດ ຍັງ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ດວງວິນ ຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຈະສືບຕໍ່ປະຕິບັດ ພາລະກິດປົກປັກຮັກສາ ແລະ ເສີມ ຂະຫຍາຍໝາກຜົນຂອງການປະຕິ ວັດທີ່ພວກເຮົາຍາດມາໄດ້ນັ້ນ ໄວ້ ຢ່າງໝັ້ນຄົງ ແລະ ຈະສືບຕໍ່ເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ພາຍໃນພັກ-ລັດ ແລະ ກໍາລັງປະ ກອບອາວຸດ ກໍຄື ຄວາມສາມັກຄີທົ່ວ ປວງຊົນລາວທັງຊາດ ແລະ ສືບຕໍ່ ພັດທະນາປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ; ເຮັດ ໃຫ້ອຸດົມການຂອງພັກ ແລະ ຄວາມ ມຸ່ງຫວັງຂອງປະຊາຊົນທັງຊາດ ກໍຄື ຂອງສະຫາຍເອງໃຫ້ປະກົດ ຜົນເປັນຈິງ. ພ້ອມນັ້ນ ກໍຈະສືບຕໍ່ ເບິ່ງແຍງຄອບຄົວ ແລະ ຊ່ວຍເຫລືອ ກໍ່ສ້າງລູກຫລານຂອງສະຫາຍໃຫ້ ສືບຕໍ່ປະກອບສ່ວນເຂົ້າໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາສືບຕໍ່ໄປ. ຂ່າວ: ທະນູທອງ ພາບ: ພະແນກຮູບພາບ ສະໜິດສະໜົມ, ຍາມໃດກໍປະກອບ ສ່ວນຢ່າງສຸດກຳລັງຂອງຕົນ ເພື່ອ ພາລະກິດປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງ ແລະ ສາຍພົວພັນພິເສດຫວຽດນາມ-ລາວ. ພ້ອມນີ້, ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍັງແມ່ນໜຶ່ງໃນ ການນຳຮຸ່ນທຳອິດຂອງພັກເຮົາ ທີ່ໄດ້ເປັນຫລັກແຫລ່ງ ແລະ ແກນ ນຳຂອງສູນກາງພັກນຳພາ-ຊີ້ນຳ ການປະຕິວັດຊາດ-ປະຊາທິປະໄຕ ໃນເມື່ອກ່ອນ ແລະ ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄື ເປັນຜູ້ ນໍາໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ ຮອບດ້ານ ມີ ຫລັກການຂອງພັກເຮົາ, ສະຫາຍ ແມ່ນນັກຮັກຊາດ, ແມ່ນນັກປະຕິ ວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງ ພັກ, ຂອງຊາດເຮົາ, ຕະຫລອດ ຊີວິດຂອງເພີ່ນໄດ້ອຸທິດສະຕິປັນ ຍາ, ກຳລັງວັງຊາເພື່ອພາລະກິດ ປະຕິວັດຂອງພັກເຮົາເພື່ອການພັດ ທະນາປະເທດຊາດ ແລະ ຄວາມ ຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນ ດາເຜົ່າ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງເດີນທາງມາຮ່ວມວາງພວງ ມາລາໄວ້ອາໄລ ແລະ ຮ່ວມພິທີ ຊາປະນະກິດສົບລະດັບຊາດຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງເປັນການໃຫ້ຄວາມສຳຄັນຢ່າງ ສູງ ແລະ ການບິແບ່ງຄວາມເສົ້າ ໂສກເສຍດາຍຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງ ເປັນການສະແດງໃຫ້ເຫັນນໍ້າໃຈແຫ່ງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ລາວ-ຫວຽດນາມ ເຊິ່ງຍາມໃດການນໍາຂອງສອງ ພັກ, ສອງລັດ ກໍໄດ້ຢັ້ງຢືນໃຫ້ການ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ກັນ ຕະຫລອດມາ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ທອງລຸນ ສີສຸລິດ ຍັງ ໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນໜຶ່ງໃນບັນດາ ສະຫາຍການນໍາຮຸ່ນທໍາອິດຂອງ ພັກປະຊາຊົນປະຕິວັດລາວ ທີ່ໄດ້ ເປັນຫລັກແຫລ່ງ ແລະ ແກນນໍາ ຂອງສູນກາງພັກນໍາພາ-ຊີ້ນໍາ ການ ປະຕິວັດຊາດ ປະຊາທິປະໄຕ ໃນ ເມື່ອກ່ອນ ແລະ ພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ, ຕະຫລອດຊີວິດຂອງ ສະຫາຍໄດ້ອຸທິດສະຕິປັນຍາ, ກໍາລັງ ວັງຊາເພື່ອພາລະກິດປະຕິວັດ, ເພື່ອ ການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນ ລາວບັນດາເຜົ່າ. ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການນຳຜູ້ ໜື່ງທີ່ໄດ້ປະກອບສ່ວນຢ່າງໃຫຍ່ ຫລວງເຂົ້າໃນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບ ລາວຫວຽດນາມ, ສະຫາຍໄດ້ມີຄວາມ ຮັກແພງສະໜິດສະໜົມໃກ້ຊິດຕິດ ແທດກັບບັນດາສະຫາຍການນໍາ ຂອງພັກ, ລັດຫວຽດນາມ; ການທີ່ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດຫວຽດນາມ ເດີນທາງ ມາວາງພວງມາລາໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນການໃຫ້ກຳລັງໃຈອັນແຮງກ້າ ແລະ ເປັນການບິແບ່ງຄວາມທຸກ ໂສກຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ກັບພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວສີພັນດອນ. ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງຈິງ ກໍໄດ້ຕາງໜ້າສູນກາງ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະ ເທດຊາດ ຫວຽດນາມ ສະແດງຄວາມເສົ້າ ສະຫລົດໃຈ ແລະ ອາໄລອາວອນ ຢ່າງສຸດຊຶ້ງຕໍ່ການມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ. ການຈາກໄປຂອງສະຫາຍບໍ່ພຽງແຕ່ ເປັນການສູນເສຍອັນໃຫຍ່ຫລວງ ສຳລັບພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແຕ່ຍັງເປັນການ ສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ທີ່ສຸດຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເປັນນັກຮົບປະຕິ ວັດຂອງລາວ ຜູ້ທີ່ເຄີຍຄຽງບ່າຄຽງ ໄຫລ່ຮ່ວມກັບບັນດານັກຮົບປະຕິ ວັດຂອງຫວຽດນາມ ຕໍ່ສູ້ອັນຍືດເຍື້ອ ຍາວນານ ໃນພາລະກິດແຫ່ງການຕໍ່ ສູ້ກູ້ຊາດຂອງສອງປະເທດໃນເມື່ອ ກ່ອນ. ສະຫາຍຍາມໃດກໍໄດ້ໃຫ້ການ ສະໜັບສະໜູນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ ແລະ ໄດ້ ປະກອບສ່ວນສຳຄັນຫລວງຫລາຍ ເຂົ້າໃນການເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມລາວ; ຕີລາຄາສູງຕໍ່ການອຸທິດອັນ ໃຫຍ່ຫລວງຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ໃນພາລະກິດຕໍ່ສູ້ ຍາດເອົາເອກະລາດແຫ່ງຊາດຂອງ ປະຊາຊົນລາວໃນເມື່ອກ່ອນ ກໍຄື ໃນ ພາລະກິດປ່ຽນແປງໃໝ່, ປົກປັກ ຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດຂອງ ສປປ ລາວ ໃນ ປັດຈຸບັນ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຂໍແບ່ງເບົາຄວາມເສົ້າ ສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນ ຄວາມທຸກໂສກທີ່ສຸດມາຍັງພັກ, ລັດ, ຄະນະກຳມະການສູນກາງແນວ ລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມ ທຸກໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ. ສອງຝ່າຍຍັງໄດ້ຂອບໃຈຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອ ຂອງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ໃນພາລະກິດຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນ ພາລະກິດປົກປັກຮັກສາ ແລະ ພັດ ທະນາຂອງແຕ່ລະປະເທດ ໃນປັດຈຸ ບັນ. ພ້ອມທັງຕີລາຄາສູງຕໍ່ໝາກຜົນ ຂອງການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ຢືນ ຢັ້ນວ່າ ຈະສືບຕໍ່ຊີ້ນຳບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ສອງປະເທດ ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຂໍ້ຕົກລົງຂອງການນຳຂັ້ນ ສູງຂອງສອງພັກ ໃຫ້ມີປະສິດທິພາບ ຍິ່ງໆຂຶ້ນ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ແລະ ຫວຽດນາມ-ລາວ ໃຫ້ ນັບມືສວຍສົດງົດງາມຍິ່ງຂຶ້ນ. ພາບ: ເກດສະໜາ
xtgmf]k; 3 08/04/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me 64 xu csj 'dkog8u [.spj 0tspkp8q ; 0v'de]a 'xh v'da o7;k,lts'q [xt-k-q o ບົດສະເໜີ ph vo7;k,f5 \a j o vq fmq o c]t lh k'7;k,g0A ,c0'fh ;p8q ogv' 9b j 'gIa f.sh 7v[7q ;Ia j ',u ປູກຝັງ-ລ້ຽງສັດ, ໂດຍປະຕິບັດຕາມ ແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນະເສດຖະກິດ- ສັງຄົມຂອງເມືອງ ວາງອອກ, ຄະ ນະພັກ-ອົງການປົກຄອງເມືອງ, ຂະ ແໜງການທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈ ໃສ່ຊຸກຍູ້, ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ສຸມໃສ່ການຜະລິດກະສິກຳປູກຝັງ- ລ້ຽງສັດໃຫ້ກຸ້ມຕົນເອງ, ມີສ່ວນ ແຮໄວ້ ແລະ ສົ່ງເສີມໃຫ້ກະສິກອນ ຫັນມາຜະລິດກາຍເປັນສິນຄ້າໃຫ້ ຫລາຍຂຶ້ນ. ໂດຍເຫັນໄດ້ຕໍ່ແນວ ທາງຄືດັ່ງກ່າວ, ຈຶ່ງໄດ້ຕັດສິນໃຈ ຊອກຫາເນື້ອທີ່ທຳການຜະລິດກະສິ ກຳ ໃນເຂດບ້ານຄຳວົງສາ, ເບື້ອງ ຕົ້ນແມ່ນໄດ້ເຂົ້າຮ່ວມກິດຈະກໍາ ການປູກມັນຕົ້ນ ມີເນື້ອທີ່ທັງໝົດ 3 ເຮັກຕາ, ຜົນຜະລິດໄດ້ 6 ໂຕນຕໍ່ ເຮັກ, ສະເລ່ຍເປັນເງິນ 35 ລ້ານກີບ ຕໍ່ປີ ແຕ່ເຫັນວ່າຕະຫລາດເກັບຊື້ມັນ ຕົ້ນໃນເມື່ອກ່ອນບໍ່ທັນກວ້າງຂວາງ ແລະ ລາຄາບໍ່ຄ່ອຍດີ, ລາຍຮັບບໍ່ສາ ມາດຕອບສະໜອງໄດ້ຕາມຄວາມ ຕ້ອງການກັບການຊົມໃຊ້ຕົວຈິງ. ສະນັ້ນ, ຈຶ່ງໄດ້ຫັນປ່ຽນມາປູກ ອ້ອຍ ຕາມກົນໄກ 2+3 ກັບ ບໍລິສັດ ນໍ້າຕານອ້ອຍ ທີທີຊີ ອັດຕະປື ເລີ່ມ ແຕ່ປີ 2018 ເຖິງປັດຈຸບັນນີ້, ໂດຍ ຮຽນຮູ້ ແລະ ນຳໃຊ້ເຕັກນິກວິທະ ຍາສາດກະສິກຳແບບໃໝ່ເຂົ້າໃນ ການຜະລິດໃຫ້ໄດ້ຮັບປະສິດທິຜົນ ສູງ. ໃນປີ 2019 ເລີ່ມຕົ້ນປູກອ້ອຍ ໃນເນື້ອທີ່ 22 ເຮັກຕາ, ໄດ້ເອົາໃຈ ໃສ່ບົວລະບັດຮັກສາໃຫ້ຖືກຕ້ອງ ຕາມເຕັກນິກວິຊາການທີ່ແນະນຳ ໃຫ້ ເຊິ່ງໄດ້ຮັບຜົນຜະລິດປີທຳອິດ 65 ໂຕນຕໍ່ເຮັກຕາ ສະເລ່ຍເປັນ ເງິນໄດ້ 371 ລ້ານກວ່າກີບ, ເຫັນ ວ່າລາຍຮັບຈາກການຂາຍອ້ອຍ ໃນປີທຳອິດ ແມ່ນມີກຳໄລໜ້ອຍ ຍ້ອນວ່າການລົງທຶນໃນເບື້ອງຕົ້ນ ຫລາຍ ແຕ່ເຮົາກໍ່ສາມາດບົວລະບັດ ຮັກສາຕໍອ້ອຍໃໝ່ອີກໃຫ້ໄດ້ 1-2 ປີ ເພື່ອຫລຸດຜ່ອນຕົ້ນທຶນເຂົ້າໃນ ການຜະລິດ. ໂດຍລວມແລ້ວກໍ່ຍັງ ເຫັນວ່າໄດ້ຮັບຜົນດີພໍສົມຄວນຈຶ່ງ ໄດ້ຕັດສິນໃຈຂະຫຍາຍເນື້ອທີ່ປູກ ເພີ່ມອີກຈາກ 22 ເຮັກຕາ ມາເປັນ 42 ເຮັກຕາ, ມາຮອດປັດຈຸບັນຜົນ ຜະລິດ ແລະ ລາຍຮັບຈາກການ ຂາຍອ້ອຍເຫັນວ່າດີຂຶ້ນເລື້ອຍໆ, ສະແດງອອກໃນແຕ່ລະປີສາມາດ ສ້າງລາຍຮັບຈາກການປູກອ້ອຍ * ໃນວັນທີ 5 ເມສາຜ່ານມາ, ແມ່ນວັນແຫ່ງກຳເນີດກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ຊຶ່ງປີ ນີ້ກໍຄົບຮອບ 64 ປີ (ວັນທີ 5/4/ 1961-5/4/2025). ດັ່ງທີ່ຮູ້ນໍາ ກັນແລ້ວວ່າພັກປະຊາຊົນປະຕິວັດ ລາວ ເປັນຜູ້ສ້າງຕັ້ງ ແລະ ນໍາພາ ໂດຍກົງ, ເດັດຂາດ ແລະ ຮອບດ້ານ ຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫລມຄົມຂອງພັກ, ມີຄວາມຈົງຮັກພັກດີ ແລະ ສັດຊື່ ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ. ການກຳເນີດຂອງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນແມ່ນ ມີຄວາມໝາຍສຳຄັນທາງດ້ານ ການເມືອງອັນໃຫຍ່ຫລວງໃນປະ ຫວັດສາດຂອງຊາດລາວ; ນັບແຕ່ ມື້ສ້າງຕັ້ງ, ກຳລັງປ້ອງກັນຄວາມ ສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່, 4 ການພົວພັນໄດ້ເປັນ ຢ່າງດີທັງເຄື່ອນໄຫວປ້ອງກັນ, ຝຶກ ແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມ ພູນຜະລິດຜົນ, ສ້າງພະລາທິການ ກັບທີ່ ທັງລົງຂົນຂວາຍກໍ່ສ້າງຮາກ ຖານເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫລືອຈາກປະຊາຊົນ ຕະຫລອດມາ; ເຖິງວ່າໃນເບື້ອງຕົ້ນ ກຳລັງຍັງອ່ອນນ້ອຍ, ການປະກອບ ພາຫະນະອາວຸດຫລ້າສະໄໝ, ລະ ດັບເຕັກນິກວິທະຍາສາດບໍ່ທັນສູງ ແຕ່ຍ້ອນຄວາມຮຽກຮ້ອງຕ້ອງ ການຂອງປະເທດຊາດ, ກຳລັງປ້ອງ ກັນຄວາມສະຫງົບໄດ້ເດັດດ່ຽວ ເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກ ຄວາມເປັນເອກະລາດ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຕົນ, ບໍ່ ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ຮ່ວມກັບກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າຕໍ່ສູ້ຕ້ານການ ຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫລ່ງຕີນມືຂາຍຊາດ. ຕະຫລອດ ໄລຍະ 64 ປີ ແຫ່ງ ການກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ ພາຍໃຕ້ ການນຳພາຂອງພັກປະຊາຊົນປະ ຕິວັດລາວ ແມ່ນປະຫວັດສາດແຫ່ງ ການທົດສອບອັນໃຫຍ່ຫລວງໃນ ການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອ ຍາດເອົາຄວາມເປັນເອກະລາດ ແຫ່ງຊາດ; ຕະຫລອດໄລຍະທາງ ອັນລະອິດລະອ້ຽວ, ຫຍຸ້ງຍາກລຳ ບາກທີ່ສຸດ ນັ້ນແຕ່ກໍປ່ຽມລົ້ນໄປ ດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະ ອັນສະຫງ່າລາສີ; ກຳລັງ ປກສ ໄດ້ສາມັກຄີເປັນຈິດ ໜຶ່ງໃຈດຽວໃນການປະຕິບັດໜ້າທີ່ ການເມືອງ, ທັງປະສານ ແລະ ຕໍ່ສູ້ ຢ່າງພິລະອາດຫານ, ຕິດພັນກັບ ການອອກແຮງປັບປຸງ, ກໍ່ສ້າງ ກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ໄດ້ເປັນກຳລັງຫລັກແຫລ່ງ ໃນການປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຂະບວນການຮັກຊາດ ແລະ ພັດທະ ນາຕິດພັນກັບວຽກງານ 3 ສ້າງ ຢ່າງແຂງແຮງ, ເດັດດ່ຽວປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດ ແທ້ປະຕິວັດ, ມູນເຊື້ອອັນດີງາມ ຂອງຊາດ ກໍຄືທາດແທ້, ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະ ຫງົບປະຊາຊົນ, ຝຶກຝົນຫລໍ່ຫລອມ ທັດສະນະ, ຄຸນສົມບັດສິນທຳປະ ຕິວັດ, ຕັ້ງໜ້າປັບປຸງ, ກໍ່ສ້າງກຳລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງໃນທຸກ ດ້ານ,ຮູ້ອີງໃສ່ກຳລັງແຮງສັງລວມ ຂອງທົ່ວປວງຊົນ, ຫັນກຳລັງລົງ ກໍ່ສ້າງຮາກຖານການເມືອງຢ່າງ ແຂງແຮງ, ປັບປຸງອົງການປົກຄອງ ທ້ອງຖິ່ນ, ຊ່ວຍເຫລືອປະຊາຊົນ ປັບປຸງຊີວິດການເປັນຢູ່, ເຮັດໃຫ້ ສະພາບຢູ່ຮາກຖານມີຄວາມສະ ຫງົບໂດຍພື້ນຖານ, ເຮັດໃຫ້ປະຊາ ຊົນບັນດາ ເຜົ່າເຊື່ອໝັ້ນຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ, ເຊື່ອໝັ້ນ ກຳລັງປ້ອງກັນຄວາມສະຫງົບ; ສາມາດທັບມ້າງກົນອຸບາຍຍຸດທະ ສາດຫັນປ່ຽນໂດຍສັນຕິ, ການ ກໍ່ຄວາມບໍ່ສະຫງົບ, ແຊກຊຶມ ແລະ ການເຄື່ອນໄຫວເກາະຜິດ, ບຽດຢຶດ ຊາຍແດນຂອງອິດທິກຳລັງປະຕິ ການໄດ້ຢ່າງທັນການ, ຮັບປະກັນ ໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ປອດໄພໂດຍ ພື້ນຖານ. ຊົມເຊີຍວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ຄົບ ຮອບ 64 ປີ ຢ່າງສຸດໃຈ! * ບໍ່ວ່າຈະປະກອບອາຊີບໃດກໍ່ ຕາມ ແມ່ນສາມາດສ້າງລາຍຮັບໄດ້ ທັງນັ້ນ ຂໍພຽງແຕ່ມີຄວາມຄິດ ເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ບວກ ໃສ່ກັບຄວາມດຸໝັ່ນ, ອົດທົນພາກ ພຽນ ກໍຈະເຮັດຄອບຄົວຮັ່ງມີພາ ສຸກໄດ້. ດັ່ງຄອບຄົວຂອງ ທ່ານ ຄໍາ ພັນ ວໍລະແສງ ອາຍຸ 54 ປີ ອາຊີບ ຊາວສວນ ຢູ່ບ້ານ ຄໍາວົງສາ ເມືອງ ພູວົງ ແຂວງອັດຕະປື ຊຶ່ງແມ່ນ ຄອບຄົວຕົວແບບໃນການປູກອ້ອຍ ຕາມກົນໄກ 2+3 ຫລື ເອີ້ນວ່າ: ການລົງທຶນແບບມີສ່ວນຮ່ວມ. ທ່ານ ຄໍາພັນ ວໍລະແສງ ໄດ້ໃຫ້ຮູ້ ວ່າ: ພາຍໃນຄອບຄົວ ມີສະມາຊິກ ທັງໝົດ 7 ຄົນ, ຍິງ 3 ຄົນ. ໃນນັ້ນ, ແຮງງານສົມບູນ 4 ຄົນ, ຍິງ 2 ຄົນ, ແຮງງານສຳຮອງ 2 ຄົນ, ຍິງ 1 ຄົນ. ໃນເມື່ອກ່ອນມີຖິ່ນຖານບ້ານ ເກີດແມ່ນຢູ່ບ້ານຫ້ວຍແຫ້ ເມືອງຈຳ ປາສັກ ແຂວງຈຳປາສັກ ແລະ ເມື່ອ ກ່ອນຄອບຄົວຂອງຂ້າພະເຈົ້າແມ່ນ ຍັງທຸກຍາກລຳບາກພໍສົມຄວນ, ມີ ອາຊີບເຮັດນາປູກເຂົ້າ ເຫັນວ່າຜົນ ຜະລິດໃນແຕ່ລະປີ ໄດ້ພໍແຕ່ກຸ້ມກິນ, ລາຍຮັບບໍ່ພຽງພໍກັບລາຍຈ່າຍ, ທີ່ພັກພາອາໄສກໍ່ເປັນເຮືອນຢ້າວ ທຳມະດາ. ມາຮອດປີ 2017 ຈຶ່ງ ໄດ້ຕັດສິນໃຈຍົກຍ້າຍຄອບຄົວມາຢູ່ ບ້ານຄຳວົງສາ ເມືອງພູວົງ ແຂວງ ອັດຕະປື ເພື່ອຊອກຫາວຽກເຮັດ ງານທຳ, ເຮັດການຜະລິດກະສິກຳ ທະນາແກ້ໄຂຊີວິດການເປັນຢູ່ຂອງ ຄອບຄົວໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ ແລະ ສິ່ງສໍາຄັນ ກໍ່ຍ້ອນຄວາມດຸໝັ່ນ, ຄວາມອົດທົນ, ແນວຄິດຕື່ນຕົວເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ຈຶ່ງ ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ ແລະ ໃນຕໍ່ໜ້າ ຈະສືບຕໍ່ສຶກສາ ຮຽນຮູ້ ແລະ ນຳໃຊ້ເຕັກນິກວິທະຍາ ສາດກະສິກຳສະໄໝໃໝ່, ຫັນເປັນ ກົນຈັກເຂົ້າໃນການຜະລິດຕາມເງື່ອນ ໄຂຕົວຈິງເພື່ອເພີ່ມສະມັດຖະພາບ ແລະ ຜົນຜະລິດກະສິກຳໃຫ້ສູງຂຶ້ນ. ພ້ອມນັ້ນ ກໍ່ຂໍເຊີນຊວນ ແລະ ຍິນດີ ຕ້ອນຮັບບັນດາຜູ້ທີ່ມີຄວາມສົນໃຈ ຢາກໄປສຶກສາຮຽນຮູ້ແລກປ່ຽນ ເອົາບົດຮຽນກ່ຽວກັບວິທີການສ້າງ ເສດຖະກິດຄອບຄົວ ກໍ່ຄືການປູກ ອ້ອຍໃຫ້ໄດ້ຮັບຜົນດີ ນໍາຂ້າພະເຈົ້າ ໄດ້ທຸກເວລາ. ສະເລ່ຍໄດ້ 570 ລ້ານກີບຕໍ່ປີ. ນອກຈາກລາຍຮັບຈາກການປູກ ອ້ອຍແລ້ວ ຍັງມີລາຍຮັບຈາກການ ບໍລິການເປັນຕົ້ນ ການບຸກເບີກ ສວນ, ໄຖສວນ, ຄີບອ້ອຍ, ຂົນ ອ້ອຍ ໃນປີໜຶ່ງສະເລ່ຍລາຍຮັບ ໄດ້ 256 ລ້ານກວ່າກີບຕໍ່ປີ, ລາຍ ຮັບຈາກການຂາຍມັນຕົ້ນ 270 ລ້ານກວ່າກີບຕໍ່ປີ, ລາຍຮັບຈາກ ການຂາຍສັດລ້ຽງອື່ນໆ 50 ລ້ານ ກີບຕໍ່ປີ, ລວມລາຍຮັບທັງໝົດຕົກ ຢູ່ປະມານ 1 ຕື້ກວ່າກີບຕໍ່ປີ. ປັດຈຸ ບັນນີ້ ຄອບຄົວມີເຮືອນຢູ່ຖາວອນ 3 ຫລັງ, ມີລົດກູໂບຕາ 2 ຄັນ, ລົດ ກະບະ 2 ຄັນ, ລົດ 10 ລໍ້ 1 ຄັນ, ລົດ ຄີບອ້ອຍ 1 ຄັນ, ນອກນັ້ນ ຍັງມີສັດ ລ້ຽງ ປະເພດ ງົວ 70 ໂຕ, ຄວາຍ 13 ໂຕ ແລະ ມີເຄື່ອງມືອຸປະກອນ ຮັບໃຊ້ເຂົ້າໃນການຜະລິດພຽຽພໍ, ມີລະບົບນ້ຳໂຊລາເຊວ 3 ບໍ່ນໍາໃຊ້ ເຂົ້າໃນການຫົດອ້ອຍໃນລະດູແລ້ງ. ທ່ານ ຄໍາພັນ ວໍລະແສງ ໄດ້ ກ່າວຕື່ມວ່າ: ຜົນສຳເລັດທັງໝົດ ນັ້ນ ກໍ່ຍ້ອນແນວທາງນະໂຍບາຍ ຂອງພັກ-ລັດ ກໍ່ຄື ຄວາມເອົາໃຈໃສ່ ຂອງຄະນະພັກ-ອົງການປົກຄອງ ເມືອງພູວົງ, ລວມທັງບັນດາຂະ ແໜງການຕ່າງໆທີ່ກ່ຽວຂ້ອງ ຊຶ່ງ ຍາມໃດກໍ່ໄດ້ເອົາໃຈໃສ່ຊີ້ທິດເຍືອງ ທາງ ແລະ ນຳພາ-ຊີ້ນຳ ພ້ອມທັງ ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ປະຊາຊົນບັນດາເຜົ່າ ພາຍໃນເມືອງ ໃຫ້ໄດ້ຮັບການພັດ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==