KPL
ລັດຖະບານ ສ.ເກົາຫລີ ມີແຜນ ຈະຈັດການ ເລືອກຕັ້ງໃຫຍ່ ຊຸດໃໝ່ ໃນວັນທີ 3 ມິຖຸນາ 2025. ຫລັງຈາກ ສານລັດຖະທຳມະນູນ ສ.ເກົາຫລີ ໄດ້ປະກາດໃຫ້ ທ່ານ ຢຸນຊອກຢອນ ອອກຈາກຕຳແໜ່ງ ປະທານາທິບໍດີ ສ.ເກົາຫລີ.
ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ລັດຖະບານ ສ.ເກົາຫລີ ມີແຜນ ຈະຈັດການ ເລືອກຕັ້ງໃຫຍ່ ຊຸດໃໝ່ ໃນວັນທີ 3 ມິຖຸນາ 2025. ຫລັງຈາກ ສານລັດຖະທຳມະນູນ ສ.ເກົາຫລີ ໄດ້ປະກາດໃຫ້ ທ່ານ ຢຸນຊອກຢອນ ອອກຈາກຕຳແໜ່ງ ປະທານາທິບໍດີ ສ.ເກົາຫລີ. ອີງຕາມ ກົດໝາຍ ຂອງ ສ.ເກົາຫລີ, ຫລັງຈາກ ຕຳແໜ່ງ ປະທານາທິບໍດີ ວ່າງລົງແລ້ວ, ຕ້ອງຈັດ ການເລືອກຕັ້ງ ປະທານາທິບໍດີ ຄົນໃໝ່ ພາຍໃນ 60 ວັນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL