KPL
ຣັດເຊຍ ແລະ ສ.ອາເມລິກາ ອາດຈະເຊື່ອມຕໍ່ ບັນດາການພົບປະ ສອງຝ່າຍ ໃນເວລາ ໄວທີ່ສຸດ ແມ່ນໃນອາທິດນີ້. ພາຍຫລັງ ການຕອບສຳພາດ ຕໍ່ຊ່ອງໂທລະພາບ Channel One ຂອງ ຣັດເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ກີຣີລ ເດີມິດທຣິຟ(Kirill Dmitriev), ຜູ້ຕາງໜ້າ ພິເສດຂອງ ທ່ານ ປະທານາທິບໍດີ ຣັດເຊຍ ກ່ຽວກັບ ການລົງທຶນ ແລະ ຮ່ວມມື ເສດຖະກິດ ກັບຕ່າງປະເທດ ແລະ ເປັນຫົວໜ້າ ກອງທຶນ ລົງທຶນໂດຍກົງ ຣັດເຊຍ (RDIF) ໃຫ້ຮູ້ວ່າ: ຣັດເຊຍ ແລະ ສ.ອາເມລິກາ ອາດຈະເຊື່ອມຕໍ່ ບັນດາການພົບປະ ສອງຝ່າຍ ໃນເວລາ ໄວທີ່ສຸດ ແມ່ນໃນອາທິດນີ້. ພາຍຫລັງ ການຕອບສຳພາດ ຕໍ່ຊ່ອງໂທລະພາບ Channel One ຂອງ ຣັດເຊຍ.ທ່ານ ກີຣີລ ເດີມິດທຣິຟ ແມ່ນຜູ້ສວມບົດບາດ ສຳຄັນ ໃນວິວັດທະນາ ການສ້າງ ການພົວພັນ ລະຫວ່າງ ຣັດເຊຍ ແລະ ສ.ອາເມລິກາ ເປັນປົກກະຕິ. ກ່ອນໜ້ານັ້ນ, ທ່ານ ກີຣີລ ເດີມິດທຣິຟ ໄດ້ມີການພົບປະກັບ ບັນດາ ເຈົ້າໜ້າທີ່ ຫລັກແຫລ່ງ ໃນອຳນາດ ການປົກຄອງຂອງ ສ.ອາເມລິກາ ຢູ່ນະຄອນຫລວງ ວໍຊິງຕັນ, ສ.ອາເມລິກາ. ບັນດາການພົບປະ ແລກປ່ຽນ ເຈລະຈາ, 2 ຝ່າຍໄດ້ປຶກສາຫາລື ກ່ຽວກັບ ການຟື້ນຟູ ການພົວພັນ 2 ຝ່າຍ, ລວມທັງ ການຮ່ວມມື ດ້ານເສດຖະກິດ, ກໍຄື ເຊື່ອມຕໍ່ ບັນດາຖ້ຽວບິນ ໂດຍກົງຂຶ້ນໃໝ່. ນີ້ແມ່ນເຈົ້າໜ້າທີ່ ຂັ້ນສູງ ທ່ານ ທຳອິດຂອງ ຣັດເຊຍ ໄປ ສ.ອາເມລິກາ, ນັບແຕ່ເມື່ອ ຣັດເຊຍ ເລີ່ມດຳເນີນບັ້ນ ການທະຫານ ພິເສດ ຢູ່ອູແກຣນ ໃນປີ 2022./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL