ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

07/04/2025 10:15
Email Print 206
KPL ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.



ຂປລ. ໃນວັນທີ 6 ເມສາ 2025 ນີ້
, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.




ຄະນະທີ່ເຂົ້າມາວາງພວງມະລາ ໃນພາກເຊົ້າປະກອບມີ: ສະຖານທູດ ສປປ ເກົາຫລີ ປະຈຳລາວ
, ສະຖານ ທູດເບລາຣຸດຊີ ປະຈຳລາວ, ສະຖານທູດຕວັກກີ ປະຈຳລາວ, ສະຖານທູດຮົງກາລີ ປະຈຳລາວ, ຄະນະບໍລິຫານງານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ກອງບັນຊາການທະຫານແຂວງອັດຕະປື, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາໂຮງຮຽນຕ່າງໆ ໃນນະຄອນ ຫລວງວຽງຈັນ, ສະມາຄົມຜູ້ອາຍຸສູງ ນະຄອນຫລວງວຽງຈັນ, ຄະນະນຳຈາກແຂວງສະຫວັນນະເຂດ, ແຂວງຄຳມ່ວນ, ແຂວງໄຊສົມບູນ, ແຂວງສາລະວັນ, ແຂວງເຊກອງ, ສະມາຄົມ ຫວຽດນາມ ປະຈຳນະຄອນຫລວງວຽຈັນ, ພະແນກການເງິນນະຄອນຫລວງວຽງຈັນ, ກອງພົນທະຫານຮາບທີ 1, ສະມາຄົມນັກທຸລະກິດ ໜຸ່ມແຫ່ງຊາດລາວ, ສະມາຄົມ ການສຶກສາພາກ ເອກະຊົນ, ສະພາການຄ້າແຂວງກຸຍໂຈ ສປ ຈີນ, ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ, ໂຮງຮຽນທິດສະດີການເມືອງກອງທັບ. ພ້ອມນີ້, ຍັງມີບັນດາຄອບຄົວ ການນຳ, ອະດີດການນຳ ພັກ, ລັດ, ຄອບຄົວນັກທຸລະກິດ, ບັນດາບໍລິສັດ ກໍໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ເຊັ່ນກັນ.




ສ່ວນໃນຕອນບ່າຍ ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ຍັງຈະໄດ້ສືບຕໍ່ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕື່ມອີກ.




ບັນດາຄະນະທີ່ເຂົ້າມາວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ໃນຄັ້ງນີ້
, ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພ້ອມທັງ ປະຕິຍານວ່າ ຈະພ້ອມກັນສານຕໍ່ແນວຄວາມຄິດ ແລະ ແບບຢ່າງທີ່ດີ ຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ຈະເພີ່ມທະວີຄວາມສາມັກຄີບັນດາເຜົ່າ ໃນວົງຄະນະຍາດ ແຫ່ງຊາດເປັນປຶກແຜ່ນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລຕາມແນວທາງນະໂຍບາຍຂອງ ພັກ, ລັດ ວາງອອກ ໃຫ້ເປັນຮູບປະທຳ ເທື່ອລະກ້າວ.




ຂ່າວ: ທະນູທອງ

ພາບ: ພະແນກຮູບພາບ

KPL

ຂ່າວອື່ນໆ

    • ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສການເມືອງ

      ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສ

      4/9/2025 3:07:29 PM

      ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ​ໂດຍ​ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສການເມືອງ

      ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

      4/9/2025 2:53:54 PM

      ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568

    • ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງການເມືອງ

      ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

      4/9/2025 12:35:38 PM

      ຂປລ. ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ

    • ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີການເມືອງ

      ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

      4/9/2025 12:21:44 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

      4/7/2025 8:10:49 PM

      ຂປລ. ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ


Top