KPL
ຂປລ. ຄະນະປະຕິບັດງານ ຊ່ວຍເຫລືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໄດ້ສໍາເລັດການປະຕິບັດໜ້າທີ່ ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບນະຄອນຫຼວງວຽງຈັນ

ຂປລ. ຄະນະປະຕິບັດງານ ຊ່ວຍເຫລືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໄດ້ສໍາເລັດການປະຕິບັດໜ້າທີ່ ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບນະຄອນຫຼວງວຽງຈັນ ໃນວັນທີ 8 ເມສາ 2025 ດ້ວຍຄວາມປອດໄພ ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຕ້ອນຮັບຢູ່ສະໜາມບິນສາກົນ ວັດໄຕ.

ກ່ອນເດີນທາງກັບມານະຄອນຫລວງວຽງຈັນ ຄະນະປະຕິບັດງານຊ່ວຍເຫລືອ ຜູ້ປະສົບແຜນດິນໄຫວ ຂອງກອງທັບປະຊາຊົນລາວ ຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະໜາມ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 252 ລ້ານກີບ ໃຫ້ອົງການປົກຄອງ ເມືອງເຈົາແຊ. ພ້ອມນັ້ນ, ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ມອບເຂົ້າສານ ຈຳນວນ 3 ໂຕນ ໃຫ້ ສສ ມຽນມາ ຕື່ມອີກ, ຕາງໜ້າກ່າວມອບໂດຍ ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຢາງກຸ້ງ ສສ ມຽນມາ.

ຂ່າວ: ເພັດ ສົມນໍວັນ
KPL