KPL
ຂປລ. ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ ເກົາຫລີ (KOTRA) ວຽງຈັນ ຈັດງານແຂ່ງຂັນສ້າງລາຍການ(ເມນູ) ອາຫານປະສົມປະສານ ລະຫວ່າງ ອາຫານເກົາຫລີ-ລາວ ຮອບສຸດທ້າຍ ໃນວັນທີ 9 ເມສາ 2025 ນະຄອນຫລວງວໜງຈັນ

ຂປລ. ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ ເກົາຫລີ (KOTRA) ວຽງຈັນ ຈັດງານແຂ່ງຂັນສ້າງລາຍການ(ເມນູ) ອາຫານປະສົມປະສານ ລະຫວ່າງ ອາຫານເກົາຫລີ-ລາວ ຮອບສຸດທ້າຍ ໃນວັນທີ 9 ເມສາ 2025 ນະຄອນຫລວງວໜງຈັນ ເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ. ງານດັ່ງກ່າວຍັງເປັນເວທີແລກປ່ຽນ ວັດທະນະທຳປະດິດສ້າງລາຍການອາຫານໃໝ່ໆ ແລະ ຮັດແໜ້ນສາຍພົວພັນສອງຝ່າຍ ໂດຍສະເພາະ ແມ່ນວັດທະນະທຳການປຸງແຕ່ງອາຫານ. ທັງນີ້, ກໍແມ່ນເພື່ອ ໃຫ້ຄົນລາວຮູ້ຈັກ ແລະ ຄຸ້ນເຄີຍກັບອາ ຫານເກົາຫລີ ແລະ ໃຫ້ຄົນເກົາຫລີຮູ້ຈັກອາຫານລາວຫລາຍຂຶ້ນ, ທັງເປັນການສົ່ງເສີມການຂາຍຜະລິດ ຕະພັນ ສ ເກົາຫລີ ແລະ ລາວ ໃຫ້ມີຄວາມຍືນຍົງ.
ການແຂ່ງຂັນຄັ້ງນີ້, ຜູ້ເຂົ້າເຂົ້າຮ່ວມແຂ່ງຂັນ ໄດ້ສ້າງສັນລາຍການອາຫານ ທີ່ປະສົມປະສານລະຫວ່າງ ລາວ ແລະ ສ ເກົາຫລີ ໂດຍນຳໃຊ້ວັດຖຸດິບທີ່ມີເອະລັກຈາກ ສ ເກົາຫລີ ແລ້ວນຳມາປຸງແຕ່ງໂດຍໃຊ້ ສູດອາຫານ ແລະ ເຄື່ອງປຸງຂອງລາວ ເຊິ່ງການແຂ່ງຂັນໃນຄັ້ງນີ້, ມີ 10 ທີມ ຜ່ານການຄັດເລືອກຈົນມາ ຮອດຮອບສຸດທ້າຍ ໄດ້ຄັດເລືອກເອົາ 3 ທີມ ຂຶ້ນເທິງເວທີ ແລະ ປຸງແຕ່ງອາຫານເພື່ອແຂ່ງຂັນຮອບສຸດທ້າຍ ເຊິ່ງຜູ້ເຂົ້າແຂ່ງຂັນໄດ້ປະສົມປະສານ ວັດຖຸປຸງແຕ່ງຂອງເກົາຫລີ ແລະ ລາວເຂົ້າດ້ວຍກັນເຊັ່ນ: ກິມຈິ, ເຫລົ້າພື້ນ ເມືອງເກົາຫລີ, ສາຫລ່າຍ, ເຂົ້າໜຽວ ແລະ ຕ໊ອກບອກກີ ເຂົ້າກັບລົດຊາດທີ່ຖືກປາກຄົນລາວ ເຊັ່ນ: ລາບ, ແໜມເຂົ້າ ແລະ ເຂົ້າຊອຍ.

ຜູ້ເຂົ້າຮອບສຸດທ້າຍຂອງການແຂ່ງຂັນ ໄດ້ປຸງແຕ່ງອາຫານ ຕໍ່ໜ້າຄະນະກຳມະການ 10 ທ່ານ ຈາກຕົວແທນຈຳໜ່າຍອາຫານ, ຜູ້ສ່ຽວຊານດ້ານອຸສາຫະກຳຮ້ານອາຫານ ແລະ ສື່ມວນຊົນ ເຊິ່ງຄະ ແນນແມ່ນຕັດສິນຈາກ ຄວາມຄິດສ້າງສັນ, ລົດຊາດ, ທ່າແຮງທາງການຕະຫລາດ. ຜ່ານການຕັດສິນຂອງຄະນະກຳມະການ ລາງວັນທີ 1 ມູນຄ່າ 10 ລ້ານກີບ ໄດ້ແກ່ ທ້າວ ທິບພະກອນ ພວງເພັດ, ລາງວັນທີ 2 ມູນຄ່າ 5 ລ້ານກີບ ໄດ້ແກ່ ນາງ ວິສຸດາ ສົມສຸ ແລະ ລາງວັນທີ 3 ມູນຄ່າ 3 ລ້ານກີບ ໄດ້ແກ່ ທ້າວ ພັນນໍລິນ ພິຈິດ ເຊິ່ງເມນູທີ່ໄດ້ຊະນະການແຂ່ງຂັນ ຈະຮັບການໂຄສະນາຜ່ານຊ່ອງທາງອອນລາຍຕ່າງໆ ແລະ ຈະໄດ້ນຳໄປວາງສະແດງໃນງານ K-Food Festival ທີ່ຈະຈັດຂຶ້ນໃນວັນທີ 6-7 ມິຖຸນາ 2025 ທີ່ສູນການຄ້າລາວ-ໄອເຕັກ ແລະ ຈະຈັດຂຶ້ນທີ່ ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ໃນວັນທີ 1-2 ສິງຫາ 2025.
ໃນໂອກາດນີ້ ທ່ານ ລີ ດອງຄູ ຕາງໜ້າສະຖານທູດ ສ ເກົາຫລີ ປະຈຳລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນ ຕໍ່ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ເກົາຫລີ ຄົບຮອບ 30 ປີ ຫວັງວ່າຈະສືບຕໍ່ຮ່ວມມື ໃນການນຳເອົາອາຫານ ແລະ ວັດທະ ນະທຳ ຂອງເກົາຫລີ ແລະ ລາວ ມາປະສົມປະສານກັນ.

ທ່ານ ປາກຈອງ ຈອງອິວ ຜູ້ອຳນວຍການອົງການ KOTRA ວຽງຈັນ ໄດ້ກ່າວວ່າ: ການແຂ່ງ ຂັນຄັ້ງນີ້, ບໍ່ພຽງແຕ່ເປັນການແຂ່ງຂັນສ້າງສັນລາຍການອາຫານໃໝ່, ແຕ່ສະແດງເຖິງສາຍພົວພັນ ລາວ-ເກົາຫລີ ໂດຍການນຳເອົາວັດທະນະທຳ ແລະ ອາຫານຂອງສອງປະເທດມາເຊື່ອມຕໍ່ເຂົ້າກັນ, ຂ້າພະເຈົ້າຫວັງວ່າ ລາຍການອາຫານທີ່ສ້າງສັນ ໂດຍຜູ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ຈະບໍ່ພຽງແຕ່ເປັນການສົ່ງ ເສີມຜະລິດຕະພັນອາຫານຂອງເກົາຫລີ ໃນຕະຫລາດຂອງລາວ, ແຕ່ຍັງເປັນການສົ່ງເສີມການແລກ ປ່ຽນ ແລະ ເຂົ້າໃຈໃນວັດທະນະທຳ ຂອງທັງສອງປະເທດ ຕື່ມອີກ.
KPL