KPL
ຂປລ. ໃນຕອນບ່າຍວັນທີ 5 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

ຂປລ. ໃນຕອນບ່າຍວັນທີ 5 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025 ທີ່ຜ່ານມາ.
ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ ສີພັນດອນ ສະແດງຄວາມຮູ້ສຶກຊາບຊຶ້ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ເດີນທາງມາຮ່ວມພິທີວາງພວງມາລາໄວ້ອາ ໄລເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ໄປຍັງ ການນໍາຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ໄດ້ສົ່ງສານເສົ້າສະຫລົດໃຈ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍ ສປປ ລາວ, ເຊິ່ງເປັນການແບ່ງເບົາ ຄວາມໂສກເສົ້າເສຍໃຈ ມາຍັງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຄອບຄົວ ສີພັນ ດອນ, ສິ່ງດັ່ງກ່າວນັ້ນເປັນການສະແດງ ໃຫ້ເຫັນເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ຂອງສອງປະເທດ ລາວ ແລະ ກໍາປູເຈຍ.

ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ບັນດາເຜົ່າ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ ມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ, ເປັນໜຶ່ງໃນບັນດາການນໍາຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ, ເຊິ່ງຕະຫລອດໄລຍະການດໍາລົງຊີວິດຂອງເພິ່ນ ແມ່ນຕິດພັນກັບການປະຕິວັດຊາດ ຂອງສາມຊາດ ອິນດູຈີນ ທັງເປັນສະມາຊິກພັກກອມມູນິດອິນດູຈີນ ແຕ່ປີ 1954 ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງລາວ ເຊິ່ງຍາມໃດ ເພິ່ນກໍ່ຖືສຳຄັນ ແລະ ມີຄວາມເອົາໃຈໃສ່ໃນການເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເປັນການສູນເສຍ ອັນໃຫຍ່ຫລວງ ທີ່ສຸດສໍາລັບ ພັກ, ລັດ ແລະ ປະຊາຊົນລາວ. ພັກ, ລັດ ແລະ ປະຊາ ຊົນກໍາປູເຈຍ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາ ຊົນລາວ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ຈະຜ່ານຜ່າຄວາມທຸກ ໂສກເສຍດາຍ ອັນໃຫຍ່ຫລວງ ນີ້ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາ ພັດທະນາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ພ້ອມກັນນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ຕ່າງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງສູງຕໍ່ສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທັງໃນພາລະກິດ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາຂອງແຕ່ ລະປະເທດ ໃນປັດຈຸບັນ. ສອງຝາຍ ຕີລາຄາສູງຕໍ່ໝາກຜົນ ການພົວພັນຮ່ວມມືຂອງສອງປະເທດ, ພ້ອມທັງສະແດງຄວາມຍືນຍັນຄືນ ທີ່ຈະຮ່ວມກັນສືບທອດພາລະກິດ ແລະ ອຸດົມການ ເພື່ອສືບຕໍ່ປົກປັກຮັກສາ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ກໍາປູເຈຍ ໃຫ້ນັບມື້ພັດທະນາ ກ້າວເຂົ້າສູ່ລວງເລິກ, ຂຽວສົດງົດງາມ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ.
ພາບ: ກົມປະຊາສໍາພັນ ຫສນຍ
KPL