ຮອງປະທານປະເທດ ຕ້ອນຮັບທູດ ສປ ຈີນ ເຂົ້າມອບໂທລະເລກສະແດງຄວາມເສົ້າສະຫລົດໃຈ

04/04/2025 16:14
Email Print 630
KPL ຂປລ. ໃນຕອນບ່າຍວັນທີ 3 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າວາງພວງມາລາ ແລະ ມອບໂທລະເລກສະແດງຄວາມເສົ້າສະຫລົດໃຈ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ.


ຂປລ. ໃນຕອນບ່າຍວັນທີ 3 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າວາງພວງມາລາ ແລະ ມອບໂທລະເລກສະແດງຄວາມເສົ້າສະຫລົດໃຈ ຈາກ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ.


ສະຫາຍທູດຈີນ ໄດ້ຕາງໜ້າໃຫ້ ພັກ ແລະ ລັດຖະບານ ສປ ຈີນ ສະແດງຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລອາວອນ ຕໍ່ການມໍລະນະກໍາ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈ ຕໍ່ຄອບຄົວຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງບໍ່ພຽງແຕ່ເປັນການສູນເສຍການນໍາທີ່ດີເດັ່ນຮຸ່ນອາວຸໂສຂອງພັກ, ລັດລາວ, ແຕ່ຍັງແມ່ນການສູນເສຍ ສະຫາຍ ແລະ ເພື່ອນມິດທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ.


ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຂອບໃຈ ຕໍ່ການສະແດງຄວາມເຫັນໃຈ ຂອງ ສະຫາຍທູດຈີນ, ທັງໄດ້ຕີລາຄາສູງ ຕໍ່ໂທລະເລກຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ຕາງໜ້າໃຫ້ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄື ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ການນໍາສູງສຸດຂອງພັກ, ລັດຈີນ ທີ່ໄດ້ບິແບ່ງຄວາມທຸກໂສກ ຕໍ່ການສູນເສຍໃນຄັ້ງນີ້ ເຊິ່ງເປັນການສະແດງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນໍາຮຸ່ນອາວຸໂສຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ຮ່ວມກັນສ້າງໄວ້ ກໍຄື ການພົວພັນຮ່ວມມືແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນປັດຈຸບັນ ຢ່າງແທ້ຈິງ.
KPL

ຂ່າວອື່ນໆ

    • ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສການເມືອງ

      ປະດັບຫລຽນໄຊພິລະອາດຫານ ໃຫ້ ການນໍາ ແລະ ພະນັກງານຫລັກແຫລ່ງ ອອປສ

      4/9/2025 3:07:29 PM

      ຂປລ. ອົງການໄອຍະການທະຫານ ຈັດພິທີມອບຫລຽນໄຊພິລະອາດຫານ ໃຫ້ການນໍາ ແລະ ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ທີ່ມີຜົນງານປະກອບສ່ວນ ເຂົ້າໃນວຽກງານໄອຍະການທະຫານ ຕະຫລອດໄລຍະ 31 ປີ ​ໂດຍ​ມີ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ນາຍ ແລະ ພົນທະຫານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

    • ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສການເມືອງ

      ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ພັດທະນາເສດຖະກິດຕິດພັນກັບວຽກ ປກຊ-ປກສ

      4/9/2025 2:53:54 PM

      ຂປລ. ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568

    • ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງການເມືອງ

      ກະຊວງການຕ່າງປະເທດ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ແລະ ປະກາດການຈັດຕັ້ງ

      4/9/2025 12:35:38 PM

      ຂປລ. ກະຊວງການຕ່າງປະເທດ ຈັດພິທີປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານ ກະຊວງການຕ່າງປະເທດ

    • ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີການເມືອງ

      ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

      4/9/2025 12:21:44 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫລັກແຫລງເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ຣາຊະອານາຈັກໄທ

      4/7/2025 8:10:49 PM

      ຂປລ. ໃນວັນທີ 7 ເມສາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍຄື ຄອບຄົວ ສີພັນດອນ ແລະ ປະຊາຊົນລາວ ບັນດາເຜົ່າ ຕ້ອນຮັບ ທ່ານ ສຸຣິຍະ ຈຶ່ງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ


Top