ບໍລິສັດພູເບ້ຍ ມາຍນິງ ສົ່ງເສີມຈຶ່ງມີລາຍຮັບໝັ້ນຄົງ

01/04/2025 10:07
Email Print 169
KPL ບໍ່ວ່າຈະເຮັດອາຊີບຫຍັງຖ້າບ່ໍມັກ ບໍ່ຮັກອາຊີບທີ່ພວມເຮັດ ຍ່ອມຫລົ້ມເຫລວ ແລະ ເມື່ອໃດຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳແຮງຂອງຕົນແລ້ວ ຄວາມສຳເລັດກໍ່ມາຫາເມື່ອນັ້ນ.

     *ບໍ່ວ່າຈະເຮັດອາຊີບຫຍັງຖ້າບ່ໍມັກ ບໍ່ຮັກອາຊີບທີ່ພວມເຮັດ ຍ່ອມຫລົ້ມເຫລວ ແລະ ເມື່ອໃດຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳແຮງຂອງຕົນແລ້ວ ຄວາມສຳເລັດກໍ່ມາຫາເມື່ອນັ້ນ. ເໝືອນດັ່ງການສ້າງເສດຖະກິດຄອບຄົວໂດຍການປູກພືດຜັກເປັນສິນຄ້າຂອງຄອບຄົວ ນາງ ອ່ອນຄຳ ທຳມະວົງ ປະຊາຊົນ ບ້ານນ້ຳໂມ້ ເມືອງອະນຸວົງ ແຂວງ ໄຊສົມບູນ ເຊິ່ງອາທິດໜຶ່ງສ້າງລາຍຮັບເຂົ້າຄອບຄົວປະມານ 1 ລ້ານກີບ.  

    ນັບວ່າເປັນໂອກາດທີ່ດີ ໂດຍທິມງານນັກຂ່າວທຸກສຳນັກສື່ສິ່ງພິມ, ວິທະຍຸ, ໂທລະພາບຈາກສູນກາງພວກເຮົາໄດ້ຮັບການຮ່ວມມືເປັນຢ່າງດີຈາກບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ນຳທາງພາໄປຫາຄອບຄົວ ນາງ ອ່ອນຄຳ ທຳມະວົງ ທີ່ປະສົບຜົນສຳເລັດໃນການປູກ ຜັກໃນເຮືອນຮ່ົມທ່ີທາງບໍລິສັດພູເບ້ຍ ມາຍນິງ ຈຳກັດ ໃຫ້ການສະໜັບສະໜູນ. ພາຍຫລັງເວົ້າຈາພາທີກັນແລ້ວ, ນາງ ອ່ອນຄຳ ໄດ້ພາພວກເຮົາໄປເບິ່ງສວນຜັກ ເຊິ່ງກໍ່ເຕັມໄປດ້ວຍຜັກຫລາຍຊະນິດທ່ີກຳລັງງອກງາມເຕັມສວນ, ເຕັມໜາມໃນເຮືອນຮົ່ມ ແລະ ສິ່ງທີ່ໜ້າສົນໃຈກໍ່ຄືການໄດ້ຮູ້ເຖິງຈິດໃຈ ທ່ີມຸ່ງຫວັງອັນແຮງກ້າຂອງຄອບຄົວນີ້ ໂດຍລາວໄດ້ເຂົ້າຮ່ວມໂຄງການກໍ່ຄືເຂົ້າມາເປັນສະມາຊິກໃນການກຸ່ມປູກພືດຜັກທີ່ ບໍລິສັດພູເບ້ຍ ໃຫ້ການສະໜັບສະໜູນໃນປີ 2017 ເປັນຕົ້ນມາ. ຄວາມຈິງແລ້ວຜັກຈະມີລາຄາ ຫລື ບໍ່ມີລາຄາກ່ໍບໍ່ແມ່ນບັນຫາທີ່ໜັກໃຈຂອງຄອບຄົວນີ້, ແຕ່ເມື່ອມີໂອກາດດີທີ່ທາງບໍລິສັດໄດ້ສົ່ງເສີມດ້ານອຸປະກອນເປັນຕົ້ນ ແມ່ນເສົາເຮືອນຮ່ົມ, ຜ້າຢາງ, ເຕັກນິກວິຊາການ ກໍ່ບໍ່ລໍຊ້າໂດຍໄດ້ສ້າງເຮືອນຮົ່ມປູກຜັກໜຶ່ງຫລັງມີເນື້ອທ່ີ ປະມານເກືອບ 1 ໄລ່. ການທີ່ຂ້ອຍຫັນມາເອົາດີໃນການປູກຜັກເປັນສິນຄ້ານີ້ ຫລັກໆແລ້ວຄືສະໜອງຕອບຕໍ່ແນວທາງນະໂຍບາຍຂອງພັກ-ລັດກໍ່ຄືຄວາມເອົາໃຈໃສ່ໃກ້ຊິດຕິດແທດຂອງພະນັກງານກະສິກຳເມືອງອະນຸວົງ ແລະ ໜ່ວຍງານກ່ຽວຂ້ອງຂອງບໍລິສັດພູເບ້ຍ ທ່ີຊຸກຍູ້ສົ່ງເສີມປະຊາຊົນປູກຝັງເປັນສິນຄ້າ ທັງເປັນການຕອບສະໜອງຜົນຜະລິດໃຫ້ແກ່ບໍລິສັດກໍ່ຄືຕະຫລາດພາຍໃນເມືອງ. ນາງ ອ່ອນຄຳ ທຳມະວົງກ່າວ. ແນວໃດກໍ່ດີ ທັງໝົດນີ້ຄືເຫດຜົນ ແລະ ໂອກາດທ່ີຄອບຄົວ ນາງ ອ່ອນຄຳ ກຳໄດ້ແໜ້ນບວກໃສ່ການມີປະສົບການຂອງລາວ. 

   ອີກຈຸດໜຶ່ງຄືສິ່ງໃດທີ່ສາມາດຜະລິດເອງໄດ້ ໂດຍສະເພາະແມ່ນອຸປະກອນຮັບໃຊ້ໃນການປູກຜັກຈຳນວນໜຶ່ງ ກໍ່ໄດຜະລິດເອງ, ແຕ່ກໍ່ມີບາງອຸປະກອນທີ່ຈຳເປັນ ແລະ ຜະລິດເອງບໍ່ໄດ້ກໍ່ໄດ້ຊື້ເຂົ້າມາເສີມຕື່ມ. ຢ່າງໃດກໍ່ຕາມພາຍຫລັງທີ່ທີມງານນັກຂ່າວພວກເຮົາໄດ້ຮູ້ເຖິງຄວາມມັກຮັກໃນອາຊີບ, ຄວາມເປັນມາທີ່ກ່າວມານັ້ນ, ນັກຂ່າວພວກເຮົາໄດ້ຖາມເຖິງລາຍຮັບຈາກການຂາຍຜົນຜະລິດຜັກ, ນາງ ອ່ອນຄຳ ກໍ່ຍິ້ມດ້ວຍຄວາມພາກພູມໃຈ ໂດຍສະເລ່ຍແລ້ວຂ້ອຍ ມີລາຍຮັບປະມານກວ່າ 1 ລ້ານກີບ/ ອາທິດ ເຊິ່ງລາຍຮັບດັ່ງກ່າວ ເຮັດໃຫ້ຄອບຄົວມີລາຍຮັບທີ່ໝັ້ນຄົງຕໍ່ເນື່ອງ ເພາະສາມາດປູກໄດ້ຕະຫລອດປີ. ກ່ອນອຳລາຄາຈາກ, ນາງ ອ່ອນຄຳ ເລົ່າສູ່ຟັງຕື່ມວ່າ: ຈາກນີ້ໃນຕໍ່ໜ້າຈະຂະຫຍາຍເຮືອນຮົ່ມເພີ່ມຕື່ມອີກ. ສ່ວນໄລຍະຍາວນອກຈາກຈະປູກຜັກ ເພື່ອຕອບສະໜອງຜັກໃຫ້ແກ່ຕະຫລາດກໍ່ຄື ບໍລິສັດ ພູເບ້ຍ ມາຍນິງ ໃຫ້ພຽງພໍແລ້ວ, ຕົນກໍ່ຈະຖ່າຍຖອດບົດຮຽນກໍ່ຄືປະສົບການທີ່ມີໃຫ້ຜູ້ທີ່ສົນໃຈຢາກປູກຜັກເປັນສິນຄ້າ. ຂະນະທີ່ປັດຈຸບັນຍັງຂາດເຂີນດ້ານນ້ຳເພື່ອມາຊົມໃຊ້ເຂົ້າໃນການຜະລິດພືດຜັກຂອງຕົນ. 

KPL

ຂ່າວອື່ນໆ

    • ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/2/2025 9:56:26 AM

      ໄລຍະແຕ່ປີ 1961 - 1973, ແມ່ນໄລຍະແຫ່ງການຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ຕີເອົາຊະນະຍຸດທະສາດສົງຄາມພິເສດ, ສົງຄາມພິເສດເພີ່ມທະວີ ຂອງພວກລ່າເມືອງຂຶ້ນແບບໃໝ່.

    • ຍ້ອນມີພັກນຳພາ ປະເທດຊາດຈຶ່ງມີຄວາມໝັ້ນຄົງເຕີບໃຫຍ່ ແລະ ເຂັ້ມແຊງບົດ-ສາລະຄະດີ

      ຍ້ອນມີພັກນຳພາ ປະເທດຊາດຈຶ່ງມີຄວາມໝັ້ນຄົງເຕີບໃຫຍ່ ແລະ ເຂັ້ມແຊງ

      4/2/2025 9:48:34 AM

      ອີງຕາມການໃຫ້ຮູ້ຂອງທ່ານ ແກ້ວ ລີບຸດດາຄໍາ ອະດີດເຈົ້າເມືອງ ບົວລະພາ (ເຊິ່ງເປັນເມືອງທີ່ໄດ້ຮັບນາມມະຍົດເປັນເມືອງວິລະຊົນ) ປັດຈຸບັນທ່ານຍັງປະຕິບັດໜ້າທ່ີເປັນປະທານສະຫະພັນນັກຮົບເກົ່າ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025).

    • ວິທີແກ້ອາການທ້ອງບິດບົດ-ສາລະຄະດີ

      ວິທີແກ້ອາການທ້ອງບິດ

      4/2/2025 9:41:49 AM

      ອາການເຈັບທ້ອງບິດ ແມ່ນມີສາເຫດເກີດມາຈາກການທີ່ອາຫານໃນລໍາໄສ້ໃຫຍ່ບໍ່ໄດ້ຖ່າຍເທມາຫລາຍມື້ ຫລື ອີກສາເຫດໜຶ່ງ ແມ່ນເກີດມາຈາກຄວາມຕຶງຄຽດໃນການໃຊ້ຊີວິດປະຈຳວັນຂອງເຮົາເອງ.

    • ປູກກາເຟຂາຍ ລາຍໄດ້ດີບົດ-ສາລະຄະດີ

      ປູກກາເຟຂາຍ ລາຍໄດ້ດີ

      4/1/2025 10:43:15 AM

      ກາເຟ ແມ່ນເຄື່ອງດື່ມຍອດນິຍົມຂອງຄົນທ່ົວໂລກກ່ໍວ່າໄດ້, ສະນັ້ນ ຈຶ່ງເຮັດໃຫ້ກາເຟເປັນສິນຄ້າຍອດນິຍົມທີ່ປະຊາຊົນນິຍົມປູກ ເພາະ ວ່າໄດ້ລາຄາດີ ແລະ ເປັນທ່ີຕ້ອງການຂອງຕະຫລາດທັງພາຍໃນ ແລະ ຕ່າງປະເທດ.

    • ປະຫວັດຄວາມເປັນມາ ຂອງນາງສັງຂານບົດ-ສາລະຄະດີ

      ປະຫວັດຄວາມເປັນມາ ຂອງນາງສັງຂານ

      4/1/2025 10:25:22 AM

      ອີກບໍ່ພໍເທົ່າໃດມື້, ບຸນປີໃໝ່ລາວ ຫລື ກຸດສົງການໄດ້ໝູນວຽນມາອີກເທື່ອໜຶ່ງ ເຊິ່ງແຕ່ລະປີໄລຍະບຸນປີໃໝ່ລາວ ກໍ່ຈະມີຫລາຍກິດຈະກໍາທີ່ປະຊາຊົນລາວຊາວພຸດ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ແລະ ໜຶ່ງໃນກິດຈະກໍາທີ່ຈັດຂຶ້ນທຸກໆປີນັ້ນກໍຄືການແຫ່ນາງສັງ ຂານ ທີ່ສືບທອດກັນມາແຕ່ດົນນານ ເພື່ອເປັນການສືບທອດປະເພນີອັນດີງາມໃຫ້ຢູ່ຄຽງຄູ່ກັບວັດທະນະທໍາລາວຕະຫລອດໄປ.


Top