ປູກກາເຟຂາຍ ລາຍໄດ້ດີ

01/04/2025 10:43
Email Print 227
KPL ກາເຟ ແມ່ນເຄື່ອງດື່ມຍອດນິຍົມຂອງຄົນທ່ົວໂລກກ່ໍວ່າໄດ້, ສະນັ້ນ ຈຶ່ງເຮັດໃຫ້ກາເຟເປັນສິນຄ້າຍອດນິຍົມທີ່ປະຊາຊົນນິຍົມປູກ ເພາະ ວ່າໄດ້ລາຄາດີ ແລະ ເປັນທ່ີຕ້ອງການຂອງຕະຫລາດທັງພາຍໃນ ແລະ ຕ່າງປະເທດ.

     *ກາເຟ ແມ່ນເຄື່ອງດື່ມຍອດນິຍົມຂອງຄົນທ່ົວໂລກກ່ໍວ່າໄດ້, ສະນັ້ນ ຈຶ່ງເຮັດໃຫ້ກາເຟເປັນສິນຄ້າຍອດນິຍົມທີ່ປະຊາຊົນນິຍົມປູກ ເພາະວ່າໄດ້ລາຄາດີ ແລະ ເປັນທ່ີຕ້ອງການຂອງຕະຫລາດທັງພາຍໃນ ແລະ ຕ່າງປະເທດ ສະນັ້ນ, ປະຊາຊົນທີ່ມີເງື່ອນໄຂກໍຫັນມາປູກຫລາຍ ໜ່ຶງໃນນ້ັນກໍແມ່ນຄອບຄົວ ທ່ານ ຄໍາເປົ້າ ພັນພົງສີ ທີ່ປະສົບຜົນສໍາເລັດຈາກການປູກກາເຟ ເຊິ່ງປີໜຶ່ງສາມາດສ້າງລາຍຮັບໃຫ້ກັບຄອບຄົວປະມານ 50 ລ້ານກວ່າກີບ.

    ທ່ານ ຄໍາເປົ້າ ພັນພົງສີ ອາຍຸ 54 ປີເຈົ້າຂອງສວນກາເຟໃຫ້ຮູ້ວ່າ: ໃນປີ 1994 ໄດ້ສ້າງຄອບຄົວ ກັບ ນາງ ຈັນ ສຸມູນທອງ ອາຊີບພະນັກງານ ໄດ້ມີລູກນໍາກັນ 2 ຄົນ, ຍິງ 1 ຄົນ. ໃນໄລຍະຜ່ານມາຕົນເອງໄດ້ນໍາພາຄອບຄົວໃຊ້ເວລາຫວ່າງ ນອກໂມງລັດຖະການໃນການປູກໝາກກ້ຽງນ້ອຍ ເຫັນວ່າໄດ້ຮັບຜົນຜະລິດໄລຍະສັ້ນໆ ແລ້ວຕົ້ນມັນຕາຍ, ຕົກມາໃນປີ 2019 ຈຶ່ງໄດ້ເລ່ີມປູກກາເຟ ໃສ່ສະຫລັບກັບໄມ້ໃຫ້ໝາກ ໂດຍອາໃສຕົ້ນໄມ້ໃຫໝາກເປັນຮົມເງົາ, ໃນເບື້ອງຕົ້ນປູກໃນເນ້ືອທ່ີ 1 ເຮັກຕາ ໄດ້ຈໍານວນ 1.100 ຕົ້ນ. ມາຮອດປີ 2023 ເປັນເວລາ 4 ປີ ຈ່ຶງສາມາດເກັບໝາກກາເຟໄດ້ ຈໍານວນ 1 ໂຕນ (ໝາກກາເຟແດງ), ເປັນໝາກກາເຟແຫ້ງ ຈໍານວນ 400 ໂລ ແລ້ວເອົາໄປສີໄດ້ກາເຟແກ່ນ  ຈໍານວນ 200 ກິໂລ, ຂາຍອອກໃນລາຄາ 40 ພັນກີບຕໍ່ 1 ກິໂລ, ສະເລ່ຍໄດ້ເງິນ 8 ລ້ານກີບ. ໃນປີ 2024 ຜົນຜະລິດໄດ້ເພີ່ມຂຶ້ນ ຈາກ 1 ໂຕນ ໄດ້ 4 ໂຕນ ໝາກກາເຟແດງ, ເປັນໝາກກາເຟແຫ້ງ ຈໍານວນ 1.600 ໂລ ແລ້ວເອົາໄປສີໄດ້ກາເຟແກ່ນ  ຈໍານວນ 800 ກິໂລກຣາມ, ຂາຍອອກໃນລາຄາ 50 ພັນກີບ ຕໍ່ 1 ກິໂລກຣາມ, ສະເລ່ຍໄດ້ເງິນ 40 ລ້ານກີບ ແລະ ລາຍຮັບຈາກໄມ້ໃຫ້ໝາກ ແລະ ພືດສວນຈຳນວນໜຶ່ງ ສະເລ່ຍມີລາຍຮັບລວມທັງໝົດ ໄດ້ 50 ລ້ານກີບຕໍ່ປີ. ນອກຈາກການຂາຍກາເຟແລ້ວ ຍັງໄດ້ເຮັດຜະລິດຕະພັນສຳເລັດຮູບຄື: ສະບູ ກາເຟ ແລະ ຊາດອກກາເຟ ເພື່ອຈຳໜ່າຍເປັນສິນຄ້າຕື່ມອີກ. ເມື່ອເຫັນວ່າການປູກກາເຟໄດ້ຮັບຜົນດີພໍສົມຄວນ ຕົນເອງພ້ອມດ້ວຍຄອບຄົວ ຈຶ່ງໄດ້ຂະຫຍາຍເນື້ອທີ່ປູກກາເຟອອກຕື່ມອີກລວມທັງໝົດ 8 ເຮັກຕາ, ມີຈໍານວນ 8.800 ຕົ້ນ. ໃນນີ້ ປະມານ 1,5 ເຮັກຕາ ທີ່ສາມາດເກັບຜົນຜະລິດໄດ້, ສ່ວນອີກ 6,5 ເຮັກຕາ ແມ່ນອີກປະມານ 3 ປີ ຈຶ່ງຈະໃຫ້ຜົນຜະລິດ.

   ທ່ານ ຄໍາເປົ້າ ກ່າວອີກວ່າ: ການປູກກາເຟຂອງຕົນແມ່ນຍັງພົບຄວາມຫຍຸ້ງຍາກເປັນຕົ້ນແມ່ນຍັງຂາດເຕັກນິກໃນການບົວລະບັດຮັກສາ, ຂາດເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເພື່ອພັດທະນາເຮັດໃຫ້ຜະລິດຕະພັນຈາກກາເຟມີຄຸນນະພາບດີຂຶ້ນ ແລະ ຍັງຂາດຕະຫລາດຈຳໜ່າຍທີ່ແນ່ນອນ.

ໂດຍ:  ແກ້ວອຸດົມ

KPL

ຂ່າວອື່ນໆ


Top