ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

25/03/2025 17:08
Email Print 505
KPL ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).





ຂປລ. ສູນພະລັງງານອາຊຽນ (
ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

      ຂະແໜງພະລັງງານ ແມ່ນໜ່ວຍງານໜຶ່ງທີ່ສໍາຄັນທີ່ສຸດ ໃນການປະກອບສ່ວນ ສະໜັບສະໜູນການປ່ຽນແປງດິນຟ້າອາກາດ ບົດສຶກສາກ່ຽວກັບການປ່ອຍ ແກັສເຮືອນແກ້ວສຸດທິເປັນສູນ ຂອງລາວ ສະບັບດັ່ງກ່າວ ໄດ້ສຶກສາສໍາຫລວດແນວທາງທີ່ເປັນໄປໄດ້ ໃນການຫລຸດຜ່ອນການປ່ອຍ ແກັສເຮືອນແກ້ວໃນລະດັບຊາດ ຜ່ານການນໍາໃຊ້ເຕັກໂນໂລຊີດ້ວຍວິທີການຕ່າງໆ ລວມທັງພະລັງງານທົດແທນ ແລະ ເຕັກໂນໂລຊີກາກບອນຕໍ່າທີ່ກໍາລັງເກີດຂຶ້ນ. ບົດສຶກສາສະບັບນີ້, ຖືເປັນເອກະສານລະດັບຊາດສະບັບທໍາອິດ ຂອງສູນພະລັງງານອາຊຽນ ໃນການສ້າງແຜນງານ ເພື່ອບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງປະເທດ. ບົດສຶກສາທ່າອ່ຽງດ້ານພະລັງງານອາຊຽນ ສະບັບທີ 8 (AEO8) ເຊິ່ງເປັນເອກະສານສິ່ງພິມສໍາຄັນ ຂອງສູນພະລັງງານອາຊຽນ ໂດຍຈັດຂຶ້ນພ້ອມກັບ ການເປີດໂຕບົດສຶກສາຢ່າງເປັນທາງການ ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

       ທ່ານ ນາງ ສັນຕິສຸກ ພິມພະຈັນ ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ (SOE) ຂອງ ສປປ ລາວ ໄດ້ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອສະແດງເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການນໍາພາພາກພື້ນກ້າວເຂົ້າສູ່ຄວາມຍືນຍົງ ແລະ ປ່ອຍກາກບອນຕໍ່າໃນອະນາຄົດ. ບົດບາດສໍາຄັນຂອງສູນພະລັງງານອາຊຽນ ແນໃສ່ສົ່ງເສີມການຮ່ວມມື ລະດັບພາກພື້ນໃນຂະແໜງພະລັງງານ ຄຽງຄູ່ກັບຂໍ້ຄິດລິເລີ່ມ ໃນການປ່ອຍກາກບອນຕໍ່າອື່ນໆ, ເຊິ່ງມີຄວາມສໍາຄັນໃນການບັນລຸເປົ້າໝາຍ ດ້ານດິນຟ້າອາກາດ ແລະ ພະລັງງານຂອງພວກເຮົາ ຜົນການຄົ້ນພົບຈາກບົດສຶກສາ AEO8 ຈະຖືກນໍາມາເຜີຍແຜ່ຜ່ານງານ ກິດຈະກໍາລະດັບຊາດ ໃນທົ່ວປະເທດສະມາຊິກອາຊຽນ (AMS), ເພື່ອສະໜັບສະໜູນໃຫ້ມີ ການແບ່ງປັນຄວາມຮູ້ ແລະ ການສ້າງຄວາມສາມາດໃນທົ່ວພາກພື້ນ. ສໍາລັບ ສປປ ລາວ ເຊິ່ງເປັນປະເທດທໍາອິດທີ່ຮ່ວມມືກັບ ACE ໃນການພັດທະນາບົດສຶກສາ ລະດັບຊາດຮ່ວມກັນ ກ່ຽວກັບເສັ້ນທາງສູ່ການປ່ອຍແກັສເຮືອນ ແກ້ວສຸດທິເປັນສູນ ໂດຍສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງແຮງກ້າຂອງ ACE ໃນການຫັນປ່ຽນດ້ານພະລັງງານ ແລະ ການສົ່ງເສີມນະວັດຕະກໍາ ເພື່ອອະນາຄົດທີ່ຍືນຍົງ.





      ທ່ານ ດຣ. Zulfikar Yurnaidi ຜູ້ຈັດການພະແນກສ້າງແບບຈໍາລອງພະລັງງານ ແລະ ການວາງແຜນນະໂຍບາຍ (MPP) ຂອງ ACE ໄດ້ກ່າວວ່າ: ບົດສຶກສາທ່າອ່ຽງ ດ້ານພະລັງງານອາຊຽນ ສະບັບທີ 8 ໄດ້ນໍາສະເໜີກ່ຽວກັບສະພາບຄວາມເປັນກາງຂອງກາກບອນ (CNS) ໃນລະດັບພາກພື້ນ, ເຊິ່ງປັດຈຸບັນໄດ້ຖືກ ຫັນປ່ຽນເປັນແຜນງານ ສະເພາະຂອງປະເທດ ໂດຍມີ ສປປ ລາວ ເປັນຄູ່ຮ່ວມງານລາຍທໍາອິດ ຜ່ານບົດສຶກສາ AEO ແລະ ບົດສຶກສາການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນລະດັບຊາດ, ACE ມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນ ປະເທດສະມາຊິກອາຊຽນ ໃນການຊຸກຍູ້ການຮ່ວມມືລະດັບພາກພື້ນ ເພື່ອບັນລຸເປົ້າໝາຍດ້ານພະລັງງານ ແລະ ດິນຟ້າອາກາດຮ່ວມກັນ.





      ທ່ານ Aldilla Noor Rakhiemah ຜູ້ຈັດການໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ (ACCEPT) ໄດ້ກ່າວວ່າ: ການເປີດໂຕ ແຜນງານພັດທະນາຂະແໜງພະລັງງານ ສໍາລັບການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ຂອງ ສປປ ລາວ ຖືເປັນບາດກ້າວສໍາຄັນ ໃນການຫັນປ່ຽນດ້ານພະລັງງານຂອງ ສປປ ລາວ. ACCEPT ມີບົດບາດສໍາຄັນ ໃນການເສີມສ້າງຄວາມເຂັ້ມແຂງ ດ້ານການເຊື່ອມໂຍງ ລະຫວ່າງ ພະລັງງານ ແລະ ການປ່ຽນແປງດິນຟ້າອາກາດ ຜ່ານການສຶກສາວິເຄາະທີ່ຂັບເຄື່ອນດ້ວຍຂໍ້ມູນ ພ້ອມທັງເລັ່ງການຮ່ວມມືໃນລະດັບພາກພື້ນ ໂດຍສ້າງຄວາມສາມາດໃນລະດັບພາກພື້, ເຊິ່ງສິ່ງດັ່ງກ່າວສອດຄ່ອງກັບ ເປົ້າໝາຍໄລຍະຍາວ ຂອງ ACCEPT ທີ່ໃຫ້ການສະໜັບສະໜູນບັນດາ ປະເທດສະມາຊິກອາຊຽນ ໃນການຫັນປ່ຽນສູ່ລະບົບພະລັງງານກາກບອນຕໍ່າ ແລະ ບັນລຸເປົ້າໝາຍການປ່ອຍແກັສອາຍພິດສຸດທິເປັນສູນ.

 ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າວັດທະນະທຳ-ສັງຄົມ

      ພິກກີບີ ເປີດຮ້ານຮູບແບບໃໝ່ ອຳນວຍຄວາມສະດວກແກ່ລູກຄ້າ

      3/28/2025 8:55:21 PM

      ຂປລ. ພິກກີບີ ໄດ້ຫັນປ່ຽນການບໍລິການ ຈາກຮ້ານຕູ້ນ້ອຍແຄມທາງ ມາເປັນຮ້ານນັ່ງກິນ ແລະ ຊື້ກັບບ້ານໄດ້ ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ ໄດ້ມານັ່ງພັກຜ່ອນ, ຮັບປະທານ ຜະລິດຕະພັນ ຫລາກຫລາຍຂອງພິກກີບີ. ​ໃນ​ວັນ​ທີ 28 ມີນາ 2025 ນີ້, ​ໄດ້​ມີພິທີເປີດຮ້ານພິກກີບີ (Food Store) ເຊິ່ງເປັນສາຂາທໍາອິດ ທີ່ເປີດເປັນຮູບແບບຮ້ານອາຫານ ຢູ່ຕໍ່ໜ້າຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດວັດທະນະທຳ-ສັງຄົມ

      ກຽມເປີດສັບປະດາແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ ຢູ່ແຂວງສະຫວັນນະເຂດ

      3/28/2025 8:38:52 PM

      ຂປລ. ຄະນະ​ກໍາມະການ​ແຫ່ງ​ຊາດ​ ດ້ານ​ຄວາມ​ປອດ​ໄພ​ທາງ​ຫລວງ (ຄຊປທ) ກຽມຈັດງານ ສັບປະດາ ແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ #ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 5 ເມສາ 2025 ຢູ່ແຂວງສະຫວັນນະເຂດ, ພາຍໃນງານຈະມີຫລາຍກິດຈະກໍາ ເປັນຕົ້ນ ຂະບວນຍ່າງ,​ ໂຕ້ວາທີ, ສະແດງລະຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫລວງ.

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.


Top