KPL
ຂປລ. ໃນວັນທີ 21 ກຸມພາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 20-21 ກຸມພາ 2025.

ຂປລ. ໃນວັນທີ 21 ກຸມພາ 2025 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບຣູໂນ ໂຣດຣີເກັສ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 20-21 ກຸມພາ 2025.
ໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ, ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງນີ້ ເຊິ່ງຖືເປັນການຫວນຄືນ ກັບມາຢ້ຽມຢາມ ທີ່ມີຄວາມໝາຍຄວາມສໍາຄັນ ແນໃສ່ສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອດີງາມມາຢ່າງຍາວນານ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພ້ອມກັນນັ້ນ, ສອງຝ່າຍ ຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສປປ ລາວ ແລະ ສ ກູບາ ເປັນປະເທດເພື່ອນມິດຍຸດທະສາດ, ມີການພົວພັນຖານ ອ້າຍນ້ອງ ແລະ ມີການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ. ການພົວພັນຮ່ວມມື ທາງດ້ານການເມືອງ ຂອງສອງປະເທດ ແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ໜັກແໜ້ນ, ມີການປະສານສົມທົບ, ຕິດຕໍ່ພົວພັນ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພິເສດໃນປີ 2024 ທີ່ຜ່ານມາ, ສອງປະເທດ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການທູດ ຢ່າງເປັນຂະບວນຟົດຟື້ນ ເຊິ່ງຝ່າຍລາວ ໄດ້ຕີລາຄາສູງຕໍ່ ພັກ-ລັດຖະບານ ກູບາ ທີ່ໄດ້ມອບໝາຍໃຫ້ ສະຫາຍ ຫວນ ເອັສເຕບານ ລາໂຊ ເອຣນານເດັສ ປະທານສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສ ກູບາ ເປັນຜູ້ຕາງໜ້າພິເສດ ແຫ່ງ ສ ກູບາ ເດີນທາງມາ ສປປ ລາວ ເພື່ອສະເຫລີມສະຫລອງ ເຫດການສໍາຄັນດັ່ງກ່າວ. ຄຽງຄູ່ກັນນັ້ນ, ການຮ່ວມມືດ້ານອື່ນໆ ຂອງສອງປະເທດ ກໍສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ສອງຝ່າຍກໍຊອກຫາວິທີທາງ ເພື່ອຮ່ວມມືກັນໃນຂະແໜງທີ່ມີທ່າແຮງ ເປັນຕົ້ນ ການສ້າງຊັບພະຍາກອນມະນຸດ, ການສຶກສາ ແລະ ກິລາ, ສາທາລະນະສຸກ, ກະສິກໍາ, ລວມເຖິງການສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ອື່ນໆ.
ໃນໂອກາດດຽວກັນ, ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ນໍາເອົາຄວາມ ຢື້ຢາມຖາມຂ່າວ ຈາກການນໍາຂັ້ນສູງຂອງພັກ-ລັດ ແຫ່ງ ສ ກູບາ ເຖິງການນໍາພັກ-ລັດ ແຫ່ງ ສປປ ລາວ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງ ແລະ ແຜນການ ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ລວມເຖິງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ສະພາບການຂອງກູບາ ໃນປັດຈຸບັນ ແລະ ໄດ້ຍືນຍັນຄືນ ທີ່ຈະສືບຕໍ່ພັວພັນຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນຕໍ່ໜ້າ ໂດຍສະເພາະ ແມ່ນທິດທາງ ໃນການຈັດຕັ້ງປະຕິບັດ ການຜັນຂະຫຍາຍ ການຮ່ວມມືແບບເພື່ອນມິດຍຸດທະສາດ ໃຫ້ເປັນແຜນປະຕິບັດງານ ເປັນຮູບປະທໍາຫລາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ.
ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ອວຍພອນໃຫ້ ສະຫາຍ ລັດຖະມົນຕີ ບຣູໂນ ໂຣດຣີເກັສ ປາຣີຢາ ແລະ ຄະນະ ຈົ່ງປະສົບຜົນສໍາເລັດ ໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ແມ່ນການພົບປະສອງຝ່າຍກັບ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມທັງໄດ້ຝາກຄໍາຢື້ຢາມຖາມຂ່າວໄປຍັງ ການນໍາຂັ້ນສູງຂອງພັກ-ລັດ ແຫ່ງ ສ ກູບາ ໂດຍສະເພາະ ສະຫາຍ ມານູເອັນ ມາເຣໂຣ ນາຍົກລັດຖະມົນຕີ ແຫ່ງ ສ ກູບາ ແລະ ເຊື້ອເຊີນເພີ່ນມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ ແລະ ເໝາະສົມ.
ພາບ: ຂັນໄຊ
KPL