ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມ

20/02/2025 20:25
Email Print 300
KPL ຂປລ. ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ຊຸດທີ II ນຳ​ໂດຍ​ທ່ານ ນາງ ວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ IX ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ



ຂປລ. ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ
IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ຊຸດທີ II ນຳ​ໂດຍ​ທ່ານ ນາງ ວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ IX ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງ ຊຸດທີ II, ພ້ອມທັງຟັງຄຳຄິດເຫັນ ແລະ ຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກ​ງື່ມ ນວ ໃນວັນທີ 19 ກຸມ​ພາ 2025   ໂດຍການຕ້ອນຮັບຂອງ ທ່ານ ​ນາງ ອາ​ມິດ​ຕາ ສີ​ປະ​ມວນ ຮອງເລຂາພັກເມືອງ, ຜູ້​ຊີ້​ນຳ​ວຽກພະ​ນັກ​ງານ​-ລັດ​ຖະ​ກອນ ພ້ອມດ້ວຍຄະ​ນະ​ປະ​ຈຳ​ພັກ​ເມືອງ, ຄະນະພັກເມືອງ, ພະນັກງານຫລັກແຫລ່ງ ແລະ ພະ​ນັກ​ງານ​ວິ​ຊາ​ການ ຂອງບັນດາຫ້ອງການ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ນາງ ອາ​ມິດ​ຕາ ໄດ້ລາຍງານ ໄດ້ໃຫ້ຮູ້ກ່ຽວກັບສະພາບລວມ ຂອງເມືອງ​ປາກ​ງື່ມ​ ໂດຍ​ຫຍໍ້ ກ່ຽວ​ກັບຂໍ້​ມູນ​ສະ​ພາບ​ລວມ​ດ້ານ​ທີ່​ຕັ້ງ, ດ້ານ​ການ​ເມືອງ​ແນວ​ຄິດ, ຜົນ​ສຳ​ເລັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ວຽກ​ງານ​ຜ່ານ​ມາ ​ໃນ​ແຕ່​ລະ​ຂົງ​ເຂດ ໂດຍສະເພາະ ດ້ານ​ເສດ​ຖະ​ກິດ, ດ້ານ​ວັດ​ທະ​ນະ​ທຳ-ສັງ​ຄົມ, ດ້ານ​ວຽກ​ງານ ປກ​ຊ-ປກ​ສ ແລະ ບັນ​ຫາ​ຄົງ​ຄ້າງ ຂອງ​ອົງ​ການ​ປົກ​ຄອງ​ເມືອງ ເປັນ​ຕົ້ນ ຍັງ​ມີ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ອົງ​ການ​ປົກ​ຄອງ​ບ້ານ ຈຳ​ນວນ​ໜຶ່​ງ​ຍັງ​ຖື​ເບົາ, ມີ​ການ​ລະ​ເມີດ​ລະ​ບຽບ​ກົດ​ໝາຍ, ການ​ແກ້​ໄຂ​ປະ​ກົດ​ຫານ​ຫຍໍ້​ທໍ້​ໃນ​ສັງ​ຄົມ ຕິດ​ພັນ​ບັນ​ຫາ​ຢາ​ເສບ​ຕິດ, ຂີ້​ລັກ, ງັດ​ແງະ ຍັງ​ມີ​ຫລາຍ​ດ້ານບໍ່​ທັນ​ສາ​ມາດ​ແກ້​ໄຂ​ໄດ້; ການ​ຄຸ້ມ​ຄອງ​ໂຄງ​ການ​ລົງ​ທຶນ​ຂອງ​ລັດ ຍັງ​ບໍ່​ທັນ​ໄດ້​ດີ, ບາງ​ໂຄງ​ການ​ຊັກ​ຊ້າ, ຢຸດ​ສະ​ງັກ; ການ​ຈັດ​ສັນ​ຊາວ​ຄ້າ​ຂາຍ ຕາມ​ແຄມ​ທາງ​ຍັງ​ເຮັດ​ບໍ່​ທັນ​ເດັດ​ຂາດ, ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ ​ຍັງ​ບໍ່​ທັນ​ເຂັ້ມ​ແຂງ; ການ​ຄຸ້ມ​ຄອງ​ຮ້ານ​ກິນ​ດື່ມ​ບັນ​ເທີງ, ຮ້ານ​ອິນ​ເຕີ​ເນັດ ຍັງ​ບໍ່​ເຄື່ອນ​ໄຫວ​ຕາມ​ລະ​ບຽບ ແລະ ການ​ຖີ້ມ​ຂີ້​ເຫຍື້ອ​ຊະ​ຊາຍຍັງ​ແກ້​ໄຂ​ບໍ່​ທັນ​ໄດ້​ດີ.




ພາຍຫລັງ ໄດ້ຮັບຟັງການລາຍງານ ສະພາບລວມຂອງເມືອງແລ້ວ
, ບັນດາ ສສຊ ແລະ ສສນວ ກໍໄດ້ຜັດປ່ຽນກັນ ເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ກໍຄື ບັນຫາສຳຄັນຕ່າງໆ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມ ໂດຍສະເພາະ ຜົນການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ, ຂອງນະຄອນຫລວງວຽງຈັນ ໃນທຸກຂົງເຂດວຽກງານ ໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ແນໃສ່ເຮັດໃຫ້ຜູ້ມີສິດເລືອກຕັ້ງ ຢູ່ພາຍໃນເມືອງ​ປາກ​ງື່ມ ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ກ່ຽວກັບຜົນສໍາເລັດ ຂອງສອງ ກອງປະຊຸມດັ່ງກ່າວ. ພ້ອມກັນນີ້, ກໍເພື່ອຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຂອງຜູ້ມີສິດເລືອກຕັ້ງ ຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ ແລະ ບັນດາບັນຫາພົ້ນເດັ່ນຕ່າງໆ ທີ່ຈະເປັນຂໍ້ມູນໃຫ້ແກ່ ສສຊ ແລະ ສສນວ ໄດ້ນໍາໄປຄົ້ນຄ້ວາພິຈາລະນາ, ປະກອບຄໍາຄິດຄໍາເຫັນ ໃນການພິຈາລະນາ ບັນ ຫາສໍາຄັນຕ່າງໆ ໃນກອງປະຊຸມ, ພ້ອມທັງນໍາສະເໜີຕໍ່ອົງການປົກຄອງ ແລະ ຊຸກຍູ້ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂຕາມພາລະບົດບາດ.

ຂ່າວ-ພາບ: ຫ້ອງວ່າການ ນວ

KPL

ຂ່າວອື່ນໆ


Top