KPL
ແຫລ່ງທ່ອງທ່ຽວພູຜາມ່ານ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ີສົນໃຈຢາກມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດ ແລະ ຫລິ້ນກິດຈະກຳທີ່ທ້າທາຍ ເປັນຕົ້ນ ຂີ່ສະລິງ, ໄຕ່ຂົວ, ປີນຜາ, ຂີ່ເຮືອລອດຖ້ຳ ແລະ ກິດຈະກໍາອື່ນໆ ທີ່ນັກທ່ອງ ທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້.
*ແຫລ່ງທ່ອງທ່ຽວພູຜາມ່ານ ມີຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທ່ີສົນໃຈຢາກມາສຳຜັດກັບບັນຍາກາດທີ່ເປັນທຳມະຊາດ ແລະ ຫລິ້ນກິດຈະກຳທີ່ທ້າທາຍ ເປັນຕົ້ນ ຂີ່ສະລິງ, ໄຕ່ຂົວ, ປີນຜາ, ຂີ່ເຮືອລອດຖ້ຳ ແລະ ກິດຈະກໍາອື່ນໆ ທີ່ນັກທ່ອງທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້. ທ່ານ ໂອລາໄຊ ໃສສຸພັນ ຫົວໜ້າພະແນກກິດຈະກຳບໍລິການທ່ອງທ່ຽວຄົບວົງຈອນ ຈຸດຊົມທິວທັດພູຜາມ່ານ ເມືອງຄູນຄໍາ ແຂວງ ຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ໄທ ໃນທ້າຍອາທິດຜ່ານມານີ້ວ່າ: ພູຜາມ່ານຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ເປັນແຫລ່ງທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມທີ່ສຸດ, ມີທິວທັດພູຜາເປັນຫີນປູນແຫລມທີ່ຕັ້ງລຽງຊ້າຍລ້າຍສະຫລັບສັບຊ້ອນກັນຢ່າງສວຍສົດງົດງາມ ແລະ ມີປ່າໄມ້ທີ່ອຸດົມສົມບູນ ຊຶ່ງມີເນື້ອທີ່ທັງໝົດ 7.500 ກວ່າເຮັກຕາ.
![](https://kpl.gov.la/Media/Upload/News/Thumb/2025/02/07/2.jpg)
ໃນນັ້ນ, ເນື້ອທີ່ເຮັດກິດຈະກໍາຫລັກໆມີ 23 ເຮັກຕາ ໂດຍໄດ້ຮັບການພັດທະນາຈາກ ບໍລິສັດທ່ອງທ່ຽວກຣີນດິສໂຄເວີຣີ ແລະ ເປີດໃຫ້ບໍລິການມາແຕ່ທ້າຍປີ 2019 ຊຶ່ງມີຫລາຍກິດຈະກຳຫລັກ ໃນນັ້ນ, ມີ 3 ລາຍການ (ກິດຈະກໍາ) ທ່ອງທ່ຽວທີ່ທ້າທາຍຄື: ລາຍການທ່ອງທ່ຽວ 2 ຊົ່ວໂມງມີ: ຂີ່ສະລິງ 5 ເສັ້ນ, ໄຕ່ຂົວ, ຍ່າງປ່າ, ຊົມທິວທັດ, ປີນຜາພ້ອມທັງມີຈຸດຊົມທິວທັດຖ່າຍພາບງາມໆ 360 ອົງສາ; ລາຍການທ່ອງທ່ຽວທີ 2 ເຄິ່ງມື້ມີ: ຂີ່ສະລິງ 12 ເສັ້ນ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 70 ແມັດ; ລາຍການທ່ອງ ທ່ຽວທີ 3 ໜຶ່ງມື້ມີ: ສະລິງ 15 ເສັ້ນ, ລອຍໂຕລົງຜາ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 90 ແມັດ, 170 ແມັດ ແລະ ທ່ຽວຊົມຖໍ້າ. ນອກຈາກຂີ່ສະລິງແລ້ວ ຍັງມີກິດຈະກໍາພາຍເຮືອກາຍັກ, ພາຍເຮືອກາຍັກຢູ່ຖໍ້າກອງລໍ, ສາຍນໍ້າຫີນບູນ ແລະ ກິດຈະກໍາອື່ນໆ ເຊິ່ງນັກທ່ອງທ່ຽວສາມາດ ເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້.
![](https://kpl.gov.la/Media/Upload/News/Thumb/2025/02/07/3.jpg)
ທ່ານ ໂອລາໄຊ ໃສສຸພັນ ກ່າວ ຕື່ມວ່າ: ກິດຈະກໍາຕ່າງໆທີ່ບໍລິ ການແມ່ນມີຄວາມປອດໄພ 100% ສະເພາະພະນັກງານຮັກສາຄວາມ ປອດໄພໄດ້ຮັບການຝຶກອົບມາເປັນຢ່າງດີ, ພວກເຮົາຍັງມີການກະກຽມຄວາມພ້ອມດ້ານອຸປະກອນ, ກວດສອບອຸປະກອນ, ສາຍສະລິງ, ຕ້ອງມີການຊ້ອມ, ສາທິດກ່ອນການລົງຫລິ້ນກິດຈະກຳ ເປັນຕົ້ນ ສາທິດການນໍາໃຊ້ອຸປະກອນອື່ນໆ ເພື່ອຄວາມປອດໄພທຸກຢ່າງ, ເວລາຫລິ້ນກິດຈະກໍາພະນັກງານຮັກສາຄວາມປອດໄພຈະຕິດຕາມໄປໃກ້ຊິດຕະຫລອດໄລຍະລົງຫລິ້ນ ຈົນສິ້ນສຸດກິດຈະກໍາ. ສໍາລັບກິດຈະກໍາປີນຜາສູງຈະເລີ່ມບໍລິການໃຫ້ນັກທ່ອງທ່ຽວໃນໄວໆນີ້. ສ່ວນກິດຈະກໍາທີ່ນັກທ່ອງທ່ຽວນິຍົມຫລາຍທີ່ສຸດ ແມ່ນກິດຈະກໍາຂີ່ສະລິງ 2 ຊົ່ວໂມງ, ຕໍ່ມາແມ່ນເຄິ່ງມື້. ພ້ອມນັ້ນສະຖານທີ່ທ່ອງທ່ຽວພູຜາມ່ານຍັງໄດ້ສຸມໃສ່ອະນຸລັກສັດປ່າຊີວະນາໆພັນເຊັ່ນ: ໂຕຄ່າງສາມາດເຫັນ ໄດ້ໃນໄລຍະ 6:00 ໂມງ ຫາ 9:00 ໂມງເຊົ້າ ແລະ 15:00 ໂມງ ຫາ 17:30 ໂມງ ຫລື ກ່ອນຕາເວັນຕົກດິນ. ນອກນີ້, ຍັງມີນົກ, ກະຮອກ ແລະ ອື່ນໆຫລາຍຊະນິດໃຫ້ໄດ້ເຫັນຕື່ມອີກ.
![](https://kpl.gov.la/Media/Upload/News/Thumb/2025/02/07/4.jpg)
ປັດຈຸບັນມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເປັນຈໍານວນຫລວງຫລາຍ ໃນແຕ່ລະມື້ ແລະ ເຂົ້າມາທ່ຽວຫລາຍທີ່ສຸດແມ່ນໄລຍະເດືອນ ກັນຍາ ຫາ ເດືອນມີນາ, ສ່ວນຫລາຍເປັນນັກທ່ອງອາຊີ, ເອີຣົບ, ສິງກະໂປ, ຫວຽດນາມ, ມາເລເຊຍ ແລະ ຟີລິບປິນ.
ບົດ-ພາບໂດຍ: ວຽງສະຫວັນ
KPL