ບໍລິສັດບໍລິຫານຈັດການໄຊເບີລາວ ມອບເງິນຊ່ວຍ ຕ້ານໄພນ້ຳຖ້ວມ ແລະ ກອງປະຊຸມສຸດຍອດອາຊຽນ

04/10/2024 15:38
Email Print 226
KPL ຂປລ. ໃນວັນທີ 4 ຕຸລາ 2024 ນີ້, ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ ໄດ້ນຳເອົາເງິນມູນຄ່າ 600 ລ້ານກີບ ມາມອບໃຫ້ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ຕາງໜ້າມອບໂດຍ ທ່ານ ກຽງຄຳ ອິນແພງທະວົງ ຮອງຜູ້ອຳນວຍການ ບໍລິສັດບໍລິຫານ ຈັດການໄຊເບີລາວ ຈຳກັດ ແລະ ຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໂດຍມີ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.




ຂປລ. ໃນວັນທີ
4 ຕຸລາ 2024 ນີ້, ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ ໄດ້ນຳເອົາເງິນມູນຄ່າ 600 ລ້ານກີບ ມາມອບໃຫ້ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ຕາງໜ້າມອບໂດຍ ທ່ານ ກຽງຄຳ ອິນແພງທະວົງ ຮອງຜູ້ອຳນວຍການ ບໍລິສັດບໍລິຫານ ຈັດການໄຊເບີລາວ ຈຳກັດ ແລະ ຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໂດຍມີ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.




ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ
, ທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນ ຈຳນວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ຊ່ວຍເຫລືອປະເທດຊາດ ກໍຄື ຊ່ວຍເຫລືອປະຊາຊົນຊົນ ທີ່ຕົກຢູ່ໃນວິກິດ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ຢູ່ ສປປ ລາວ ໃຫ້ດຳເນີນໄປຢ່າງໂລ່ງລ່ຽນ. ພ້ອມທັງຢືນຢັນວ່າ ຈະນຳເອົາເງິນ ທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ກໍຄື ນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດ ຢ່າງທົ່ວເຖິງ.

ໃນວັນດຽວກັນ, ທ່ານ ກຽງຄຳ ອິນແພງທະວົງ ຍັງໄດ້ຕາງໜ້າ ໃຫ້ບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ ມອບເງິນ ຈຳນວນ 400 ລ້ານກີບ ໃຫ້ລັດຖະບານ ກໍຄື ກະຊວງການຕ່າງປະເທດ ເພື່ອປະກອບສ່ວນ ນຳໃຊ້ ເຂົ້າໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນ ໃນມໍ່ໆນີ້, ຕາງໜ້າຮັບໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top