ເຈົ້າແຂວງຄໍາມ່ວນ ຕ້ອນຮັບຜູ້ວ່າຣາຊະການ ຈັງຫວັດນະຄອນພະນົມ ໂອກາດສໍາ​ເລັດໜ້າທີ່

03/10/2024 14:45
Email Print 199
KPL ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຄໍາ​ມ່ວນ ​ໃຫ້​ຮູ້​ວ່າ: ວັນທີ 2 ຕຸລາ 2024 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ

 

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຄໍາ​ມ່ວນ ​ໃຫ້​ຮູ້​ວ່າ: ວັນທີ 2 ຕຸລາ 2024 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ໃນໂອກາດສຳເລັດການປະຕິບັດໜ້າທີ່ (ບໍານານ)  ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
   ໂອກາດນີ້
,  ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ວັນໄຊ ຈັນພອນ ທີ່ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ເປັນຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ເຊິ່ງໄລຍະການປະຕິບັດໜ້າທີ່ເປັນຜູ້ວ່າຣາຊະການ ທ່ານໄດ້ປະກອບສ່ວນໃນການຊຸກຍູ້ສົ່ງເສີມມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ  2 ແຂວງ ຄໍາມ່ວນ  ແລະ ນະຄອນພະນົມ ດ້ວຍດີຕະຫລອດມາ. ພ້ອມນີ້, ທ່ານເຈົ້າແຂວງຄໍາມ່ວນ ຍັງໄດ້ສະເໜີຜ່ານທ່ານຜູ້ວ່າຄົນເກົ່າ ໄປຍັງຜູ້ທີ່ມາປ່ຽນແທນໃຫ້ສືບຕໍ່ຮັກສາມູນເຊື້ອມິດຕະພາບ ແລະ ການຮ່ວມມືນີ້ໄວ້ ໂດຍສະເພາະແມ່ນສືບຕໍ່ປະຕິບັດຕາມເນື້ອໃນບົດບັນທຶກການຮ່ວມມືສອງຝ່າຍ ເປັນຕົ້ນ ການຮ່ວມມືໃນດ້ານການຄ້າ-ການລົງທຶນ,  ການທ່ອງທ່ຽວ,  ການພົວ ພັນໄປມາຫາສູ່ເຊິ່ງກັນ ແລະ ກັນ, ການແລກປ່ຽນທາງດ້ານວັດທະນະທໍາ ແລະ ດ້ານອື່ນໆ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆ​ຂຶ້ນ.
   ໃນໂອກາດດຽວກັນ, ທ່ານຜູ້ວ່າຈັງຫວັດນະຄອນພະນົມ ກໍໄດ້ສະແດງຄວາມຂອບໃຈ ມາຍັງທ່ານເຈົ້າແຂວງຄໍາມ່ວນ ແລະ ຄະນະການນໍາແຂວງ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ
, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຄໍາມ່ວນ-ນະຄອນພະນົມ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ. ທັງນີ້, ກໍເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງແຂວງໃນຕໍ່ໜ້າ.

ຂ່າວ: ມະນີວັນ

KPL

ຂ່າວອື່ນໆ


Top