ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

04/10/2024 15:36
Email Print 258
KPL ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.




ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ
, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານຮອງປະທານປະເທດ ໄດ້ມີຄໍາເຫັນໂອ້ລົມ, ພ້ອມສະແດງຄວາມເປັນຫ່ວງເປັນໄຍ, ເຫັນອົກເຫັນໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມພົບປະ ພໍ່ແມ່ປະຊາຊົນ ບ້ານນາຈຽງ ໂດຍສະເພາະ ແມ່ນຄອບຄົວຜູ້ທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມ ໃນໄລຍະທີ່ຜ່ານມາ. ພ້ອມນີ້, ທ່ານຍັງເນັ້ນໃຫ້ ຄະນະນໍາແຂວງ, ນະຄອນ ສືບຕໍ່ເພີ່ມສະມັດຕະພາບ ຄວາມສູງ ຂອງຄູກັນນ້ຳ, ກວດກາຄືນຄູກັນນ້ຳຕ່າງໆທີ່ມີຄວາມສ່ຽງ, ການຮັບມືກັບນ້ຳປ່າ, ເອົາໃຈໃສ່ແກ້ໄຂ ຕາມສະພາບຕົວຈິງ ຢ່າງເປັນເຈົ້າການຮ່ວມກັນ ຂອງຄະນະນໍາແຕ່ລະຂັ້ນ ຕະຫລອດພໍ່ແມ່ປະຊາຊົນຢ່າງມີສະຕິ, ຮັບມືກັບການປ່ຽນແປງຂອງພູມອາກາດ, ຟື້ນຟູຄືນຊີວິດການເປັນຢູ່, ແຫລ່ງທໍາມາຫາກິນ ບ່ອນຜະລິດກະສິກຳ ໃຫ້ກັບຄືນສູ່ສະພາບປົກກະຕິ ຂຶ້ນເລື້ອຍໆ. ນອກນັ້ນ, ກໍໄດ້ເນັ້ນໃຫ້ເອົາໃຈໃສ່ ຕໍ່ກັບການຮໍ່າຮຽນຂອງລູກຫລານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ.




ຂະນະດຽວກັນ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ກໍໄດ້ລາຍງານສະພາບຜົນກະທົບ ຂອງໄພພິບັດທີ່ເກີດຂຶ້ນຢູ່ນະຄອນປາກເຊ ໂດຍສະເພາະ ແມ່ນບ້ານນາຈຽງ ໃນເດືອນກັນຍາທີ່ຜ່ານມາ ເຊິ່ງບ້ານນາຈຽງເປັນບ້ານທີ່ຢູ່ໃນເຂດຊານເມືອງ ເປັນພື້ນທີ່ຕໍ່າ, ເຮັດໃຫ້ນ້ຳຖ້ວມຂັງບ້ານເຮືອນ
, ພື້ນທີ່ທໍາການຜະລິດຂອງປະຊາຊົນ, ການລ້ຽງປາ, ກໍ່ໃຫ້ເກີດຄວາມ ເສຍຫາຍ ພື້ນທາງໂຄງລ່າງ ເສັ້ນທາງທີ່ເປັນດິນແດງ ກໍໄດ້ຮັບຜົນເສຍຫາຍ. ພ້ອມນັ້ນ,ກໍໄດ້ລາຍງານ ກ່ຽວກັບວິທີການແກ້ໄຂ, ແຜນການຮັບມືກັບໄພພິບັດ ຢ່າງຕັ້ງໜ້າໃນທົ່ວນະຄອນປາກເຊ.




ໃນໂອກາດມາຢ້ຽມຢາມຄັ້ງນີ້
, ທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມຄະນະກໍໄດ້ມອບເຄື່ອງ ອຸປະໂພກ-ບໍລິໂພກ ຈໍານວນໜຶ່ງ ໃຫ້ປະຊາຊົນຊາວບ້ານນາຈຽງ ເພື່ອບັນເທົາທຸກຈາກຜົນກະທົບນໍ້າຖ້ວມ ໃນໄລຍະທີ່ຜ່ານມາ, ພ້ອມທັງ ເຄື່ອນໄຫວຢ້ຽມຢາມສຸກສາລາບ້ານຊົ້ງ ນໍາອີກ.

ຂ່າວ-ພາບ: ພູທິບສະຫວັນ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      10/3/2024 12:43:36 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍສາມີ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ


Top