ອັງກິດ ລົງທຶນສ້າງຕັ້ງໂຄງການ ດັກຈັບກາກບອນ ຫລາຍກວ່າ 21ຕື້ປອນ

04/10/2024 22:15
Email Print 178
KPL ອັງກິດ ປະກາດ ໂຄງການ ດັກຈັບ ກາກບອນ ແລະ ກັກເກັບ ກາກບອນ ຈາກອຸດສາຫະກຳ ແລະ ການຜະລິດພະລັງງານ ເພື່ອປ່ຽນຜ່ານ ສູ່ການໃຊ້ພະລັງງານ ສະອາດ ຄິດເປັນ ມູນຄ່າ 21,7 ຕື້ປອນ

ຂປລ.ສຳນັກຂ່າວ ເອເອຟພີ,ວນທີ4ຕຸລານີ້, ອັງກິດ ປະກາດ ໂຄງການ ດັກຈັບ ກາກບອນ ແລະ ກັກເກັບ ກາກບອນ ຈາກອຸດສາຫະກຳ ແລະ ການຜະລິດ ພະລັງງານ ເພື່ອປ່ຽນຜ່ານ ສູ່ການໃຊ້ພະລັງງານ ສະອາດ ຄິດເປັນ ມູນຄ່າ 21,7 ຕື້ປອນ ຊຶ່ງຈະຖືກສ້າງຂຶ້ນ ໃນເມືອງ ເມີຊີໄຊ ທາງຕາເວັນຕົກ ສຽງເຫໜືອ ຂອງເກາະອັງກິດ ແລະ ເມືອງ ທີໄຊ ຊຶ່ງຕັ້ງຢູ່ ທາງຕາເວັນອອກ ສຽງເໜືອຂອງປະເທດ ໂດຍໜ່ວຍງານ ພະລັງງານອັງກິດ (Great British Energyຊຶ່ງສ້າງຕັ້ງໂດຍ ລັດຖະບານ ຊຸດປັດຈຸບັນ ຈາກພັກແຮງງານ ຈະຮັບຜິດຊອບການລົງທຶນ ດ້ານໂຄງການພະລັງງານ ໝູນວຽນ ໃນປະເທດ ແລະ ປ່ຽນຜ່ານສູ່ ພະລັງງານ ສະອາດ.ໂຄງການສ້າງ ຈະສ້າງວຽກເຮັດ ງານທຳ ໄດ້ 4.000 ຕຳແໜ່ງ ແລະ ຮັບໄດ້ອີກ 50.000 ຕຳແໜ່ງ ໃນອີກ 25ປີຕໍ່ໜ້າ ແລະ ຊ່ວຍໃຫ້ອັງກິດ ບັນລຸເປົ້າໝາຍ ຫລຸດການປ່ອຍ ກາກບອນ 8,5 ລ້ານໂຕນ ໃນແຕ່ລະປີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top