ແຈ້ງປິດການສັນຈອນບາງເສັ້ນທາງ ໄລຍະ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45

03/10/2024 20:58
Email Print 282
KPL ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ນະຄອນຫລວງ​ວຽງ​ຈັນ ​ໄດ້​ອອກ​ແຈ້ງ​ການ ປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນ​ໄລຍະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ໃນ ລະຫ່ວາງ ວັນທີ 5-13 ຕຸລາ 2024.

ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ນະຄອນຫລວງ​ວຽງ​ຈັນ ​ໄດ້​ອອກ​ແຈ້ງ​ການ ປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນ​ໄລຍະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ໃນ ລະຫ່ວາງ ວັນທີ 5-13 ຕຸລາ 2024.

ໃນລະຫວ່າງວັນທີ 5-13 ຕຸລາ 2024 ໃຫ້ງົດການສັນຈອນພາຫະນະທຸກປະເພດ ຕາມເສັ້ນທາງທີ່ສຳຄັນດັ່ງນີ້: ຖະໜົນໄກສອນພົມວິຫານ ແຕ່ ປະຕູໄຊ ຫາ ສີ່ແຍກໄຟອຳນາດດົງໂດກ ບັນດາລົດທີ່ມາແຕ່ຖະໜົນ ເລກທີ 13 ໃຕ້ ຈາກວົງວຽນດອນໜູນ ທີ່ມີຈຸດປະສົງຈະເຂົ້າໃນຕົວເມືອງ ແມ່ນສາມາດລ້ຽວຂວາ ຢູ່ຈຸດໄຟອໍານາດດົງໂດກ ແລະ ມາເຂົ້າຖະໜົນໂພນຕ້ອງ ຫລື ຖະໜົນຫ້ວຍຫົງ, ລ້ຽວຊ້າຍໄປຕາມຖະໜົນ 450 ປີ ເຂົ້າຈຸດໄຟອຳນາດບ້ານໂຊກໃຫຍ່ ຫລື ຈຸດໄຟອໍານາດນາຄວາຍ. ສ່ວນມາ

ແຕ່ ຖະໜົນ 450 ປີ ຫາ ດົງໂດກ ແມ່ນສາມາດແລ່ນຊື່.

ຖະໜົນຈອມມະນີ ແຕ່ວົງວຽນສະຖານີ ໂທລະພາບແຫ່ງຊາດລາວ ຫາ ສີ່ແຍກໄຟອຳນາດຫໍປະຊຸມແຫ່ງຊາດ ຫາ ວົງວຽນໜອງໜ່ຽງ ເສັ້ນທາງໜອງໜ່ຽງ: ບັນດາລົດທີ່ໃຊ້ຖະໜົນໂພນຕ້ອງ ຫລື ມາແຕ່ຫ້ວຍຫົງ ຈະເຂົ້າ-ອອກ ຕົວເມືອງ ແມ່ນຫ້າມຜ່ານແຕ່ວົງວຽນສະຖານີ ໂທລະພາບແຫ່ງຊາດລາວ ຫາ ສີ່ແຍກໄຟອຳນາດຫໍປະຊຸມແຫ່ງຊາດ, ກໍລະນີຈະໄປໜອງໜ່ຽງ ໃຫ້ໄປໃຊ້ຖະໜົນດົງໂດກ ຫາ ຖະໜົນ 450 ປີ ແລະ ລົດຈາກໜອງໜ່ຽງ ຈະເຂົ້າຕົວເມືອງ ກໍສາມາດນຳໃຊ້ ເສັ້ນທາງຫົວຂົວ-ທາດຫລວງ.

ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ ເປັນບາງເວລາຕາມຖະໜົນ ດັ່ງນີ້: ຖະໜົນສຸພານຸວົງ ແຕ່ ສາມແຍກສີໄຄ ຫາ ສີ່ແຍກໄຟອໍານາດສີຫອມ (ຫລັກ 1); ຖະໜົນເສດຖາທິລາດ ແຕ່ ສີ່ແຍກໄຟອຳນາດສີຫອມ (ຫລັກ 1) ຫາ ສີ່ແຍກໄຟອຳນາດທາດຂາວ; ຖະໜົນສາມແສນໄທ ແຕ່ສີ່ແຍກໄຟອຳນາດທາດຂາວ ຫາ ສາມແຍກສວນເຈົ້າຟ້າງຸ່ມ (ຫລັກ 2); ຖະໜົນເຈົ້າຟ້າງຸ່ມ ແຕ່ ສາມແຍກທາດຂາວ ຫາ ສາມແຍກປາກປ່າສັກ; ຖະໜົນລ້ານຊ້າງ ແຕ່ ສາມແຍກຫໍຄຳ ຫາ ປະຕູໄຊ.

ພ້ອມ​ນີ້, ​ແມ່ນຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ (ຟຸດບາດ) ຢ່າງເດັດຂາດ ຢູ່ຕາມເສັ້ນທາງທີ່ ໄດ້ລະບຸໄວ້ໃນຂ້າງເທິງ.

ໃຫ້ນັກຂັບຂີ່ທຸກປະເພດ ປະຕິບັດຕາມການສັນຍານ ຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຢູ່ຕາມເສັ້ນທາງ.

KPL

ຂ່າວອື່ນໆ


Top