ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

04/10/2024 15:30
Email Print 194
KPL ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD)ພາຍໃຕ້ຄຳຂວັນ: ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດ ກິດຈະກຳຕ່າງໆໄລຍະຜ່ານມາ ໂດຍສະເພາະ ແຜນງານບຸ ລິມະສິດ ພາຍໃຕ້ວິໄສທັດ 2030 ຂອບການຮ່ວມມື ACD ເຊິ່ງກວມເອົາ 6 ຂະແໜງການເສົາຄໍ້າ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບຄວາມພະຍາຍາມ ໃນການສືບຕໍ່ສ້າງພາກພື້ນ ອາຊີ ໃຫ້ເຂັ້ມແຂງ, ມີເສດຖະກິດຂະຫຍາຍຕົວ ໄປຄຽງຄູ່ກັບການພັດທະນາແບບຍືນຍົງ ໂດຍຖືເອົາບົດບາດຂອງ ວຽກງານການທູດກິລາ ເຂົ້າມາມີສ່ວນຮ່ວມຫລາຍຂຶ້ນ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດສຳຄັນໃນການສົ່ງເສີມ ການ ທູດກິລາ ຂອງບັນດາປະເທດສະມາຊິກ ໃນໄລຍະຜ່ານມາ ເປັນຕົ້ນ ການເປັນເຈົ້າພາບຈັດງານເຕະບານໂລກ ຂອງປະ ເທດ ກາຕາ ໃນປີ 2022 ແລະ ປະເທດອື່ນໆ ໃນພາກພື້ນອາຊີ, ພ້ອມທັງ ໄດ້ການແລກປ່ຽນຄຳເຫັນ ກ່ຽວກັບການ ສືບຕໍ່ຮ່ວມມືກັນ ທາງດ້ານຂໍ້ມູນຂ່າວສານ, ນະວັດຕະກໍາ ແລະ ເຕັກໂນໂລຊີທີ່ທັນສະໄໝ ສຳລັບລະບົບແຈ້ງເຕືອນ ເຫດສຸກເສີນດ້ານໄພພິບັດ, ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ແຜນວຽກຂໍ້ລິເລີ່ມ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງ ແລະ ສ້າງແລວເສດຖະກິດ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ ລະຫວ່າງ ປະເທດສະມາຊິກໃນຕໍ່ໜ້າ. ພ້ອມນີ້, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ແຈ້ງໃຫ້ທີ່ປະຊຸມຊາບ ກ່ຽວກັບການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.

ກອງປະຊຸມສຸດຍອດ ຂອບການຮ່ວມມື ACD ໄດ້ຈັດຂຶ້ນມາແລ້ວທັງໝົດ 3 ຄັ້ງ ນັບແຕ່ການສ້າງຕັ້ງຂອບ ການຮ່ວມມືໃນປີ 2002 ໂດຍການສະເໜີຂອງປະເທດສະມາຊິກ ເຊິ່ງຄັ້ງທີ 1 ຈັດຂຶ້ນໃນປີ 2012 ທີ່ ປະເທດ ກູເວດ, ຄັ້ງທີ 2 ຈັດຂຶ້ນໃນປິ 2016 ທີ່ ປະເທດໄທ ແລະ ຄັ້ງນີ້ຈັດຂຶ້ນທີ່ ນະຄອນຫລວງໂດຮາ, ປະເທດ ກາຕາ.

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      10/3/2024 12:43:36 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍສາມີ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ


Top