ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

05/07/2024 17:37
Email Print 749
KPL ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ທີ່ໄດ້ນໍາເອົາໄມຕີຈິດ ມິດຕະພາບອັນດູດດື່ມ ຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມາສູ່ປະຊາຊົນລາວບັນດາເຜົ່າ. ພ້ອມກັນນີ້, ຍັງເປັນໂອກາດດີໃຫ້ແກ່ສະພາແຫ່ງຊາດ ກໍຄື ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ໄດ້ແລກປ່ຽນບົດຮຽນກ່ຽວກັບ ການປັບປຸງ ລັດຖະທໍາມະນູນ ສະບັບປີ 2015 ຂອງ ສປປ ລາວ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ ແລະ ສະຫາຍ ໂຕ ເລິມ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ. ພ້ອມທັງໄດ້ອວຍພອນໃຫ້ການຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ ຈົ່ງມີຜົນສໍາເລັດຢ່າງຈົບງາມ.

ໃນໂອກາດນີ້, ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານໃຫ້ຊາບ ຈຸດປະສົງຂອງ ການມາຢ້ຽມຢາມ ສປປ ລາວ, ລາຍງານໂດຍຫຍໍ້ຜົນສໍາເລັດສຳມະນາວິທະຍາສາດກ່ຽວກັບ ການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ການພົບປະສອງຝ່າຍກັບ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຮອງປະທານປະເທດ  ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊການເມືອງ

      ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມ ປະຊາຊົນບ້ານນາຈຽງ ນະຄອນປາກເຊ

      10/4/2024 3:36:42 PM

      ຂປລ. ວັນທີ 2 ຕຸລາ 2024 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານປະເທດ ເຄື່ອນໄຫວຢ້ຽມຢາມປະຊາຊົນ ບ້ານນາຈຽງ ນະຄອນປາກເຊ ທີ່ໄດ້ຮັບຜົນກະທົບຈາກໄພພໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມການນຳຂອງແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ

      10/4/2024 3:30:35 PM

      ຂປລ. ວັນທີ 3 ຕຸລາ 2024 ທີ່ນະຄອນຫລວງໂດຮາ, ປະເທດກາຕາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມື ເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 3 (ACD) ພາຍໃຕ້ຄຳຂວັນ: “ການທູດດ້ານກິລາ (Sport Diplomacy)” ໂດຍການເປັນປະທານຂອງ ສົມເດັດ Sheikh Tamim Bin Hamad Al Thani, ປະມຸກລັດ ແຫ່ງ ປະເທດ ກາຕາ ແລະ ມີບັນດາປະມຸກລັດ/ຫົວໜ້າລັດຖະບານຈາກ 35 ປະເທດສະມາຊິກ ຂອບການຮ່ວມມືດັ່ງກ່າວ ເຂົ້າ ຮ່ວມ.

    • ໂທລະສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະສານສະແດງຄວາມເສົ້າສະຫລົດໃຈ

      10/3/2024 9:01:44 PM

      ຂປລ. ວັນ​ທີ 3 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່​ເຫດການອຸ ບັດເຫດທາງລົດ ຂອງຄະນະຄູອາຈານ ແລະ ນັກຮຽນໃນວັນທີ 1 ຕຸລາ 2024 ຜ່ານມາ.

    • ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນການເມືອງ

      ກວດກາສູນກາງພັກ ພົບປະຄະນະ ຊ່ຽວຊານ ມະຫາວິທະຍາໄລເຊ້ຍເມີນ

      10/3/2024 8:44:44 PM

      ຂປລ. ວັນທີ 3 ຕຸລາ 2024 ນີ້, ທ່ານ ດາວບົວລະພາ ບາວົງເພັດ ກຳມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊຸຍ ຈີ້ນກົງ (Xu jingong) ອະດີດຮອງເລຂາຄະນະພັກ, ມະຫາວິທະຍາໄລ ເຊ້ຍເມີນ, ຫົວໜ້າສະຖາບັນຄົ້ນ ຄວ້າ ລັດທິມາກ ແຂວງຟູຈ້ຽນ ສປ ຈີນ ພ້ອມຄະນະ ໃນໂອກາດ​ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງການເມືອງ

      ທາບທາມເນື້ອໃນ ເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດແຂວງຊຽງຂວາງ

      10/3/2024 8:33:05 PM

      ຂປລ. ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ຈັດຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ 2024 ຢູ່ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກແຂວງ, ກຳມະການຄະນະພັກ, ພະນັກ ງານຫລັກແຫລ່ງ ຂອງ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ແວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.


Top