ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

03/07/2024 10:36
Email Print 551
KPL ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ.

    *ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ ເພື່ອສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານເພື່ອຕິດຕາມສະພາບການປ່ຽນແປງດ້ານປະຊາກອນ.

      ຜົນຈາກການສຳຫລວດ ພົນລະ ເມືອງ ແລະ ທີ່ຢູ່ອາໄສ ໃນໄລຍະຜ່ານ ມາ ເຫັນວ່າຕະຫລອດໄລຍະ 3 ທົດ ສະວັດຜ່ານມາ ອັດຕາການເພີ່ມຂຶ້ນ ຂອງພົນລະເມືອງແມ່ນມີທ່າອ່ຽງທີ່ ຫລຸດລົງ. ໃນໄລຍະ ແຕ່ປີ 1985- 1995 ອັດຕາການເພີ່ມຂຶ້ນຂອງພົນ ລະເມືອງ ສະເລ່ຍແມ່ນ 2,47% ຕໍ່ປີ, ແຕ່ໃນທົດສະວັດຕໍ່ມາ ໃນໄລ ຍະ ປີ 1995-2005 ເຫັນວ່າ ອັດ ຕາການເພີ່ມຂຶ້ນຂອງພົນລະເມືອງ ຫລຸດລົງມາເປັນ 2,08% ຕໍ່ປີ ແລະ ໃນໄລຍະປີ 2005-2015 ອັດຕາ ການເພີ່ມຂຶ້ນຂອງພົນລະເມືອງ ຫລຸດລົງມາເປັນ 1,45% ຕໍ່ປີ.  ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ຈະເປັນແຫລ່ງຂໍ້ມູນທີ່ສໍາຄັນໃນການຕີລາຄາສະພາບ 10 ປີທີ່ຜ່ານມາເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທັງເປັນການສ້າງບົດລາຍງານແຫ່ງຊາດແບບສະໝັກໃຈ ຂອງລັດຖະບານ ລວມທັງການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030. ສຳລັບຄວາມຕ້ອງການທຶນທັງໝົດ ທີ່ຈະນຳໃຊ້ເຂົ້າໃນການສໍາຫລວດຄັ້ງນີ້ ລວມທັງການຊ່ວຍເຫລືອທາງດ້ານວິຊາການຄາດຄະເນວ່າ ປະມານ 321 ຕື້ກີບ ຫລື ປະມານ 22 ລ້ານໂດລາ. ໃນຈຳນວນດັ່ງກ່າວ ລັດຖະບານໄດ້ນຳສະເໜີເຂົ້າໃນ ແຜນງົບປະມານການລົງທຶນຂອງລັດ ສໍາລັບໂຄງການສົ່ງເສີມວິຊາການໃນໄລຍະ 2023-2025 ທັງໝົດປະມານ 60 ຕື້ກີບ (ຫລື ປະມານ 4,2 ລ້ານໂດລາ); ສ່ວນທີ່ເຫລືອ ແມ່ນຈະໄດ້ສືບຕໍ່ລະດົມຈາກບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.


    ການສຳຫລວດ ຄັ້ງທີ V ມີຄວາມສຳຄັນຫລາຍ ເພາະຈະເປັນພື້ນຖານໃຫ້ແກ່ການຕີລາຄາຜົນສໍາເລັດ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄືການບັນລຸການຫລຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ


Top