ສະຫລອງບຸນກາເຟ ພາຍໃຕ້ຫົວຂໍ້ “ກາເຟ ກິດຈະວັດ ປະຈຳວັນຂອງເຈົ້້າ, ການເດີນທາງຮ່ວມກັນຂອງພວກເຮົາ”

27/09/2024 06:53
Email Print 679
KPL ເຊີນທຸກໆທ່ານເຂົ້າສະເຫລີມສະຫລອງບຸນກາເຟ ຄາດວ່າຈະຄຶກຄື້ນເປັນພິເສດປີນີ້, ໂດຍກະຊວງກະສິກໍາ ແລະ ປ່າໄມ້ (MAF) ໄດ້ເຕົ້າໂຮມຊຸມຊົນກາເຟລາວເຂົ້າມາໃນງານວັນກາເຟສາກົນ (ICD) ຫລື ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ “ບຸນກາເຟບ້ານເຮົາ”.

*ເຊີນທຸກໆທ່ານເຂົ້າຮ່ວມງານສະເຫລີມສະຫລອງ ບຸນກາເຟ ຄາດວ່າຈະຄຶກຄື້ນເປັນພິເສດປີນີ້, ໂດຍກະຊວງກະສິກໍາ ແລະ ປ່າໄມ້ (MAF) ໄດ້ເຕົ້າໂຮມຊຸມຊົນກາເຟລາວເຂົ້າມາໃນງານວັນກາເຟສາກົນ (ICD) ຫລື ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ “ບຸນກາເຟບ້ານເຮົາ”. ເລີ່ມຕັ້ງແຕ່ວັນທີ 27-29 ກັນຍາ 2024 ທີ່ສູນການຄ້າວຽງຈັນເຊັນເຕີ ເພື່ອສະເຫລີມສະຫລອງລົດຊາດ, ວັດທະນະທຳ, ຊຸມຊົນ ແລະ ການເດີນທາງຂອງກາເຟໄປນຳກັນ.

ຫົວຂໍ້ຂອງປີນີ້ ແມ່ນ “ກາເຟກິດຈະວັດປະຈຳວັນຂອງເຈົ້າ, ການເດີນທາງຮ່ວມກັນຂອງພວກເຮົາ,” ແນໃສ່ສົ່ງເສີມການຮ່ວມມືພາຍໃນອຸດສາຫະກຳກາເຟ. ນັບແຕ່ປີ 2018 ເປັນຕົ້ນມາ, ບຸນກາເຟບ້ານເຮົາໄດ້ ກາຍເປັນວັນສຳຄັນຢູ່ໃນລາວ. ວົງການກາເຟລາວແມ່ນໄດ້ຮັບຄວາມນິຍົມຫລາຍຂຶ້ນ, ກາຍເປັນຊ່ອງທາງສ້າງຄວາມຮັບຮູ້ ແລະ ເຜີຍ ແຜ່ກ່ຽວກັບບົດບາດອັນສໍາຄັນຂອງກາເຟຕໍ່ການພັດທະນາແບບຍືນຍົງ.

ໃນປີຜ່ານມາ, ມີຜູ້ເຂົ້າຮ່ວມວັນກາເຟສາກົນຫລາຍກວ່າ 16.000 ຄົນທີ່ຈັດຢູ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງພະບາງ, ໂດຍມີກິດຈະກຳຕ່າງໆເຊັ່ນ: ການສົນທະນາ, ການເຊື່ອມໂຍງລະຫວ່າງເຈົ້າຂອງທຸລະກິດກາເຟກັບຊາວສວນ ແລະ ຜູ້ຜະລິດ, ການຊິມລົດຊາດກາເຟ. ງານປີນີ້ ຄາດວ່າຈະດຶງດູດຄວາມສົນໃຈ ແລະ ຜູ້ເຂົ້າຮ່ວມງານໃຫ້ຫລາຍກວ່າປີກ່ອນ. ງານນີ້ ຈະຈັດຂຶ້ນພ້ອມກັບຫລາຍກອງປະຊຸມປິ່ນອ້ອມກອງປະຊຸມໃຫຍ່ຂອງອາຊຽນທີ່ ສປປ ລາວ ເປັນປະທານຈັດງານ. ຍິ່ງໄປກວ່ານັ້ນ, ເພື່ອຂັບເຄື່ອນປີທ່ອງທ່ຽວລາວຢ່າງເຕັມຮູບແບບ, ພວກເຮົາຄາດການວ່າຈະມີນັກທ່ອງທ່ຽວຕ່າງປະເທດຈໍານວນຫລາຍມາຢ້ຽມຢາມ ແລະ ຊື່ນຊົມລົດຊາດທີ່ມີລັກສະນະໂດດເດັ່ນຂອງກາເຟລາວ.

ໃນປີນີ້ ງານບຸນກາເຟບ້ານເຮົາ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການ Green Cup, ຊຶ່ງເປັນໂຄງການພາຍໃຕ້ການລິເລີ່ມ Global Gateway ຂອງສະຫະພາບເອີຣົບ, ພາຍໃຕ້ທຶນສະໜັບສະໜູນຈາກສະຫະພາບເອີຣົບ ແລະ ອົງການພັດທະນາຂອງປະເທດຝຣັ່ງ (AFD), ໂຄງການດັ່ງກ່າວ ແມ່ນມີຈຸດປະສົງ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນໃນຂະແໜງເສດຖະກິດສີຂຽວຂອງຂະແໜງກາເຟ ແລະ ຊາໂດຍການສົ່ງເສີມໃຫ້ຊຸມຊົນເຮັດການຜະລິດກະສິກໍາທີ່ ເປັນມິດກັບສິ່ງແວດລ້ອມ, ສົ່ງເສີມຕ້ອງໂສ້ມູນຄ່າທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ອໍານວຍຄວາມສະດວກໃນການເຂົ້າເຖິງການຕະຫລາດທີ່ຍືນຍົງ.

ງານນີ້ ຈັດໂດຍກົມປູກຝັງ, ຜ່ານ ໂຄງການ Green Cup, ພະແນກສົ່ງເສີມການຄ້າ ແລະ ຫັດຖະກໍາ, ສະມາຄົມກາເຟລາວ, ກຸ່ມຄົນຮັກກາເຟລາວ ແລະ ສູນການຄ້າວຽງຈັນເຊັນເຕີ. ນອກຈາກນີ້ ຍັງໄດ້ຮັບການສະໜັບສະໜູນຈາກອົງການ Oxfam, ອົງການແຮງງານສາກົນ (ILO), ໂຄງການ LURAS, ອົງ ການ Helvetas, ອົງການ Care ປະຈຳລາວ, ສະມາຄົມຊາວກະສິກອນລາວ, ອົງການ UNODC, ສະຫະກອນການເຟວັນໃໝ່, ສະຫະກອນການເຟບໍລະເວນ (CPC), Coffee Fix ແລະ ອີກຫລາຍພາກສ່ວນ.

ຂໍເຊີນຊວນມວນຊົນໄປຮ່ວມຊິມລົດຊາດກາເຟທ້ອງຖິ່ນທີ່ມີຄວາມຫລາກຫລາຍ ແລະ ຮ່ວມກິດຈະກໍາ, ສະເຫລີມສະຫລອງການເດີນທາງຂອງກາເຟໄປພ້ອມກັນ.

KPL

ຂ່າວອື່ນໆ


Top