ພາຍຸຢາກິບໍ່ໄດ້ສົ່ງຜົນກະທົບຕໍ່ຜູ້ຜະລິດເຂົ້າກິນໃນລາວ

02/10/2024 09:56
Email Print 315
KPL ປະຈຸບັນ ນັກວິທະຍາສາດດ້ານການຄົ້ນຄວ້າພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍາລັງສຸມໃສ່ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າໃໝ່ .

*** ຕໍ່ຈາກສະບັບກ່ອນ ***

    *ປະຈຸບັນ ນັກວິທະຍາສາດດ້ານການຄົ້ນຄວ້າພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍາລັງສຸມໃສ່ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າໃໝ່ ໃຫ້ມີຄວາມສາມາດທົນທານຕໍ່ກັບເພ້ຍຈັກຈັ່ນສີນໍ້າຕານ ແລະ ທົນທານຕໍ່ຄວາມຮ້ອນ ເຊິ່ງຄາດວ່າຈະມີແນວພັນໃໝ່ ອອກສູ່ການຜະລິດພາຍໃນອະນາຄົດອັນໃກ້ນີ.

     ພ້ອມກັນນີ້, ສປປ ລາວຍັງໄດ້ຮ່ວມມື ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ FAO ກໍ່ຄືໂຄງການສ້າງຂີດຄວາມສາມາດ ແລະ ເພີ່ມທະວີການຄາດຄະເນການວາງແຜນລ່ວງໜ້າ ໂດຍຜ່ານລະບົບການປົກປ້ອງສັງຄົມ ໄດ້ລົງແຈກຢາຍແນວພັນເຂົ້າທີ່ທົນທານຕໍ່ໄພແລ້ງ ໃຫ້ແກ່ 2 ແຂວງເປົ້າໝາຍ ຄື: ແຂວງສະຫວັນນະເຂດ ແລະ ແຂວງຫລວງພະບາງ, ໂດຍມີຈຸດປະສົງ ເພື່ອຫລຸດຜ່ອນຜົນກະທົບ ທີ່ຄາດວ່າຈະເກີດຂຶ້ນຈາກໄພແຫ້ງແລ້ງ ແລະ ສົ່ງຜົນເສຍຫາຍຕໍ່ຜົນຜະລິດທາງດ້ານກະສິກຳ, ການຄ້ຳປະກັນທາງດ້ານສະບຽງອາຫານ ແລະ ລາຍຮັບຂອງປະຊາຊົນ ໃນບ້ານເປົ້າໝາຍທີ່ມີຄວາມສ່ຽງຕໍ່ໄພແຫ້ງແລ້ງ.

     ໂຄງການໄດ້ແຈກຢາຍແນວພັນເຂົ້າໄຮ່ ທີ່ທົນທານຕໍ່ໄພແຫ້ງແລ້ງ (ລາບຸນ) ຈຳນວນ 650 ກິໂລກລາມ ໃຫ້ປະຊາຊົນບ້ານໜອງຄຳ, ເມືອງປາກແຊງ ແລະ ບ້ານສົບເຈຍ, ເມືອງໂພນໄຊ, ແຂວງຫຼວງພະບາງ ຈຳນວນ 60 ຄົວເຮືອນ (10 ກິໂລກຼາມ/ຄອບຄົວ). ສໍາລັບ ແນວພັນເຂົ້ານາທີ່ທົນທານຕໍ່ໄພແຫ້ງແລ້ງໄດ້ມອບໃຫ້ທັງໝົດເກືອບ 40.000 ກິໂລກລາມ ເຊິ່ງຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງແນວ ພັນເຂົ້າດັ່ງກ່າວໄດ້ຈຳນວນ ເກືອບ 2.000 ຄົວເຮືອນ.

     ນັກຊ່ຽວຊານຄົ້ນຄົ້ວເຂົ້າຈາກກະຊວງກະສິກໍາ ແລະ ປ່າໄມ້ຍັງເວົ້າວ່າ: ປີ 2024 ນີ້ເຖິງວ່າແມ່ນ ສປປ ລາວ ຈະໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນບາງແຂວງທີ່ຮຸນແຮງພໍສົມຄວນ ແຕ່ພາບລວມອາດບໍ່ໄດ້ສົງຜົນກະທົບຕໍ່ການຜະລິດສະບຽງອາຫານ ແລະ ການຜະລິດເຂົ້າກິນຂອງປະເທດ ເນື່ອງຈາກວ່າເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມເຊັ່ນວ່າ: ແຂວງຫລວງນໍ້າທາ, ແຂວງຫົວພັນ ແລະ ບາງແຂວງນັ້ນຍັງ ບໍ່ແມ່ນເຂດອູ່ເຂົ້າອູ່ປາ ຫລື ບໍ່ແມ່ນເຂດສູນການຜະລິດເຂົ້າ ປັດຈຸບັນນີ້ແຂວງພາກໃຕ້, ແຂວງພາກກາງ, ແຂວງວຽງຈັນບໍ່ໄດ້ຮັບຜົນກະທົບຈາກພາຍຸຢາກິ ແລະ ບັນຫານໍ້າຖ້ວມ ເຊິ່ງຄາດວ່າການເກັບກ່ຽວເຂົ້ານາປີສໍາລັບປີ 2024 ຈະບັນລຸເປົ້າໝາຍທີ່ຂັ້ນເທີງວາງໄວ້ ນອກຈາກນັ້ນ ທາງກະຊວງກະສິກໍາ ແລະ ປ່າໄມ້ກໍໄດ້ມີແຜນສໍາຮອງການຜະລິດພືດທົດແທນ ແລະ ການຜະລິດພືດລະດູແລ້ງເຊື່ອວ່າ ສປປ ລາວ ຈະບໍ່ມີບັນຫາສະບຽງອາຫານຂາດແຄນ ເພາະພວກເຮົາມີຫລາຍປັດໃຈເອື້ອອໍານວຍໃຫ້ແກ່ການຜະລິດເຊັ່ນ: ນໍ້າຈືດອຸດົມສົມບູນ, ເນື້ອທີ່ການຜະລິດຫລາຍ, ປະຊາກອນມີພຽງແຕ່ 7 ລ້ານກວ່າຄົນ, ກະກຽມແນວພັນເຂົ້າ-ແນວພັນພືດມີໄວ້ຢ່າງພຽງພໍ, ການວາງແຜນຮອງຮັບການຜະລິດ 2 ລະດູ ແລະ ອື່ນໆ.

KPL

ຂ່າວອື່ນໆ


Top