ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

26/06/2024 13:46
Email Print 514
KPL ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.



ຂປລ. ໃນວັນທີ
26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.

ໂອກາດນີ້ ທ່ານ ພົຕ ສຸລິນະ ແກ້ວປະເສີດ ໄດ້ລາຍງານສະພາບຄວາມພ້ອມ ແລະ ບັນຫາສໍາຄັນທີ່ຈະໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນນໍາກັນ ຂອງບັນດາເຈົ້າໜ້າທີ່ອາວຸໂສ ທີ່ຮັບ ຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຈາກບັນດາປະເທດ ສະມາຊິກອາຊຽນ, ປະເທດສັງເກດການ ແລະ ຄູ່ຮ່ວມເຈລະຈາ ຢູ່ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດຄັ້ງທີ 24 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງມີຫລາຍບັນຫາທີ່ຈະຕ້ອງໄດ້ຮ່ວມມືກັນໃນຕໍ່ໜ້າ ແນໃສເຮັດໃຫ້ພາກພື້ນ ແລະ ສາກົນ ມີຄວາມສະຫງົບ.

ພ້ອມກັນນີ້, ທ່ານ ພົທ ກົງທອງ ພົງວິຈິດ  ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບັນດາຄະນະຜູ້ແທນທີ່​ເດືນທາງ​ມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າກອງປະຊຸມໃນຄັ້ງນີ້, ຈະເຮັດໃຫ້ວຽກງານການພົວພັນຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ, ປະເທດສັງເກດການ ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ຕໍ່ກັບການສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຈະເປັນບາດກ້າວ ທີ່ສໍາຄັນໃນການສ້າງພາກພື້ນອາຊຽນ ກໍຄື ສາກົນໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ເຊິ່ງຈະເປັນພື້ນຖານໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ ຂອງພາກພື້ນອາຊຽນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • 	ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      7/1/2024 11:33:22 AM

      ປະເທດ ສະຫະພັນລັດ ມາເລເຊຍ (Federation of Malaysia) ຫລື ເອີ້ນວ່າ ມາເລເຊຍ(Malaysia) ມີນະຄອນຫລວງ ຊື່ວ່າ ກົວລາລຳເປີ(Kualalampur), ຕັ້ງຢູ່ໃນເຂດເສັ້ນສູນສູດ ປະກອບດ້ວຍ ດິນແດນ ສອງສ່ວນ ໂດຍມີ ທະເລຈີນໃຕ້ຂັ້ນ ລະຫວ່າງ ມາເລເຊຍຕາເວັນຕົກ ແລະ ມາເລເຊຍຕາເວັນອອກ, ມີເນື້ອທີ່ລວມ 329.847 ກິໂລຕາແມັດ ໃຫຍ່ເປັນອັນດັບ 5 ຂອງ ປະເທດສະມາຊິກ ອາຊຽນ, ກວມເອົາ ປະຊາກອນ ເກືອບ34 ລ້ານຄົນ

    • ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024ອາຊຽນ ASEAN

      ລາວ ຈະຈັດເທສະການດົນຕີ ອາຊຽນ-ສ ເກົາຫລີ ປະຈຳປີ 2024

      7/1/2024 10:27:23 AM

      ເປັນຂ່າວດີສໍາລັບ ສປປ ລາວ ແລະ ອາຊຽນ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕ້ອນຮັບການເປັນປະທານອາຊຽນ ປີ 2024 ນີ້ໃຫ້ມີບັນຍາກາດຟົດຟື້ນ.

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24ອາຊຽນ ASEAN

      ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

      6/26/2024 1:50:56 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.

    • ລາວ ສືບຕໍ່ບັນຫາໄຟເງິນເຟີ້ອາຊຽນ ASEAN

      ລາວ ສືບຕໍ່ບັນຫາໄຟເງິນເຟີ້

      6/26/2024 11:46:28 AM

      ສປປ ລາວ ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ໄພເງິນເຟີ້ຢ່າງ ເພື່ອຫລຸດຜ່ອນຜົນກະທົບໂດຍລວມໃນສັງຄົມຂະນະທີ່ບັນດາ 10 ປະເທດ ສະມາຊິກອາຊຽນກໍພວມຜະເຊີນໜ້າໄພເງິນເຟີ້ເຊັ່ນກັນ.


Top