KPL
*ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດບົດລາຍງານສະແດງໃຫ້້ເຫັນວ່າ: ຂະແໜງການທ່ອງທ່ຽວ ຂອງພາກພື້ນ ພວມມີການຟື້ນຟູ, ດ້ວຍຈຳນວນເທື່ອຄົນຊອກຄົ້ນຫາ ໂຮງແຮມພັກເຊົ່າ, ອັດຕາຈົດທະບຽນການຢູ່ອາໄສ ຊົ່ວຄາວ ແລະ ຄວາມເຊື່ອໝັ້ນ ຕໍ່ການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ.

*ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດບົດລາຍງານສະແດງໃຫ້້ເຫັນວ່າ: ຂະແໜງການທ່ອງທ່ຽວ ຂອງພາກພື້ນພວມມີການຟື້ນຟູ, ດ້ວຍຈຳນວນເທື່ອຄົນຊອກຄົ້ນຫາ ໂຮງແຮມພັກເຊົ່າ, ອັດຕາຈົດທະບຽນການຢູ່ອາໄສ ຊົ່ວຄາວ ແລະ ຄວາມເຊື່ອໝັ້ນຕໍ່ການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ.
ໃນບົດລາຍງານຂອງ ອາຊຽນ ໄດ້ຊີ້ໃຫ້ເຫັນຈຳນວນເທື່ອໃນການຊອກຄົ້ນຫາໂຮງແຮມ ໃນພາກພື້ນໄດ້ເພີ່ມຂຶ້ນ 28% ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ໃນຂະນະທີ່ອັດຕາການຈົດທະບຽນ ການຢູ່ອາໄສຊົ່ວຄາວ ຢູ່ໂຮງແຮມກໍ່ເພີ່ມຂຶ້ນ 57%. ເບິ່ງລວມ ແລ້ວ, ຄວາມເຊື່ອໝັ້ນດ້ານການທ່ອງທ່ຽວ ໃນທົ່ວພາກພື້ນເພີ່ມຂຶ້ນປະມານ 40% ນັບແຕ່ຕົ້ນປີມາຮອດປັດຈຸບັນ. ຂະນະທີ່ ສປປ ລາວ ໜຶ່ງໃນບັນດາປະເທດສະມາຊິກອາຊຽນ ກໍໄດ້ພັດທະນາຂະແໜງການທ່ອງທ່ຽວ ຢ່າງຕໍ່ເນື່ອງ ເພື່ອຮອງຮັບການເປີດປີ ທ່ອງທ່ຽວລາວ 2024 ດ້ວຍຫລາຍກິດຈະກຳ ດ້ວຍການບໍລິການລົດໄຟ ລາວ-ຈີນ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການຊຸກຍູ້ການແລກປ່ຽນການທ່ອງທ່ຽວ ໃນພາກພື້ນອາຊຽນ ແລະ ສາກົນ.

ຄ່ຽງຄູ່ກັບກິດຈະກຳປີທ່ອງທ່ຽວລາວ 2024 ສປປ ລາວ ຍັງຈະເປັນປະທານອາຊຽນ 2024. ພ້ອມດຽວກັນນີ້ ເພື່ອໂຄສະນາເຜີຍແຜ່ກິດຈະກຳທ່ອງທ່ຽວຕ່າງໆນັ້ນ ທາງກົມໂຄສະນາການທ່ອງທ່ຽວ ແລະ ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ກໍໄດ້ປຶກສາຫາລືການກະກຽມ ເປີດບັ້ນໂຄສະນາປີທ່ອງທ່ຽວລາວ 2024 ເພື່ອລະດົມແນວຄວາມຄິດ ຂອງທຸກພາກສ່ວນໃນການສົ່ງເສີມ, ໂຄສະນາຜະລິດຕະພັນທ່ອງທ່ຽວ ທີ່ເປັນທ່າແຮງ, ສົ່ງເສີມກິດຈະກໍາ ທີ່ເປັນທ່າແຮງຂອງແຕ່ ລະທ້ອງຖິ່ນ ແລະ ບຸນປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ເພື່ອກຳນົດກິດຈະກຳບັນຈຸເຂົ້າໃນປະຕິທິນ ປີທ່ອງທ່ຽວລາວ 2024 ໃຫ້ມີຂະບວນການຟົດຟື້ນ. ພ້ອມນີ້, ຍັງເປັນການເປີດໂອກາດໃຫ້ພາກລັດ, ພາກທຸລະກິດທ່ອງທ່ຽວ ແລະ ທ້ອງຖິ່ນ ໄດ້ສົ່ງເສີມຜະລິດຕະພັນທ່ອງທ່ຽວ ທີ່ມີຢູ່ແລ້ວໃຫ້ຂະຫຍາຍຫລາຍຂຶ້ນ ແລະ ທ່າແຮງບົ່ມຊ້ອນ ດ້ານການທ່ອງທ່ຽວທີ່ມີຢູ່ໃນທ້ອງຖິ່ນຂອງຕົນ ເພື່ອສະເໜີເຂົ້າໃນລາຍການທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ ແລະ ນຳ ໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນທ່າແຮງສຳຄັນ ເຂົ້າໃນວຽກງານທ່ອງທ່ຽວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນການດຶງດູດນັກທ່ອງທ່ຽວພາຍໃນ ແລະ ສາກົນ ເຂົ້າມາທ່ອງທ່ຽວ ໃນ ສປປ ລາວ ນັບມື້ເພີ່ມຂຶ້ນ.

ຂະນະທີ່ ປີ 2023 ຜ່ານມາເຫັນໄດ້ວ່າ: ນັກທ່ອງທ່ຽວ ປະມານ 65% ຈະຮູ້ສຶກດີຂຶ້ນເມື່ອເຂົ້າພັກໂຮງແຮມ ທີ່ໄດ້ຮັບການຢັ້ງຢືນ ແລະ ມີກາໝາຍຄວາມຍືນຍົງ, ນັກທ່ອງທ່ຽວ 59% ມີຄວາມຕັ້ງໃຈທີ່ຈະເລືອກຜະລິດຕະພັນ ການທ່ອງທ່ຽວແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ນັກທ່ອງທ່ຽວ 65% ຄິດວ່າ ການປົກປ້ອງສິ່ງແວດລ້ອມທາງທຳມະຊາດ ເປັນຮູບແບບການເດີນທາງທີ່ຍືນຍົງ ແລະ 43% ຂອງນັກທ່ອງທ່ຽວ ເລືອກກິດຈະກຳ ແລະ ລາຍການທ່ອງທ່ຽວ ທີ່ສົ່ງເສີມເສດຖະກິດທ້ອງຖິ່ນ.
KPL