ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

15/10/2026 11:28
Email Print 1622
KPL ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງ ຮສສ ຍັງໄດ້ສະເໜີຕໍ່ຝ່າຍເມືອງຊອງຈູ ເພື່ອພິຈາລະນາ 2 ບັນຫາສຳຄັນ ຄື: ດ້ານສະຫວັດດີການ ແລະ ຄວາມປອດໄພ: ໃນລະດູຮ້ອນຂອງ ສ ເກົາຫຼີ ຂໍໃຫ້ເມືອງຊອງຈູ ຊ່ວຍຕິດຕາມການເຮັດວຽກຂອງແຮງງານຢ່າງໃກ້ຊິດ, ຫຼີກເວັ້ນການໃຫ້ແຮງງານເຮັດວຽກກາງແຈ້ງດົນເກີນໄປ ເພື່ອປ້ອງກັນຄວາມສ່ຽງຈາກພາວະຮີດສະໂຕກ (Heatstroke) ພ້ອມທັງສະເໜີໃຫ້ສະໜອງນ້ຳດື່ມ, ພັດລົມນ້ອຍ ຫຼື ເສື້ອທີ່ມີພັດລົມລະບາຍອາກາດໃຫ້ແກ່ແຮງງານ. ດ້ານການຄັດເລືອກ ແລະ ເງື່ອນໄຂແຮງງານ: ເນື່ອງຈາກເມືອງຊອງຈູ ມີຄວາມຕ້ອງການແຮງງານຊາຍເປັນສ່ວນໃຫຍ່ ເຮັດໃຫ້ການສະໜອງແຮງງານມີຂໍ້ຈຳກັດ, ຈຶ່ງສະເໜີໃຫ້ພິຈາລະນາເພີ່ມເກນອາຍຸແຮງງານຊາຍເປັນ 45 ປີ, ເພດຍິງເປັນ 40 ປີ, ພ້ອມທັງເພີ່ມໂກຕ້າແບບຄູ່ຜົວ-ເມຍ ເນື່ອງຈາກແຮງງານຊາຍສ່ວນໃຫຍ່ມີຄວາມຕ້ອງການໄປເຮັດວຽກເປັນຄູ່ຫຼາຍກວ່າ.

ເມືອງຊອງຈູ ໄດ້ລິເລີ່ມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືດ້ານການຈັດສົ່ງແຮງງານລະດູການຮ່ວມກັບກົມການຈັດຫາງານ ໃນວັນທີ 20 ພະຈິກ 2023 ແລະ ໄດ້ເລີ່ມຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການຢູ່ເມືອງຊອງຈູ ນັບແຕ່ປີ 2024 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ຕົວເລກການຈັດສົ່ງແຮງງານ ປີ 2024 ສາມາດຈັດສົ່ງແຮງງານທັງໝົດ 153 ຄົນ (ບໍ່ມີແຮງງານໂຕນ/ຜິດລະບຽບ), ປີ 2025 ຈັດສົ່ງແຮງງານທັງໝົດ 1.292 ຄົນ (ໂຕນໜີ 1 ຄົນ) ແລະ ປີ 2026 ຈັດສົ່ງແຮງງານທັງໝົດ 1.333 ຄົນ (ໂຕນໜີ 6 ຄົນ). ແຮງງານທີ່ຖືກຄັດເລືອກ ແລະ ຈັດສົ່ງສ່ວນຫຼາຍແມ່ນຜູ້ທີ່ມີປະສົບການໃນຂະແໜງການກະສິກຳ-ປູກຝັງ ໂດຍໄດ້ເນັ້ນໃສ່ການຄັດເລືອກ ແລະ ສຳພາດແຮງງານບັນດາເມືອງໃນແຂວງ.

ຜ່ານການຈັດຕັ້ງປະຕິບັດຜ່ານມາ ເຫັນວ່າ: ເມືອງຊອງຈູ ເປັນເມືອງທີ່ມີຄວາມຕ້ອງການແຮງງານຈາກ ສປປ ລາວ ເພີ່ມຂຶ້ນຫຼາຍ ໂດຍສະເພາະແມ່ນແຮງງານເພດຊາຍ. ນອກຈາກນີ້, ນາຍຈ້າງສ່ວນໃຫຍ່ຢູ່ເມືອງຊອງຈູ ໄດ້ປະຕິບັດຕາມລະບຽບເງື່ອນໄຂການນຳໃຊ້ແຮງງານເປັນຢ່າງດີ, ມີການຕິດຕາມເບິ່ງແຍງແຮງງານຢ່າງໃກ້ຊິດ ເຮັດໃຫ້ຫຼຸດຜ່ອນບັນຫາຂໍ້ຂັດແຍ່ງລະຫວ່າງນາຍຈ້າງ ແລະ ຜູ້ອອກແຮງງານລາວ ໄດ້ຢ່າງມີປະສິດທິຜົນ, ພ້ອມທັງມີຄວາມຕ້ອງການນຳໃຊ້ແຮງງານເກົ່າທີ່ມີປະສົບການເປັນສ່ວນໃຫຍ່.

ຂໍ້ມູນ-ພາບ: ຂ່າວສານ ຮສສ


KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.


Top