ທະນາຄານກາງ ຟິລິປິນ ປັບຂຶ້ນດອກເບ້ຍແຮງ 0,5%

23/10/2026 21:56
Email Print 179
KPL ທະນາຄານກາງ ຟິລິປິນ (BSP) ປະກາດ ປັບຂຶ້ນ ອັດຕາດອກເບ້ຍ ຊື້ຄືນ ພັນທະບັດ (Reverse Repurchase Rate) ເຊິ່ງເປັນ ອັດຕາ ດອກເບ້ຍ ນະໂຍບາຍ ອີກ 0,5% ໄປສູ່ ລະດັບ 5,50% ໃນກອງປະຊຸມ ເມື່ອວັນທີ 22 ຕຸລາ, ເຊິ່ງເປັນ ການປັບຂຶ້ນຄັ້ງທີ 4 ຕິດຕໍ່ກັນ

ຂປລ. ສຳນັກຂ່າວ ອິນໂຟເຄວສ : ເມື່ອບໍ່ດົນມານີ້, ທະນາຄານກາງ ຟິລິປິນ (BSP) ປະກາດ ປັບຂຶ້ນ ອັດຕາດອກເບ້ຍ ຊື້ຄືນ ພັນທະບັດ (Reverse Repurchase Rate) ເຊິ່ງເປັນ ອັດຕາ ດອກເບ້ຍ ນະໂຍບາຍ ອີກ 0,5% ໄປສູ່ ລະດັບ 5,50% ໃນກອງປະຊຸມ ເມື່ອວັນທີ 22 ຕຸລາ, ເຊິ່ງເປັນ ການປັບຂຶ້ນຄັ້ງທີ 4 ຕິດຕໍ່ກັນ ແລະ ຫລາຍກວ່າ ທີ່ ນັກວິເຄາະ ຄາດການໄວ້ວ່າ ຈະປັບຂຶ້ນ ພຽງແຕ່ 0,25% ເພື່ອສະກັດກັ້ນ ບັນຫາ ເງິນເຟີ້ ທີ່ ກັບມາເພີ່ມສູງຂຶ້ນ ພ້ອມທັງ ເປັນການ ຊຸກຍູ້ ສະກຸນເງິນ ເປໂຊ ທີ່ອ່ອນຄ່າລົງ ລະດັບຕ່ຳສຸດ ເປັນປະຫວັດສາດ.

ຖະແຫລງການ ຂອງ BSP ລະບຸວ່າ: ຄະນະ ກຳມາທິການ ນະໂຍບາຍ ການເງິນ ໄດ້ໃຫ້ຄວາມສຳຄັນ ເຖິງຄວາມຈຳເປັນ ໃນການໃຊ້ ນະໂຍບາຍ ການເງິນ ຢ່າງເຂັ້ມງວດ ເພື່ອຕອບສະໜອງ ຕໍ່ແຮງກົດດັນ ດ້ານລາຄາ ທີ່ຂະຫຍາຍ ວົງກວ້າງຂຶ້ນ ລວມເຖິງ ຄວາມສ່ຽງ ອັດຕາເງິນເຟີ້ ທີ່ຍັງສືບຕໍ່ ເພີ່ມຂຶ້ນ.

ນອກຈາກນັ້ນ, ອັດຕາເງິນເຟີ້ ທົ່ວໄປ ອາດຈະເພີ່ມຂຶ້ນອີກ ໃນຊຸມເດືອນຕໍ່ໜ້າ ແລະ ຈະສືບຕໍ່ຢູ່ໃນລະດັບສູງໃນປີ 2027 ກ່ອນທີ່ຈະເລີ່ມເຂົ້າມາ ໃກ້ຄຽງກັບ ເປົ້າໝາຍ ຂອງ BSP  ກຳນົດໄວ້3% ໃນປີ 2028 ໃນຂະນະທີ່ອັດຕາເງິນເຟີ້ ພື້ນຖານ ຄາດວ່າ ຈະຍັງຄົງປັບຕົວສູງຂຶ້ນ ເຊັ່ນດຽວກັນ./

KPL

ຂ່າວອື່ນໆ


Top