ສປ ຈີນ ຈັດສັນງົບປະມານດ່ວນ 50 ລ້ານຢວນ ຊ່ວຍເຫລືອສຸກເສີນ ເຫດການແຜ່ນດິນໄຫວ

23/10/2026 17:54
Email Print 209
KPL ກະ​ຊວງ​ການ​ເງິນ​ຈີນ ​ແລະ ​ກະ​ຊວງ​ຄຸ້ມ​ຄອງ​ສຸກ​ເສີນ​ຂອງ ສປ ​ຈີນ​ ໄດ້​ຈັດ​ສັນ​ງົບ​ປະ​ມານຊ່ວຍ​ເຫລືອ ​ໄພ​ທຳ​ມະ​ຊາດ​ສູນ​ກາງ ​​ຈຳ​ນວນ 50 ລ້ານຢວນ​ ໂດຍ​ດ່ວນ​ ເພື່ອ​ສະ​ໜັບ​ສະ​ໜູນ​ເຂດ​ຊີ່​ຈ້າງ ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ຊ່ວຍ​ເຫລືອ​ສຸກ​ເສີນ​ ແລະ ​ຄົ້ນ​ຫາ​ຜູ້​ປະ​ສົບ​ໄພ ​ໃນ​ເຫດ​ແຜ່ນ​ດິນ​ໄຫວຄັ້ງນີ້

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫລັງຈາກເກີດ ແຜ່ນດິນໄຫວ ຢູ່​ເມືອງ​ປ່າ​ຊິ່ງ​ນະ​ຄອນ ນ້າ​ສູ​ເຂດ​ຊີ້​ຈ້າງ​ ຂອງ ສປ ຈີນ ​ ວັນ​ທີ 23 ຕຸ​ລາ​ນີ້, ກະ​ຊວງ​ການ​ເງິນ​ຈີນ ​ແລະ ​ກະ​ຊວງ​ຄຸ້ມ​ຄອງ​ສຸກ​ເສີນ​ຂອງ ສປ ​ຈີນ​ ໄດ້​ຈັດ​ສັນ​ງົບ​ປະ​ມານຊ່ວຍ​ເຫລືອ ​ໄພ​ທຳ​ມະ​ຊາດ​ສູນ​ກາງ ​​ຈຳ​ນວນ 50 ລ້ານຢວນ​ ໂດຍ​ດ່ວນ​ ເພື່ອ​ສະ​ໜັບ​ສະ​ໜູນ​ເຂດ​ຊີ່​ຈ້າງ ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ຊ່ວຍ​ເຫລືອ​ສຸກ​ເສີນ​ ແລະ ​ຄົ້ນ​ຫາ​ຜູ້​ປະ​ສົບ​ໄພ ​ໃນ​ເຫດ​ແຜ່ນ​ດິນ​ໄຫວຄັ້ງນີ້. ຈຸດ​ສຳ​ຄັນ ​ແມ່ນ​ເຮັດ​ວຽກ​ຄົ້ນ​ຫາ ​ຜູ້​ປະ​ສົບ​ໄພ,ຍົກ​ຍ້າຍ​ ແລະ ​ຈັດ​ສັນ​ບ່ອນ​ຢູ່​ອາ​ໄສ ​ໃຫ້​ຜູ້​ປະ​ສົບ​ໄພ,ຫລີກ​ເວັ້ນ ​ບໍ່​ໃຫ້​ເກີດ​ໄພ​ຕາມ​ມາ​ ແລະ​ ວຽກ​ຮັບ​ມື​ສຸກ​ເສີນ​ອື່ນໆ ​ພ້ອມ​ທັງ​ ສ້ອມ​ແປງ​ເຮືອນ​ຢູ່​ ປະ​ຊາ​ຊົນ​ ຢູ່​ພັງ​ທະ​ລາຍ​ໃຫ້​ດີ ເພື່ອ​ຫຼຸດ​ຜ່ອນ ​ຄວາມ​ເສຍ​ຫາຍ​,ຜູ້​ເສຍ​ຊີ​ວິດ ​ແລະ​ບາດ​ເຈັບ​ ໃຫ້​ໜ້ອຍ​ລົງ​​ສຸດ​ຂີດ.\.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top