ສິງກະໂປ ຈັດງົບປະມານ ສະໜັບສະໜູນ ຂະແໜງການຜະລິດຂັ້ນສູງໃນການນຳໃຊ້ເອໄອ ຈຳນວນ 35 ລ້ານໂດລາ

23/10/2026 21:56
Email Print 164
KPL ອົງການວິສາຫະກິດ ສິງກະໂປ (Enterprise Singapore) ເຊິ່ງເປັນ ໜ່ວຍງານ ຂອງ ລັດຖະບານ ສິງກະໂປ ໄດ້ເປີດເຜີຍວ່າ ການຈັດສັນ ງົບປະມານ ກວ່າ 45 ລ້ານໂດລາ ສິງກະໂປ ຫລື ປະມານ 35 ລ້ານໂດລາ ສະຫະລັດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 21 ຕຸລາ, ອົງການວິສາຫະກິດ ສິງກະໂປ (Enterprise Singapore) ເຊິ່ງເປັນ ໜ່ວຍງານ ຂອງ ລັດຖະບານ ສິງກະໂປ ໄດ້ເປີດເຜີຍວ່າ ການຈັດສັນ ງົບປະມານ ກວ່າ 45 ລ້ານໂດລາ ສິງກະໂປ ຫລື ປະມານ 35 ລ້ານໂດລາ ສະຫະລັດ, ເພື່ອຊ່ວຍເຫລືອ ວິສາຫະກິດ ຂະໜາດກາງ ແລະ ຂະໜາດຍ່ອຍ (SMEs) ໃນຂະແໜງການ ຜະລິດຂັ້ນສູງ ໃຫ້ຫັນມາ ນໍາໃຊ້ ເຕັກໂນໂລຊີ ປັນຍາປະດິດ (AI) ໃນໄລຍະ 3 ປີຕໍ່ໜ້າ.

ໂຄງການລິເລີ່ມ ໂຊລູຊັນປັນຍາປະດິດ ແບບກະຕຸ້ນ (Catalytic AI Solutions) ທີ່ເປີດໂຕໃໝ່ນີ້ ເພື່ອແກ້ໄຂ ອຸປະສັກ ໃນການນຳໃຊ້ ປັນຍາປະດິດ ບໍ່ວ່າ ຈະເປັນ ດ້ານຕົ້ນທຶນ ໃນການພັດທະນາທີ່ສູງ, ຂໍ້ຈຳກັດ ໃນການເຂົ້າເຖິງ ໂຊລູຊັນ ປັນຍາປະດິດ ສະເພາະ ອຸດສາຫະກຳ ແລະ ຄວາມບໍ່ແນ່ນອນ ຂອງ ຜົນສຳເລັດ ທີ່ ອາດຈະເກີດຂຶ້ນ.ໂຄງການດັ່ງກ່າວ ຈະເປັນການ ລວມຕົວ ລະຫວ່າງ ຜູ້ໃຫ້ບໍລິການ ໂຊລູຊັນ, ຜູ້ເຊື່ອມໂຍງ ລະບົບ, ສະມາຄົມການຄ້າ ແລະ ຫໍການຄ້າ ຫລາຍແຫ່ງ ເຂົ້າດ້ວຍກັນ ເພື່ອສະໜັບ ສະໜູນ ການນຳໃຊ້ໂຊລູຊັນ ປັນຍາປະດິດ. /

 

KPL

ຂ່າວອື່ນໆ


Top