ຄຕພ ເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ປະກາດການຈັດຕັ້ງ

13/10/2026 09:57
Email Print 1108
KPL ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945- 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກໃນວັນທີ 12 ຕຸລາ 2026.
ຂປລ.  ໂດຍການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ  ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄຕພ, ມີບັນດາຄະນະນໍາ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ຄຕພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຫວນຄືນມູນເຊ້ືອປະຫວັດຄວາມເປັນມາອັນພິລະອາດຫານໃນຂະບວນການຕ່ໍສູ້ຂອງປະຊາຊົນລາວຕ້ານຜູ້ຮຸກຮານພາຍໃຕ້ການນໍາພາຂອງວິລະຊົນ, ວິລະບູລຸດຜູ້ເກັ່ງກ້າໃນໄລຍະທີ່ບໍ່ທັນມີພັກນໍາພາ ແລະ ການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ນັບແຕ່ປີ 1930. ພາຍຫລັງທີ່ໄດ້ສ້າງຕັ້ງອົງຄະນະພັກແຄວ້ນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດຈົນສາມາດປະກາດເອກະລາດຕໍ່ຊາວໂລກ ໃນວັນທີ 12 ຕຸລາ 1945 ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ພ້ອມນ້ັນ, ຍັງຍົກໃຫ້ເຫັນບັນດາຜົນສໍາເລັດຕໍ່ກັບວຽກງານການຕ່າງປະເທດໃນໄລຍະໃໝ່ ຊ່ຶງເປັນການຍົກຖານະບົດບາດຂອງ ສປປ ລາວ ສູ່ເວທີສາກົນ.

     ຈາກນັ້ນ, ສະຫາຍຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ວ່າດ້ວຍການສັບຊ້ອນສະຫາຍ ຄັດສະພອນ ວົງໄພໂລດ ຮອງຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ມາເປັນຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ 2 ສະຫາຍ ຄື: ສະຫາຍ ນາງ ຂັນທະວັນ ແກ້ວມະນີວັນ ຫົວໜ້າພະແນກ ເປັນຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ພູເງິນ ສຸກວິໄລ ຫົວໜ້າພະແນກ ເປັນຮອງຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ລວມທັງໝົດ 6 ສະຫາຍ.

    ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງເປັນການມອບໝາຍໜ້າທີ່ການເມືອງດ້ວຍຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄືພະນັກງານພາຍໃນ ຄຕພ ແນໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີຄວາມໜັກແໜ້ນເຂັ້ມແຂງສາມາດຜັນຂະຫຍາຍແນວທາງຂອງພັກ-ລັດ ທີ່ຕິດພັນກັບແຜນງານ-ໂຄງການຂອງ ຄຕພ ສະໄໝທີ III ໃຫ້ ບັນລຸຜົນສໍາເລັດຕາມຄາດໝາຍທ່ີໄດ້ວາງໄວ້. ນອກນ້ັນ, ຍັງໄດ້ເນ້ັນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າທັງເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານຢ່າງຮອບດ້ານ ແລະ ເປັນແກນກາງຮັກສາຄວາມສາມັກຄີພາຍໃນ.

   ຂ່າວ: ຄຕພ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

    • ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳການເມືອງ

      ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

      11/10/2026 9:55:17 AM

      ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.


Top