ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ 9 ເດືອນຜ່ານມາມີຫລາຍດ້ານໄດ້ຮັບຜົນສຳເລັດ

13/10/2026 09:50
Email Print 834
KPL ໃນໄລຍະ 9 ເດືອນປິ 2026 ນີ້, ສະພາແຫ່ງຊາດໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນສຳເລັດຕາມເປົ້າໝາຍ ໃນຫລາຍດ້ານເປັນຕົ້ນດ້ານນິຕິບັດຍັດ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດ, ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ດ້ານການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ.

    ຂປລ. ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລາ 2026 ໂດຍທ່ານໄດ້ຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ຂອງສະພາແຫ່ງຊາດ ໂດຍຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະເກືອບ 1 ປີ ຜ່ານມາ ເປັນຕົ້ນໄດ້ເອົາໃຈໃສ່ຊີ້ນໍາການຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນທີ່ ສປປ ລາວ ເປັນພາຄີຕາມການສະເໜີຂອງລັດຖະບານ ຊຶ່ງໃນໄລຍະຜ່ານມາຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາ ຈໍານວນ 8 ສະບັບ ຄື: ສົນທິສັນຍາວ່າດ້ວຍການຈັດຕ້ັງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ສະເພາະຂົນສ່ົງຜູ້ໂດຍສານຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ; ສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາລະຫວ່າງ ສປປ ລາວ ແລະ ສ ເກົາຫລີ; ສົນທິສັນຍາວ່າດ້ວຍການເກັບອາກອນຊໍ້າຊ້ອນລະຫວ່າງ ລາວ-ຍີ່ປຸ່ນ; ສົນທິສັນຍາ ອາຊຽນວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ; ສົນທິສັນຍາວ່າດ້ວຍສົ່ງຜູ້ຮ້າຍຂ້າມແດນລະຫ່ວາງ ລາວ- ຫວຽດນາມ; ສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ລາວ-ຣັດເຊຍ ແລະ ສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນລະຫວ່າງ ລາວ-ສ ເກົາ ຫລີ ແລະ ສົນທິສັນຍາເຊອູ. ພ້ອມນ້ີ, ຍັງໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍສະເພາະການເລືອກຕ້ັງ ແລະ ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ, ກົງຈັກການຈັດຕັ້ງຂອງລັດ, ແຜນການເຄື່ອນໄຫວວຽກງານ 5 ປີ ຂອງພາກສ່ວນຕ່າງໆຕາມກົດໝາຍກໍານົດ.

     ນອກນັ້ນ, ສະພາແຫ່ງຊາດ ຍັງໄດ້ຊີ້ນໍາການຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ ໄປຄຽງຄູ່ກັບການຕິດຕາມກວດກາຜ່ານກອງປະຊຸມຄົບຄະນະຂອງບັນດາກຳມາທິການສະພາແຫ່ງຊາດ ປະຈຳປີ 2026 ເປັນຕ້ົນການຈັດຕ້ັງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026; ບັນຫາແຮງງານ, ການປະຕິບັດຄ່າຊົດເຊີຍຜົນກະທົບຂອງໂຄງການພັດທະນາຕ່າງໆ, ການແກ້ໄຂບັນຫາຂອງປະຊາຊົນທີ່ສະເໜີຜ່ານສາຍດ່ວນກອງປະຊຸມສະພາແຫ່ງຊາດ ໂດຍມອບໝາຍໃຫ້ກະຊວງ, ອົງການກ່ຽວຂ້ອງແກ້ໄຂຕາມລະບຽບການ. ນອກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫລືອຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດໃນກາງປີ 2026 ຈໍານວນ 10 ແຂວງ ຄື: ແຂວງ ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງເຊກອງ. ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານຮັບ ຕ້ອນ ແລະ ໃຫ້ຄໍາປຶກສາດ້ານກົດໝາຍແກ່ປະຊາຊົນໄປຄວບຄູ່ກັບການຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ. 

    ຜົນສຳເລັດທີ່ສະພາແຫ່ງຊາດ ຍາດມາໄດ້ໃນເກືອບ 1 ປີຜ່ານມານັ້ນ, ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຢ່າງເປັນປົກກະຕິໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຕາມທີ່ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ຍ້ອນຄວາມຮັບຜິດຊອບຂອງຄະນະປະຈຳສະພາແຫ່ງຊາດ ໃນການນໍາພາ-ຊ້ີນໍາການເຄ່ືອນໄຫວວຽກງານຂອງບັນດາກົງຈັກການຈັດຕັ້ງສະພາແຫ່ງຊາດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນບວກກັບບັນດາກຳມາທິການ, ຫ້ອງວ່າການສະພາ ແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໃນຂອບເຂດທົ່ວປະເທດໄດ້ຍົກສູງຄວາມຮັບຜິດຊອບດ້ານການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ຄະປະຈຳສະພາແຫ່ງຊາດ, ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງຢ່າງກວ້າງຂວາງ ແລະ ທົ່ວເຖິງ.

ຂ່າວ: ທະນູທອງ; ພາບ: ວຽງຈັນທາມ

KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

    • ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳການເມືອງ

      ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

      11/10/2026 9:55:17 AM

      ກອງປະຊຸມປຶກສາຫາລືກ່ຽວກັບການນໍາໃຊ້ກົດໝາຍ ແລະ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນການເມືອງ

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນວ ຈະຈັດຂຶ້ນທີ 10-13 ນ

      11/9/2026 11:51:57 AM

      ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ V ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 10-13 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມສຳນັກງານນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມມາດຕາ 54 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນພື້ນຖານຂອງນະຄອນຫຼວງວຽງຈັນ.


Top